ໃນຕອນແລງຂອງວັນທີ 29 ກໍລະກົດ 2014, ທີ່ກະຊວງການຕ່າງປະເທດແຫ່ງ
ສ.ເກົາຫລີ ໄດ້ຈັດໃຫ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ,
ລັດຖະ ມົນຕີວ່າການກະຊວງການຕ່າງ ປະເທດແຫ່ງ ສປປ ລາວ ແລະ ທ່ານ ຢຸນ ບີຢອງ ເຊ ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ
ສ.ເກົາຫລີ ເພື່ອທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານພົວພັນ ແລະ ຮ່ວມມືສອງຝ່າຍໃນໄລຍະຜ່ານມາ
ແລະ ໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງຕໍ່ເນື່ອງ,
ໂດຍສະເພາະມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ ຊຶ່ງກັນ ແລະ ກັນຕະຫລອດມາ.
ເຫດການທີ່ພົ້ນເດັ່ນ ແມ່ນການຢ້ຽມຢາມ ສ.ເກົາຫລີ ຢ່າງເປັນທາງການ ຂອງພະນະທ່ານ
ຈູມມະລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ເມື່ອທ້າຍປີ 2013 ຜ່ານມາ, ເຊິ່ງເປັນຂີດໝາຍທີ່ສຳຄັນໃນການຍົກລະດັບການພົວພັນ
ແລະ ຮ່ວມມືລະ ຫວ່າງສອງປະເທດ.
ສອງຝ່າຍສະແດງຄວາມເພິ່ງພໍໃຈທີ່ເຫັນວ່າຕະຫລອດໄລຍະ
19 ປີ ການພົວພັນຂອງສອງປະເທດ ໄດ້ຮັບການສົ່ງເສີມໃຫ້ມີການເຕີບໃຫຍ່ຂະຫຍາຍຢ່າງບໍ່ຢຸດຢັ້ງ
ແລະ ໃນປີ 2015 ສອງປະເທດກໍຈະພ້ອມກັນຈັດການສະເຫລີມສະຫລອງຄົບຮອບ 20 ປີ ການສ້າງຕັ້ງສາຍພົວພັນການທູດຂອງສອງປະເທດ.
ສອງຝ່າຍຕີລາຄາສູງຕໍ່ການຮ່ວມມືທາງດ້ານເສດຖະກິດ
ທີ່ເຫັນວ່າຢູ່ໃນທ່າຂະຫຍາຍຕົວໄວພໍສົມຄວນ. ສອງປະເທດໄດ້ ເພີ່ມທະວີການຮ່ວມມືທາງດ້ານການຄ້ານຳກັນເຊັ່ນ:
ໃນປີ 2013 ຕົວເລກການຄ້າ ສາມາດບັນລຸໄດ້ 199 ລ້ານໂດລາສະຫະ ລັດ, ທຽບໃສ່ປີ
2012 ມີ 176 ລ້ານໂດລາ ສະຫະລັດ. ການລົງທຶນກໍມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ,
ປັດ ຈຸບັນ ສ.ເກົາຫລີ ຈັດຢູ່ໃນອັນດັບ 4 ຂອງນັກລົງທຶນຕ່າງປະເທດ ຢູ່ ສປປ ລາວ,
ເຊິ່ງມີທັງໝົດ 291 ໂຄງການ. ນັບຕັ້ງແຕ່ສອງປະເທດໄດ້ເປີດການນຳໃຊ້ຖ້ຽວບິນ
ໂດຍກົງ ລະຫວ່າງ ສປປ ລາວ- ສ.ເກົາຫລີ ໄດ້ເປັນການສົ່ງເສີມການໄປ-ມາຫາສູ່ລະຫວ່າງປະຊາຊົນຂອງສອງປະເທດນັບມື້ນັບຫລາຍຂຶ້ນ.
ສອງຝ່າຍສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າໃນການຮ່ວມມືເພື່ອພັດທະນາ,
ເຊິ່ງເຫັນວ່າມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ. ສ.ເກົາຫລີ ເປັນຄູ່ຮ່ວມມືເພື່ອການພັດທະນາທີ່ດີ
ຂອງ ສປປ ລາວ ແລະ ສືບຕໍ່ໃຫ້ການຊ່ວຍເຫລືອເພື່ອພັດທະນາເສດ ຖະກິດ-ສັງຄົມ ຂອງ ສປປ
ລາວ ຕະຫລອດມາ, ສະເລ່ຍແລ້ວ ປະ ມານ 40 ລ້ານໂດລາສະຫະລັດຕໍ່ປີ. ການຊ່ວຍເຫລືອດັ່ງກ່າວສ່ວນຫລາຍແມ່ນເນັ້ນໃສ່ການພັດທະນາພື້ນຖານໂຄງລ່າງ,
ດ້ານກະສິກຳ, ການສຶກສາ ແລະ ສາທາລະນະສຸກ. ປັດຈຸບັນໂຄງ ການຊ່ວຍເຫລືອລ້າມີ 9
ໂຄງ ການທີ່ກຳລັງດຳເນີນຢູ່ໃນ ສປປ ລາວ. ນອກຈາກນັ້ນ ສອງຝ່າຍກໍກຳລັງດຳເນີນຂັ້ນຕອນເພື່ອກ້າວ
ໄປເຖິງການປະຕິບັດໂຄງການເງິນກູ້ດອກເບ້ຍຕ່ຳຈາກກອງທຶນຮ່ວມມືເພື່ອພັດທະນາເສດຖະກິດຂອງ
ສ.ເກົາຫລີ ໃນສົກປີ 2014- 2017.
ສິ່ງທີ່ເປັນແບບຢ່າງທີ່ດີໃນການຮ່ວມມືລະຫວ່າງປະຊາຊົນສອງຊາດ
ແມ່ນການນຳໃຊ້ຮູບແບບການພັດທະນາທາງດ້ານກະສິກຳແບບປະຊາຊົນມີສ່ວນຮ່ວມ ”
ໂຄງການແຊມາວ ອັນດົງ ” ທີ່ປະຕິບັດຢູ່ ສ.ເກົາຫລີ, ມານຳໃຊ້ປະສົມປະສານກັບນະໂຍບາຍສາມສ້າງຂອງ
ສປປ ລາວ. ປັດຈຸບັນໂຄງການດັ່ງ ກ່າວກຳລັງທົດລອງປະຕິບັດຢູ່ເມືອງທຸລະຄົມ, ແຂວງວຽງຈັນ
ແລະ ມີແຜນຈະຂະຫຍາຍໄປປະ ຕິບັດຢູ່ທາງແຂວງພາກກາງ ຂອງ ສປປ ລາວ.
ເພື່ອເຮັດໃຫ້ແຜນການຮ່ວມມືສອງຝ່າຍໄດ້ຮັບການຈັດຕັ້ງປະ
ຕິບັດຢ່າງມີປະສິດທິຜົນທີ່ກອງປະຊຸມເຫັນດີໃຫ້ມີການຊຸກຍູ້ສອງຝ່າຍກ່ຽວຂ້ອງໄດ້ປະສານສົມທົບ
ແລະ ປຶກສາຫາລືກັນຢ່າງກົມກຽວ ໃນການແກ້ໄຂຂອດຄ້າງຄາ ເພື່ອກ້າວໄປເຖິງການຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ.
ຕອນທ້າຍ ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ
ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ
ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອອັນລ້ຳຄ່າຂອງລັດຖະບານ ແລະ ປະຊາຊົນ ສ.ເກົາຫລີ
ໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ໄດ້ເຊື້ອເຊີນທ່ານ ລັດ ຖະມົນຕີຕ່າງປະເທດ
ຢຸນ ບີຢອງ ເຊ ຂອງ ສ.ເກົາຫລີ ໄປຢ້ຽມ ຢາມ ສປປ ລາວ ໃນເວລາທີ່ທ່ານສະດວກ.
No comments:
Post a Comment