ໃນວັນທີ 30 ກໍລະກົດນີ້, ຢູ່ ໂຮງໝໍເດັກ ລາວ-ເກົາຫລີ
ເຂດໂຮງໝໍມິດຕະ ພາບ 150 ຕຽງ, ນະຄອນຫລວງວຽງຈັນ ໄດ້ເປີດການນຳໃຊ້ຫ້ອງກວດ ແລະ ປິ່ນ
ປົວພະຍາດມະເຮັງສຳລັບເດັກຂຶ້ນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງຄະນະຮັບຜິດ ຊອບກົມປິ່ນ
ປົວ ກະຊວງສາທາລະນະສຸກ, ຄະນະອຳນວຍການໂຮງໝໍເດັກ ພ້ອມຜູ້ຕາງໜ້າອົງການຜູ້ໃຫ້ທຶນເຂົ້າຮ່ວມນຳດ້ວຍ.
ໜ່ວຍງານປິ່ນປົວພະຍາດມະເຮັງສຳລັບເດັກ
ແມ່ນນອນຢູ່ໃນຂະແໜງການໜຶ່ງຂອງໂຮງໝໍເດັກລາວ-ເກົາຫລີ ແລະ ໄດ້ສ້າງຕັ້ງໜ່ວຍງານດັ່ງກ່າວຂຶ້ນໃນແຕ່ປີ
2012 ພາຍຫລັງໂຮງໝໍແຫ່ງນີ້ໄດ້ສຳເລັດການກໍ່ສ້າງ ແລະ ເປີດການນຳໃຊ້, ຊຶ່ງເມື່ອກ່ອນແມ່ນໄດ້ອາໃສຫ້ອງນອນປິ່ນປົວເດັກທົ່ວໄປ,
ແຕ່ດ້ວຍຄວາມເປັນຫ່ວງ ຂອງອົງການຜູ້ໃຫ້ທຶນສະ ໜັບສະໜູນເປັນຕົ້ນອົງການ ກອຍກາ
(KOICA), ອົງການ ໂກຟີ (KOFIH) ແລະ ອົງການ ລີຈອງວຸກ (Lee Jong Wook soul
Project) ຂອງ ສ. ເກົາຫລີ ໄດ້ຮ່ວມກັນປະກອບສ່ວນທຶນຮອນ ຊື້ວັດຖຸອຸປະກອນການແພດ
,
ຢາປິ່ນປົວ, ປະກອບດ້ວຍເຄື່ອງຮັບໃຊ້ຫ້ອງການ ຕົກເປັນມູນຄ່າ 64 ພັນກ່ວາໂດລາສະຫະລັດ
ເພື່ອນຳມາປະກອບໃຫ້ແກ່ຫ້ອງປິ່ນ ປົວ ແລະ ແຍກເປັນເອກະລາດ ລວມມີຕຽງນອນເດັກຈຳນວນ
4 ຕຽງ, ມີລະບົບດູດອາກາດຄົບຊຸດ ແລະ ພິເສດ ທາງອົງການ ກອຍກາ ຍັງໄດ້ສົ່ງຊ່ຽວຊານຂອງຕົນມາປະຈຳຢູ່ຫ້ອງກວດພະຍາດດັ່ງກ່າວ
ເປັນປະຈຳ ເພື່ອສົມທົບກັບແພດໝໍຂອງລາວ ສຸມໃສ່ການປິ່ນປົວເດັກ ທີ່ເປັນພະຍາດມະເຮັງ,
ເຊິ່ງໃນປັດຈຸ ບັນມີເດັກເປັນພະຍາດມະເຮັງເຂົ້າຮັກສາປິ່ນປົວຈຳນວນ 20 ກວ່າຄົນ.
ໃນນີ້, ສະເພາະເດັກ ນ້ອຍທີ່ຄອບຄົວມີຄວາມຫຍຸ້ງ ຍາກທາງໂຮງໝໍຈະໃຫ້ການຮັກ ສາປິ່ນປົວໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ.
No comments:
Post a Comment