Ad

Ad

31 July 2014

ກອງ​ປະຊຸມ​ວຽກ​ງານ​ຍຸຕິ​ທຳ​ຄັ້ງ​ທີ 2 ຂອງບັນດາ​ແຂວງ​ຊາຍ​ແດນລາວ-ຫວຽດນາມ



     ກອງ​ປະຊຸມ​ວຽກ​ງານ​ຍຸຕິ​ທຳ​ຄັ້ງ​ທີ 2 ຂອງ​ບັນດາ​ແຂວງ​ຊາຍ​ແດນ​ລາວ​-ຫວຽດ ນາມ, ​ໄດ້​ຖືກ​ຈັດ​ຂື້ນ​ໃນ​ວັນ​ທີ 29 ກໍລະ ກົດ​ນີ້, ທີ່​ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ຈະ​ເລີ​ນ ​ເຢຍປາວ​ເຮີ ກຳມະການ​ສູນ​ກາງ​ພັກ, ລັດຖະມົນ ຕີ​ວ່າການ​ກະຊວງ​ຍຸຕິ​ທຳ ​ແລະ ທ່ານ ຮ່າຮຸງ​ ​ເກືອ​ງ ກຳມະການ​ສູ​ນກາງ​ພັກ​ ກອມ​ມູນ​ນິດ​ຫວຽດ ນາມ, ລັດຖະ ມົນຕີ​ວ່າການ​ກະ ຊວງ​ຍຸຕິ​ທຳ ສສ ຫວຽດ ນາມ ແລະ ຄະນະ​ນຳ​ພະ​ແນ​ກຍຸຕິ​ທຳ ພ້ອມ​ດ້ວຍ​ຜູ້ຕາງໜ້າ​ຂະ​ບວນຍຸຕິ​ທຳ​ ຈາກ 10 ​ແຂວງຂອງ​ລາວ ແລະ 10 ​ແຂວງ​ຫວຽດນາມ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ​ກັນ.
     ​ໃນ​ບົດ​ປາ​ໃສ​ກ່າວ​ເປີດ​ກອງ​ປະຊຸມ​ຂອງ​ທ່ານ ລັດຖະມົນຕີ ຈະ​ເລີ​ນ ​ເຢຍປາວ​ເຮີ ​ແລະ  ທ່ານ ຮ່າ​ຮຸງ ​ເກືອ​ງ ຕ່າງ​ກໍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ພົວພັນ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລະ ຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດລາວ-ຫວຽດ ນາມ, ​ຊຶ່ງ​ເປັນ​ພື້ນຖານ​ອັນ​ໜັກ​ແໜ້ນ ​ໃຫ້​ແກ່​ການ​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ຂະ​ແໜງ​ຍຸຕິ​ທຳ​ລາວ- ຫວຽດນາມ​.

     ກອງ​ປະຊຸມ​ໄດ້​ຕີ​ລາຄາ​ວ່າ: ນັບ​ແຕ່​ກອງ​ປະຊຸມ​ວຽກ​ງານ​ຍຸຕິ​ທຳ​ຄັ້ງ​ທຳ​ອິດ​ຂອງ​ບັນດາ​ແຂວງ​ຊາຍ​ແດນ​ລາວ​-ຫວຽດນາມ ທີ່​ໄດ້​ຈັດ​ຂື້ນ​ເມື່ອ​ເດືອນ​ມິຖຸນາ 2011 ​ເປັນ​ຕົ້ນ​ມາ, ​ໄດ້​​ເຮັດ​ໃຫ້ ການ​ເຄື່ອນ​ໄຫວ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ຂະ​ແໜງ​ການ​ເຊັ່ນ: ວຽກ​ງານ​ຄຸ້ມ​ຄອງ​ສັນ ຊາດ, ສຳມະ​ໂນ​ຄົວ, ວຽກ​ງານ​ດຳ​ເນີນ​ຄະດີ​ລະຫວ່າງ​ບັນດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ​ໄດ​້ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ມີ​ໝາກຜົນ. ພິ​ເສດ​ແມ່ນ​ພະ​ແນ​ກ ຍຸຕິ​ທຳ 7 ​ແຂວງ​ຂອງລາວ ແລະ ຫວຽດນາມ ​ໄດ້ຮ່ວມ​ກັນ​ລົງ​ນາມ​ໃນ​ບ​ົດບັນ​ທຶກ​ການ​ຮ່ວມ​ມື​ທີ່​ສອງ​ຝ່າຍ​ໄດ້​ຕົກລົງ, ​ໂດຍ​ສະ​ເພາະ ​ແມ່ນ​ວຽກ​ງານ​ຄຸ້ມ​ຄອງ​ຊາດ, ສຳມະ​ໂນ​ຄົວ ​ແລະ ການ​ສ້າງ​ຄອບຄົວ ​​ໄດ້​ດຳ​ເນີນ​ໄປ​ຢ່າງ​ມີ​ຜົນສຳ​​ເລັດ, ອັນ​ໄດ້​ປະ ກອບສ່ວນ​ສຳຄັນ​ໃນ​ການ​ສ້າງ​ເງື່ອນ​​ໄຂ ​ແລະ ອຳນວຍ​ຄວາມ​ສະດວກ ​ໃຫ້​ປະຊາຊົນ​ຜູ້​ຢູ່​​ເຂດ​ຊາຍ​ແດນ​ມີ​ຄວາມ​ສະຫງົບ​ປົກກະຕິ.
     ​ໃນ​ກອງ​ປະຊຸມ​ຍັງ​ໄດ້​​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ກາ​ນພົວພັນ​ຮ່ວມ​ມື​ລະ ຫວ່າງຂະ​ແໜງ​ການ​ຍຸຕິ​ທຳ​ສອງ​ປະ​ເທດ​ດ້ວຍ​ການ​ມີ​ສ່ວນ​ຮ່ວມ​ຂອງ​ບັນດາ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ, ພ້ອມອອກ​ແຮ​ງ​ເຮັດ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ລະບຽບ​ກົດໝາຍ​ໃຫ້​ປະຊາຊົນ​ຢູ່​ເຂດ​ຊົນນະບົດ​ຊາຍ​ແດນ​ຮັບ​ຮູ້, ​ເຂົ້າ​ໃຈ ​ແລະ ຈັດ​ຕັ້ງ​ປະຕິບັດ​ໃຫ້​ເກີດ​​ດອກ​ອອກ​ຜົນ​.

No comments:

Post a Comment