ເຈົ້າໜ້າທີ່ພະແນກຕຳ ຫຼວດສະກັດກັ້ນ ແລະ ມອດໄຟ
ນະຄອນຫຼວງວຽງ ຈັນ ໃຫ້ຮູ້ວ່າ: ໃນເວລາປະມານ 19 ໂມງ ຂອງ ວັນທີ 29 ກໍລະກົດນີ້ ໄດ້ເກີດ ເຫດ ໄຟໄໝ້ເຮືອນເຊົ່າຂອງປະ
ຊາຊົນຢູ່ບ້ານຫັດສະດີ ເມືອງຈັນທະບູລີນະຄອນຫຼວງ ວຽງຈັນ ທີ່ມີ 6 ຄອບຄົວມາເຊົ່າອາໃສຢູ່
ໄດ້ຮັບຄວາມເສຍຫາຍ, ຂະນະ ທີ່ຕົ້ນໄຟ ໄດ້ລຸກໄໝ້ອອກມາຈາກຫ້ອງເຊົ່າຂອງ ທ້າວ ອຳໄຊ ອາ ຍຸ
55 ປີ ອາຊີບຄ້າຂາຍ ແລະ ເຈົ້າໜ້າທີ່ໄດ້ໃຊ້ເວລາເກືອບ 1 ຊົ່ວໂມງ ພ້ອມລົດດັບເພີງ 6 ຄັນ
ຈຶ່ງສາມາດ ຄວບ ຄຸມໄຟບໍ່ໃຫ້ຂະຫຍາຍອອກເປັນວົງກວ້າງ. ເຈົ້າ ໜ້າທີ່ໃຫ້ທັດສະນະວ່າ: ສາເຫດ
ຂອງການເກີດອັກຄີໄພອາດ ແມ່ນຍ້ອນໄຟ ຟ້າລັດວົງຈອນ ເນື່ອງຈາກວ່າເຮືອນຫຼັງດັ່ງກ່າວໄດ້ສ້າງມາແຕ່ປີ
1968 ແລະ ລະ ບົບສາຍໄຟເກົ່າແກ່ຊຶ່ງອາດຈະເຮັດໃຫ້ເກີດໄຟຊ໋ອດໄດ້ງ່າຍ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີນີ້
ຢູ່ນະຄອນຫຼວງ ວຽງຈັນ ມີອັກຄີໄພເກີດຂຶ້ນທັງ ໝົດ 50 ກວ່າຄັ້ງ, ສົ່ງຜົນ ເຮັດຮ້ານຂາຍເຄື່ອງ
28 ຮ້ານ, ເຮືອນຫ້ອງແຖວ 10 ຫ້ອງ, ເຮືອນສອງ ຊັ້ນລຸ່ມກໍ່ເທີງໄມ້ 13 ຫຼັງ, ເຮືອນ ວິນລາ
7 ຫຼັງ ໄດ້ ຮັບຄວາມເສຍ ຫາຍໂດຍສາເຫດສ່ວນໃຫຍ່ ແມ່ນຍ້ອນໄຟຟ້າລັດວົງຈອນ, ທັດລົງມາແມ່ນຍ້ອນຈູດປ່າຊະ
ຊາຍ ແລະ ການ ໄຕ້ທູບທຽນບູຊາ.
No comments:
Post a Comment