ກອງບັນຊາການ ປກສ ນະຄອອນຫຼວງວຽງຈັນ ໄດ້ ມອບໝາຍໃຫ້
ປກສ ເມືອງສີ ສັດຕະນາກ ເລັ່ງຕິດຕາມຕົວ ຄົນ ຮ້າຍທີ່ກໍ່ເຫດປຸ້ນຄອບຄົວຄົນຍາມຕະຫຼາດສວນມອນເມື່ອຄືນວັນທີກໍລະກົດຜ່ານມາເປັນເຫດ
ໃຫ້ຜູ້ເປັນເມຍເສຍຊີວິດ, ສ່ວນ ຜົວ ແລະ ລູກໜຶ່ງຄົນໄດ້ຮັບບາດ ເຈັບສາຫັດ.
ທ່ານ ພັນໂທ ທອງສະຫວັດ ແສນສຸວາດ ຮອງຫົວໜ້າກອງ
ບັນຊາການ ປກສ ເມືອງສີສັດ ຕະນາກ ນະຄອນຫຼວງວຽງ ຈັນ ໃຫ້ຮູ້ວ່າ: ຄືນວັນທີ 27 ກໍລະກົດນີ້
ໄດ້ມີກຸ່ມຄົນບໍ່ດີຈຳນວນໜຶ່ງ ເຂົ້າທຳຮ້າຍຫ່າງກາຍຄອບຄົວຍາມຕະຫຼາດສວນ ມອນສົ່ງຜົນ ໃຫ້ຜູ້ເປັນເມຍຄື:
ນາງ ມະນີວັນ ເສຍຊີວິດ, ສ່ວນຜູ້ເປັນຜົວ ຊື່ ທ້າວ ສຸກັນ ອາຍຸ 48 ປີ ແລະ ລູກສາວສອງ ຄົນໄດ້ຮັບບາດເຈັບ,
ຊຶ່ງເຫດການດັ່ງກ່າວໄດ້ສ້າງ ຄວາມຕົກຕື່ນຢ້ານກົວໃຫ້ປະຊາຊົນທີ່ຢູ່ໃກ້ຄຽງ.
ທ່ານ ພັນໂທ ທອງສະຫວັດ ແສນສຸວາດ ໃຫ້ທັດສະນະວ່າ:
ຈາກເຫດການນີ້ ວ່າອາດເປັນ ການປຸ້ນຊັບ, ເພາະເນື່ອງຈາກ ຄອບຄົວດັ່ງກ່າວໄດ້ເງີນຫວຍ ມາຈຳນວນໜຶ່ງ
ແລະ ໄດ້ເກັບ ທ້ອນຊັບສິນເງີນຄຳໄວ້ກັບຕົວ ກ່ອນຈະມີຄົນຮ້າຍມາປຸ້ນເອົາ ໄປ, ຊຶ່ງປັດຈຸບັນກຳລັງເຈົ້າໜ້າ
ທີ່ພວມເລັ່ງຕິດຕາມເປົ້າໝາຍມາດຳເນີນຄະດີ, ຊຶ່ງຜ່ານການເກັບ ກຳຂໍ້ມູນຫຼັກຖານ ແລະ ພະ ຍານ
ທີ່ຢູ່ໃກ້ຄຽງສາມາດຮູ້ຕົວຜູ້ຕ້ອງສົງໃສຄົນໜຶ່ງແລ້ວ, ໂດຍເປັນ ກຳມະກອນທີ່ກຳລັງລີ້ຕົວຈາກການຈັບກຸມຂອງ
ເຈົ້າໜ້າ ທີ່.
No comments:
Post a Comment