Ad

Ad

31 July 2014

ຈະແກ້ໄຂການໂກງນ້ຳມັນຢູ່ປ້ຳຕ່າງໆແນວໃດ

          ປັດຈຸບັນການພັດທະນາ ເສດຖະກິດ-ສັງຄົມຢູ່ປະເທດເຮົາໄດ້ເຕີບໃຫຍ່ຂະ ຫຍາຍຕົວຂຶ້ນເລື້ອຍໆ, ຄວາມຕ້ອງການຊົມໃຊ້ຂອງສັງຄົມກໍເພີ່ມຂຶ້ນເຊັ່ນດຽວ ກັນ, ກໍດັ່ງຄວາມຕ້ອງການນ້ຳມັນເພື່ອມາຮັບໃຊ້ລົດລາພາຫະນະ ຫຼື ຊີວິດປະຈຳວັນ ເພີ່ມຂຶ້ນເຊັ່ນກັນ,ເຮັດໃຫ້ການບໍລິການນ້ຳມັນຢູ່ປ້ຳຕ່າງໆມີຫຼາຍຂຶ້ນບໍ່ວ່າຈະເປັນ ຂອງລັດ ແລະ ສ່ວນບຸກຄົນ, ໃນນັ້ນການບໍລິ ການບາງປ້ຳກໍເຮັດໄດ້ດີເລະການກັນ ຂ້າມການບໍລິການບາງປ້ຳຍັງຂາດຄວາມໂປ່ງໃສ ມັນສະແດງອອກເວລາທີ່ຂາຍນ້ຳ ມັນ ບໍ່ເຕັມລິດ, ເຖິງວ່າໄລຍະ ຜ່ານມາພາກສ່ວນກ່ຽວຂ້ອງຈະ ເອົາໃຈໃສ່ກວດກາແຕ່ບັນຫາດັ່ງກ່າວກໍຍັງເກີດຂຶ້ນ, ຕົວຢ່າງ: ທຸກ ມື້ນີ້ຍັງມີຜູ້ຂັບຂີ່ຫຼາຍຄົນຈົມວ່າມີປ່ຳນ້ຳມັນບາງແຫ່ງເວລາຕົນໄປໃສ່ນ້ຳມັນແອັດຊັງໃນລາຄາ 10.330 ກີບ/ລິດ, ໃສ່ 15000 ພັນ ກີບ, ແທນທີ່ຈະໄດ້ນ້ຳມັນລິດປາຍ, ແຕ່ບາງຄັ້ງບາງຄັ້ງໄດ້ນ້ຳມັນບໍ່ເຖິງລິດຊ້ຳ, ຊຶ່ງບັນຫາດັ່ງກ່າວແມ່ນໄດ້ເກີດຂຶ້ນ
ມາຫຼາຍປີແລ້ວແຕ່ກໍແກ້ໄຂບໍ່ຕົກ, ຊຶ່ງສາເຫດຕົ້ນຕໍແມ່ນເກີດຈາກພະນັກງານຂາຍນ້ຳມັນຈຳນວນໜຶ່ງຍັງຂາດຄວາມສັດຊື່, ສວຍ ໂອກາດຫາຜົນປະໂຫຍດແກ່ຕົນເອງ, ໂດຍຜູ້ເປັນເຈົ້າຂອງປ້ຳ ນ້ຳມັນເອງກໍຍັງຂາດຄວາມຮັບຜິດຊອບໃນການຕິດຕາມ ວດ ກາການໃຫ້ບໍລິການຂອງພະນັກງານຂອງຕົນ, ຕໍ່ບັນຫານີ້ໄດ້ ເຮັດໃຫ້ເກີດຄວາມບໍ່ພໍໃຈຂອງຜູ້ຂັບຂີ່ຈຳນວນຫຼາຍ, ດັ່ງນັ້ນຈຶ່ງ ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ຈົ່ງເພີ່ມຄວາມເຂັ້ມງວດໃນການກວດກາຕາມປ້ຳຕ່າງໆ, ພ້ອມ ທັງວາງມາດຕະການຢ່າງເດັດ ຂາດຕໍ່ຜູ້ລະເມີດ, ເພື່ອເຮັດແນວ ໃດໃຫ້ການຂາຍນ້ຳມັນມີຄວາມໂປ່ງໃສ່ ແລະ ໄດ້ຮັບຄວາມໄວ້ ເນື້ອເຊື່ອໃຈຈາກສັງຄົມ.

No comments:

Post a Comment