Ad

Ad

31 July 2014

ສຶກສາອົບຮົມຊາວໜຸ່ມເສບຢາ



     ໃນວັນທີ 29 ກໍລະກົດຜ່ານມານີ້, ປກສ ກຸ່ມສວນມອນ ເມືອງສີສັດຕະນາກ, ນະຄອນ ຫລວງວຽງຈັນໄດ້ສຶກສາອົບຮົມ ຊາວໜຸ່ມຈຳນວນ 8 ຄົນ ທີ່ເສບຢາເສບຕິດ ແລະ ມອບສົ່ງຄືນໃຫ້ຜູ້ປົກຄອງນຳໄປສຶກສາອົບ ຮົມຕໍ່ໄປເພື່ອບໍ່ໃຫ້ເຂົ້າເຈົ້າຄືນ ໄປພົວພັນສິ່ງເສບຕິດອີກ, ໂດຍ ການສຶກສາອົບຮົມນີ້ແມ່ນໄດ້ ເນັ້ນໃຫ້ພວກເຂົາຮູ້ເຖິງຜິດໄພ ແລະ ຄວາມອັນຕະລາຍຂອງ ຢາເສບຕິດເນື່ອງຈາກວ່າຢາເສບ ຕິດປະກອບມີສານເຄມີຫລາຍ ປະເພດສະນັ້ນເມື່ອເສບ ຫລື ສັກ ສີດເຂົ້າຮ່າງກາຍກໍຈະ ມີຜົນກະທົບຢ່າງຮ້າຍແຮງຕໍ່ຮ່າງກາຍ, ປະສາດ ແລະ ມີຄວາມຕ້ອງ ການເສບຂຶ້ນເລື້ອຍໆຈົນກ້າວ ໄປສູ່ການເກີດສິ່ງຫຍໍ້ທໍ້ ແລະ ບັນ ຫາອາດສະຍາກຳຕາມມາອັນ ເຮັດໃຫ້ສັງຄົມບໍ່ມີຄວາມສະ ຫງົບ ແລະ ບໍ່ເປັນລະບຽບຮຽບ ຮ້ອຍ.
    ເຈົ້າໜ້າທີ່ກຸ່ມດັ່ງກ່າວໃຫ້ ຮູ້ວ່າ: ຊາວໜຸ່ມທີ່ຖຶກອົບຮົມຄັ້ງ ນີ້ແມ່ນນອນໃນຈຳນວນຊາວ ໜຸ່ມ 21 ຄົນທີ່ຖືກເຈົ້າໜ້າທີ່ ປກສ ກຸ່ມສວນມອນຈັບຕົວໄດ້ກ່ອນໜ້ານີ້ໃນຂະນະພາກັນມົ້ວສຸມ ເສບຢາບ້າຢູ່ເຮືອນຫລັງໜຶ່ງໃນເຂດບ້ານດົງສະຫວາດ ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ.

No comments:

Post a Comment