ພັກກອມມູນິດຈີນ, ປະທານປະເທດແຫ່ງສາທາລະນະລັດ
ປະຊາຊົນຈີນ, ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,
ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ພ້ອມພັນລະຍາ ໄດ້ດຳເນີນການຢ້ຽມຢາມ
ສປ ຈີນ ແຕ່ວັນທີ 27- 29 ກໍລະກົດ 2014 ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ
ສົມກຽດຈາກເລ ຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາຊົນຈີນ ພ້ອມການນຳພັກ, ລັດຖະບານ ແລະ ປະຊາ ຊົນຈີນ.
ໃນໄລຍະການຢ້ຽມຢາມ, ສະຫາຍ ຈູມມາລີ ໄຊຍະສອນ
ໄດ້ພົບປະກັບ ສະຫາຍ ສີຈິນຜິງ ແລະ ສະຫາຍ ຫວາງສີຊານ ຄະ ນະປະຈຳກົມການເມືອງສູນ
ກາງພັກ, ປະທານຄະນະກຳມະ ການກວດກາລະບຽບວິໄນສູນກາງພັກກອມມູນິດຈີນ ເຊິ່ງໄດ້ດຳເນີນໄປດ້ວຍໄມຕີຈິດມິດຕະ
ພາບ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະ
ພາບການທີ່ພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ, ພ້ອມກັນແລກປ່ຽນຄຳຄິດຄຳເຫັນນຳກັນຢ່າງເລິກເຊິ່ງກ່ຽວກັບ
ການພົວ
ພັນຮ່ວມມືລະຫວ່າງສອງພັກ, ສອງລັດໃນໄລຍະທີ່ຜ່ານມາ ໂດຍສະເພາະວຽກງານກວດກາພັກ,
ລັດ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ.
ໃນການພົບປະສອງຝ່າຍມີຄວາມເປັນເອກະພາບກັນກ່ຽວກັບການເສີມຂະຫຍາຍສາຍພົວ
ພັນແບບຄູ່ຮ່ວມຍຸດທະສາດຮອບ ດ້ານລະຫວ່າງ ສປປ ລາວ ແລະ ສປ ຈີນ ໃນຕໍ່ໜ້າ; ແລກປ່ຽນທັດສະນະຕໍ່ບັນຫາພາກພື້ນ
ແລະ ສາກົນຈຳນວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈ.
ສອງຝ່າຍເຫັນດີຊຸກຍູ້ການຮ່ວມມືໃນຂົງເຂດກະສິກຳທັນສະໄໝ,
ພະລັງງານ, ໄຟຟ້ານ້ຳ ຕົກ, ການກໍ່ສ້າງພື້ນຖານໂຄງລ່າງ, ຍົກສູງການຮ່ວມມືແບບຮູບປະທຳ,
ເພີ່ມທະວີການຮັກສາຄວາມປອດໄພ ແລະ ການລາດ ຕະເວນຮ່ວມຕາມລຳແມ່ນ້ຳ ຂອງ ກໍຄືການຄຸ້ມຄອງຊາຍແດນ;
ຮ່ວມກັນປາບປາມລັດທິກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ; ຮ່ວມມືກັນຢ່າງຕັ້ງ
ໜ້າແລກປ່ຽນໃນຂົງເຂດວັດທະ ນະທຳ, ສຶກສາ, ໄວໜຸ່ມ ແລະ ຂົງເຂດອື່ນໆ, ຊຸກຍູ້ເຂດຊາຍແດນໃຫ້ມີການພັດທະນາໄປພ້ອມໆກັນ.
ຝ່າຍຈີນຍິນດີຮ່ວມກັບຝ່າຍລາວສືບຕໍ່ຮັກສາການຕິດຕໍ່ ແລະ ປະສານງານກັນຢ່າງແໜ້ນແຟ້ນໃນຂົງເຂດພາກພື້ນ
ແລະ ສາກົນ, ພ້ອມກັນຊຸກຍູ້ສາຍພົວພັນຈີນ-ອາຊຽນ ໃຫ້ຂະ ຫຍາຍຕົວຢ່າງແຂງແຮງເພື່ອສັນຕິພາບ,
ຄວາມໝັ້ນຄົງ ແລະ ການພັດທະນາ.
ໃນການຢ້ຽມຢາມ ສປ ຈີນ ຄັ້ງນີ້, ສະຫາຍ ຈູມມາລີ
ໄຊຍະສອນ ພ້ອມຄະນະ ໄດ້ເຫັນປະຈັກຕາຜົນສຳເລັດອັນໃຫຍ່ຫລວງ ແລະ ຮອບດ້ານທີ່ປະຊາຊົນຈີນອ້າຍນ້ອງຍາດມາໄດ້ພາຍໃຕ້ການນຳພາອັນຖືກຕ້ອງ
ແລະ ສະຫລາດສ່ອງໃສຂອງພັກກອມມູນິດຈີນໃນການສ້າງສາປະເທດຊາດຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນສະເພາະຂອງຈີນ
ແລະ ໄດ້ຢ້ຽມຢາມພື້ນຖານການປົກ ຄອງ ແລະ ການກໍ່ສ້າງພັກຂັ້ນ ຮາກຖານຈຳນວນໜຶ່ງຢູ່ນະຄອນ
ຫລວງປັກກິ່ງນຳອີກ.
ສະຫາຍ ຈູມມາລີ ໄຊຍະສອນ ແລະ ສະຫາຍ ສີຈິນຜິງ
ຍັງໄດ້ເຂົ້າຮ່ວມເປັນສັກຂີພະຍານໃນພິທີເຊັນເອກະສານຮ່ວມມືສອງຝ່າຍຈຳນວນໜຶ່ງ.
ໃນການຢ້ຽມຢາມຄັ້ງນີ້ ຍັງມີ ສະຫາຍ ທອງລຸນ
ສີສຸລິດ ກຳມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນ ຕີ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ,
ສະຫາຍ ສົມສະຫວາດ ເລັ່ງສະຫວັດ ກຳມະການກົມການເມືອງສູນກາງພັກ, ຮອງນາ ຍົກລັດຖະມົນຕີ,
ປະທານຄະນະກຳມາທິການຮ່ວມມື ລາວ-ຈີນ, ສະຫາຍ ບຸນທອງ ຈິດມະນີ ກຳ ມະການກົມການເມືອງສູນກາງພັກ,
ປະທານຄະນະກວດກາສູນກາງພັກ, ປະທານອົງການກວດ ກາແຫ່ງລັດພ້ອມພະນັກງານທີ່ກ່ຽວຂ້ອງຈຳນວນໜຶ່ງ.
No comments:
Post a Comment