ຄະນະປະຕິບັດໂຄງການໄຟຟ້ານະຄອນຫລວງວຽງຈັນ
ໄດ້ເປີດເຜີຍໃຫ້ບັນດາສື່ຕ່າງໆກ່ຽວກັບການສ້າງ ແລະ ປັບປຸງລະບົບບັນຊາໄຟຟ້າທາງໄກ
ໃຫ້ມີຄວາມທັນສະໄໝ, ເພື່ອຫລຸດຜ່ອນຄວາມກັງວົນໃຈຂອງຜູ້ຊົມໃຊ້ໄຟຟ້າ, ໂດຍເລີ່ມຈາກ
4 ເມືອງໃນຂອງນະຄອນຫລວງວຽງຈັນຄື:ໄຊເຊດຖາ, ຈັນທະບູລີ, ສີໂຄດຕະບອງ ແລະ ເມືອງ
ສີສັດຕະນາກ ໂດຍຈະໃຊ້ເວລາສ້າງ ແລະ ປັບປຸງ ໃຫ້ສຳເລັດບໍ ລິບູນໃນປີ
2016 ເພື່ອສ້າງຄວາມເຊື່ອໝັ້ນຕໍ່ຜູ້ຊົມໃຊ້ກະແສໄຟຟ້າ
ທີ່ມັກມີບັນຫາຈາກໄຟຕົກ, ໄຟດັບ, ເກີດອັກຄີໄພຈາກໄຟຟ້າລັດວົງຈອນ ແລະ ອື່ນໆ.
ທ່ານ ສຸຄົນ ຈັນທອນ ຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນ
ຫລວງວຽງຈັນ ຊີ້ແຈງວ່າ: ໃນປັດຈຸບັນ, ລັດວິສາຫະກິດໄຟຟ້າຂອງພວກເຮົາບໍ່ໄດ້ນິ້ງນອນໃຈ
ຕໍ່ບັນຫາການປັບປຸງລະບົບໄຟ ຟ້າທີ່ທັນສະໄໝຢູ່ນະຄອນຫລວງວຽງຈັນ ໂດຍສະເພາະແມ່ນ
4 ເມືອງໃຈກາງແມ່ນໄດ້ເລີ່ມທຳການຕິດຕັ້ງ, ຕັດຕໍ່ລະບົບໄຟໃຫ້ໄດ້ມາດຕະຖານ
ແລະ ທັນສະໄໝກວ່າເກົ່າ ເພື່ອຊ່ວຍ ໃຫ້້ບໍລິການຂອງລັດວິສາຫະກິດໄຟຟ້າລາວ
ມີຄວາມສະດວກຕໍ່ຜູ້ຊົມໃຊ້, ສາມາດຫຼຸດຜ່ອນການເກີດອັກ ຄີໄພ
ຈາກໄຟຟ້າລັດວົງຈອນ ແລະ
ອື່ນໆ. ສູນບັນຊາແຫ່ງນີ້ ຈະເຮັດໜ້າທີ່ຄວບຄຸມກະແສໄຟຟ້າໃນຈຸດທີ່ເກີດອັກຄີໄພເພື່ອເປີດທາງໃຫ້ແກ່ເຈົ້າໜ້າທີ່ດັບເພີງສາມາດຄວບຄຸມອັກຄີໄພໄດ້ທັນເວລາ.
ບໍ່ສະເພາະແຕ່ເທົ່ານັ້ນ, ສູນດັ່ງກ່າວຍັງເຮັດໜ້າທີ່ຂອງຕົນໃນການບໍລິການປັບປຸງລະບົບໄຟໃນເວລາເກີດມີສະ
ພາບໄຟຕົກ, ໄຟດັບໃຫ້ມີຄວາມວ່ອງໄວກວ່າເກົ່າ.
ຂະນະດຽວກັນ, ທ່ານ ມີໄຊ ຈິດຕະລາດ ຮອງຝ່າຍປະຕິບັດການໄຟຟ້ານະຄອນຫລວງ
ຍັງໄດ້ກ່າວເນັ້ນຕື່ມກ່ຽວກັບການແກ້ໄຂບັນຫາຫາງສຽງຈົ່ມວ່າຂອງສັງຄົມຕໍ່ລັດວິສາຫະກິດໄຟ
ຟ້ານະຄອນຫລວງ ເຊິ່ງຂະແໜງການຂອງຕົນພ້ອມແລ້ວທີ່ຈະໃຫ້ບໍລິການຢ່າງເຕັມສ່ວນຕໍ່ຜູ້ຊົມໃຊ້ໄຟຟ້າເປັນຕົ້ນ:
ການປ່ຽນກົງເຕີເກົ່າທີ່ໜ້າຈໍບໍ່ແຈ້ງ ເພື່ອສະດວກໃນການຈົດເລກກົງເຕີ,
ບັນຫາກົງເຕີປິ່ນໄວ ຫລື ການຈ່າຍຄ່າໄຟແພງເກີນປົກກະຕິຂໍໃຫ້ຜູ້ຊົມໃຊ້ຂຽນໃບສະເໜີຜ່ານອຳນາດການປົກຄອງບ້ານ
ແລ້ວສົ່ງໃຫ້ໄຟຟ້ານະຄອນຫລວງ ແລ້ວຈະສົ່ງພະນັກງານຂອງຕົນລົງກວດ ກາຕົວຈິງ ແລະ
ຖ້າເຫັນວ່າມີ ຄວາມຜິດພາດແທ້ແມ່ນຈະປ່ຽນໃໝ່ໂດຍທັນທີ. ສ່ວນບັນຫາໄຟດັບຫລືໄຟຕົກແມ່ນເກີດຈາກຫລາຍປັດໄຈ
ເນື່ອງຈາກວ່າສາຍສົ່ງກະແສໄຟຟ້າຢູ່ປະເທດເຮົາເປັນສາຍສົ່ງຢູ່ກາງຫາວບໍ່ແມ່ນສາຍສົ່ງຝັງດິນ
ຄືດັ່ງຫລາຍປະເທດປະຕິບັດມາ. ດັ່ງນັ້ນຈຶ່ງບໍ່ສາມາດຫລີກໄດ້ຕໍ່ການເກີດບັນ
ຫາດັ່ງກ່າວ. ກ່ຽວກັບບັນຫາສາຍໄຟທີ່ເນັ່ງຢູ່ຕາມເສົາຕ່າງໆ ທີ່ຍັງເຫັນວ່າບໍ່ມີຄວາມເປັນລະ
ບຽບນັ້ນຫລາຍຄົນສົນໃຈວ່າເປັນສາຍສົ່ງໄຟຟ້າ ແຕ່ຄວາມຈິງແລ້ວບໍ່ເປັນຄືແນວນັ້ນ
ເພາະການຕິດຕັ້ງສາຍໄຟຂອງພວກເຮົາແມ່ນປະຕິບັດຢ່າງເປັນລະບົບສາມາດຮັບປະກັນຄວາມປອດໄພ
ແລະ ໃນຂະນະດຽວກັນຫລາຍຄົນຍັງເຂົ້າໃຈຜິດວ່າ ສາຍສີດຳທີ່ເນັ່ງຕາມເສົາກ້ອງສາຍໄຟຟ້າ
ວ່າເປັນສາຍໄຟແຕ່ໃນຕົວຈິງ ແມ່ນສາຍຂອງພາກສ່ວນອື່ນທີ່ເນັ່ງສັບຂວ່າຍ ກັນເຊັ່ນ:
ສາຍເຄເບິ້ນ, ສາຍໂທລະສັບ, ສາຍໃຍແກ້ວ ແລະ ອື່ນໆ ຫວັງວ່າທຸກຄົນຄວນຈະເຂົ້າໃຈຕໍ່ບັນຫານີ້.
No comments:
Post a Comment