ໃນວັນທີ 29 ກໍລະກົດ 2014, ທ່ານ ທອງລຸນ ສີສຸລິດ
ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ
ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ ສ.ເກົາ ຫລີ ຄັ້ງທີ 4 ທີ່ນະຄອນຫລວງ
ເຊອຸນ ສ. ເກົາຫລີ ພາຍໃຕ້ການເປັນປະທານຮ່ວມຂອງ ສ.ເກົາຫລີ ແລະ ໄທ. ພ້ອມນີ້,
ຍັງມີບັນດາລັດຖະ ມົນຕີຕ່າງປະເທດບັນດາປະເທດແມ່ນ້ຳ ຂອງພ້ອມດ້ວຍຄະນະເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າຂອງການ
ຈັດຕັ້ງປະຕິບັດຂອບການຮ່ວມມືແມ່ນ້ຳຂອງ-ສ. ເກົາຫລີ ໃນໄລຍະຜ່ານມາ ແລະ ໄດ້ພ້ອມກັນປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າເພື່ອເສີມຂະຫຍາຍສາຍພົວພັນ
ແລະ ການຮ່ວມມືລະຫວ່າງບັນດາປະເທດແມ່ນ້ຳຂອງ ແລະ ສ.ເກົາ ຫລີ ໃຫ້ກວ້າງຂວາງຂື້ນກວ່າເກົ່າ.
ພ້ອມດຽວກັນນັ້ນ, ກອງປະ ຊຸມໄດ້ຮັບຮອງເອົາເອກະສານ ຈຳນວນ 2 ສະບັບຄື ແຜນປະ ຕິບັດງານຂອບການຮ່ວມມືແມ່ນ້ຳຂອງ-ສ.ເກົາຫລີ
(ປີ 2014-
2017) ແລະ ຖະແຫລງການຂອງປະທານຮ່ວມກອງປະຊຸມລັດຖະ ມົນຕີຕ່າງປະເທດແມ່ນ້ຳຂອງ-
ສ.ເກົາຫລີ ຄັ້ງທີ 4 ເພື່ອເປັນບ່ອນອີງຈັດຕັ້ງປະຕິບັດວຽກງານໃນ ຕໍ່ໜ້າ. ແຜນປະຕິບັດງານດັ່ງ
ກ່າວໄດ້ກວມເອົາ 3 ວິໄສທັດຄື: ການເຊື່ອມຈອດອາຊຽນ, ການພັດທະນາແບບຍືນຍົງ
ແລະ ການພັດທະນາທີ່ຖືເອົາປະຊາຊົນເປັນໃຈກາງ ແລະ ກວມເອົາ 6 ຂະແໜງການບູລິມະສິດຄື:
ການພັດທະນາພື້ນຖານໂຄງລ່າງ, ເຕັກໂນໂລຊີຂໍ້ມູນຂ່າວສານ (ICT), ການພັດທະນາສີຂຽວ,
ການພັດທະນາຊັບ ພະຍາກອນນ້ຳ, ກະສິກຳ ແລະ ການພັດທະນາຊົນນະບົດ ແລະ ການພັດທະນາຊັບພະຍາກອນມະນຸດ.
ເພື່ອຜັນຂະຫຍາຍແຜນປະຕິບັດງານດັ່ງກ່າວ,
ສ.ເກົາ ຫລີ ຈະເພີ່ມການຊ່ວຍເພື່ອການພັດທະນາ (ODA) ໃຫ້ບັນດາປະເທດແມ່ນ້ຳຂອງ
ແລະ ຈະເພີ່ມການຊ່ວຍເຫລືອເຂົ້າໃນກອງທຶນຂອບການຮ່ວມມືແມ່ນ້ຳຂອງ-ສ.ເກົາຫລີ
ໃນ 3 ປີຕໍ່ໜ້າ ເພື່ອນຳ ຈັດຕັ້ງປະຕິບັດໂຄງການບູລິມະສິດຕ່າງໆ, ໂດຍສະເພາະໂຄງ
ການພັດທະນາພື້ນຖານໂຄງລ່າງການເຊື່ອມຈອດອາຊຽນ ລວມທັງໂຄງການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງລົດໄຟລະຫວ່າງລາວ-
ຫວຽດນາມ ແລະ ໂຄງການປັບ ປຸງເສັ້ນທາງແລ່ນເຮືອຕາມລຳແມ່ນ້ຳຂອງ.
ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ສ.ເກົາຫລີ
ຄັ້ງຕໍ່ໄປຈະຈັດຂື້ນຢູ່ ມາເລເຊຍ ໃນປີ 2015 ໂດຍການປະທານຂອງ ສ.ເກົາຫລີ ແລະ
ສສ. ຫວຽດນາມ.
No comments:
Post a Comment