Ad

Ad

30 July 2014

ປະດັບຫລຽນໄຊພິລະອາດຫານໃຫ້ຕຳຫລວດ ສປ ຈີນ ທີ່ມີຜົນງານມ້າງຂະບວນການຄ້າຢາ ເສບຕິດກຸ່ມທ້າວໜໍ່ຄຳ



    ເມື່ອທ້າຍອາທິດຜ່ານມານີ້, ຢູ່ຫ້ອງວ່າການປົກຄອງແຂວງຫລວງນ້ຳທາ, ທ່ານ ດຣ ພີມມະສອນ ເລືອງຄຳມາເຈົ້າແຂວງຫລວງນ້ຳທາ, ໄດ້ຕາງໜ້າລັດຖະບານ ລາວໃຫ້ກຽດປະດັບ ຫລຽນໄຊພິລະອາດຫານຊັ້ນ II ໃຫ້ທ່ານພົນຕີຫລີຈິງໂປ້ ຮອງ ຫົວໜ້າກອງບັນຊາການທະຫານກິ່ງແຂວງສີບສອງປັນນາ, ທ່ານ ພັນເອກ ເຈີນ ສຽວພິງ ຫົວໜ້າ ສັນຕິບານເຂດສີບສອງປັນ ນາ, ທ່ານພັນເອກ ສຸເຈ ຫົວໜ້າສັນຕິ ບານເມືອງຫລ້າ, ທ່ານພັນເອກ ຕອນຈິງຄຸນຮອງຫົວໜ້າສັນຕິບານເຂດສີບ ສອງປັນ ນາ, ທ່ານ ພັນເອກ ຄຳເງິນ ຮອງສັນຕິບານ ຕຳຫລວດເມືອງຫລ້າ, ທ່ານພັນ ເອກ ຢັງຢົງ ວິຊາການຕຳຫລວດ ເມືອງຫລ້າ ແລະ ປະດັບຫລຽນ ໄຊພິລະອາດຫານຊັ້ນ III ໃຫ້ ແກ່ທ່ານພັນເອກ ແສງອາລຸນ ຫົວໜ້າຄຸ້ມຄອງຄົນເຂົ້າ-ອອກ ເມືອງຕຳ ຫລວດ ເມືອງຫລ້າ, ທ່ານພັນໂທ ລາວວູ ພະນັກງານ ວິຊາການສັນຕິບານຕຳຫລວດ ເມືອງຫລ້າ, ທ່ານຮ້ອຍຕີ ຈາງ ເວີຍ ເພັດທະນູ ຮອງຫົວໜ້າຄຸ້ມ ຄອງຄົນເຂົ້າ-ອອກເມືອງຕຳ ຫລວດເມືອງຫລ້າຢ່າງສົມກຽດ ເພື່ອຍ້ອງຍໍຊົມເຊີຍຜູ້ມີຜົນງານ
ດີເດັ່ນໃນການເຄື່ອນໄຫວຮ່ວມມືປາບປາມພວກກອງປຸ້ນ ແລະ ສາມາດຈັບຕົວທ້າວ ໜໍ່ຄຳ ຜູ້ຄ້າ ຢາເສບຕິດລາຍໃຫຍ່ພ້ອມ ພັກພວກທັງເປັນຜູ້ຄາດຕະກຳຄົນ ຈີນຈຳນວນ 13 ຄົນຢ່າງປ່າ ເຖື່ອນເມື່ອວັນທີ 5 ຕຸລາ 2011 ຢູ່ເຮືອແມ່ນ້ຳຂອງເຂດຊຽງ ແສນປະເທດໄທ ແລະ ໄດ້ສົ່ງຕົວໃຫ້ ເຈົ້າໜ້າທີ່ຕຳຫລວດ ແລະ ສານ ສູງສຸດຂອງ ສປ ຈີນ ຕັດສີນລົງໂທດປະຫານຊີວິດເມື່ອ ວັນທີ 1 ມີນາ 2013.
     ການປະດັບຫລຽນໄຊສຳຄັນນີ້, ແມ່ນປະຕິບັດຕາມຂໍ້ຕົກ ລົງຂອງກະຊວງປ້ອງກັນປະເທດແຫ່ງ ສປປ ລາວເລກທີ 1074/ກປທ ວ່າດ້ວຍການປະ ດັບຫລຽນໄຊພິລະອາດຫານໃຫ້ແກ່ບຸກຄົນກອງປະຕິບັດງານພິ ເສດຕຳຫລວດ ສປ ຈີນ ແລະ ອີງ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານແຫ່ງ ສ ປປ ລາວ ວ່າດ້ວຍການຍ້ອງຍໍສັນລະເສີນຕໍ່ສາກົນສະບັບ ເລກທີ 33/ຄຈສພ ລົງວັນທີ 18 ມີນາ 2013.

No comments:

Post a Comment