Ad

Ad

30 July 2014

ທີ່ດິນຂໍໃຫ້ສັງຄົມແຈ້ງດ່ວນເມື່ອເຫັນພະນັກງານບໍ່ຊອບທຳ



     ທ່ານ ອະໂນໄທ ຈັນທະລັງສີ ຮອງຫົວໜ້າກົມທີ່ດິນກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມໄດ້ກ່າວຕໍ່ສື່ ມວນຊົນເມື່ອບໍ່ດົນມານີ້ວ່າ: ປັດຈຸບັນ, ຍອມຮັບວ່າກະແສວິຈານ ຂອງສັງຄົມທີ່ມີຕໍ່ຂະແໜງການ ພວກເຮົາແມ່ນຫລວງ ຫລາຍພາຍມາກ ແລະ ມີບາງກໍລະນີໄດ້ ກາຍເປັນປະກົດການຫຍໍ້ທໍ້ສັງຄົມ, ເຊິ່ງບັນ ຫາດັ່ງກ່າວສ່ວນ ໜຶ່ງເກີດຈາກຄວາມ ບໍ່ເຂົ້າໃຈ ຂອງປະຊາຊົນຕໍ່ຂະແໜງການທີ່ດິນ ແລະ ອີກສ່ວນໜຶ່ງກໍເກີດຈາກພະນັກງານທີ່ດິນຈຳນວນໜຶ່ງມີພຶດຕິກຳສວຍ ໂອກາດ ນຳໃຊ້ໜ້າທີ່ຕຳແໜ່ງຂອງຕົນເພື່ອຫາຜົນປະໂຫຍດແບບບໍ່ຊອບທຳໂດຍສະເພາະ ການກັກເອກກະສານຂອງປະຊາຊົນໄວ້ດົນນານ ເພື່ອທ່ວງດຶງແກ່ຍາວເວລາແລ້ວ ສ້າງເງື່ອນໄຂຕໍ່ລອງເພື່ອກ້າວ ໄປສູ່ການແກ້ໄຂແບບນອກຫລັກການເຊິ່ງພຶດ ຕິກຳໃນ ລັກສະນະ ເຊັ່ນນີ້, ນອກຈາກເປັນການ ສວຍໂອກາດຫາຜົນປະໂຫຍດ ແບບບໍ່ຊອບທຳແລ້ວຍັງເປັນການກະທຳທີ່ຜິດ ຕໍ່ຈັນຍາບັນ, ຈັນຍາທຳ ແລະ ລະບຽບຂອງພະນັກງານລັດຖະກອນທັງເປັນການສ້າງຄວາມອັບປະໂຫຍດ ໃຫ້ປະຊາຊົນກໍ ຄືສັງຄົມ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບຮຽບຮ້ອຍ ແລະ ສ້າງຄວາມ ເຊື່ອມເສຍຕໍ່ພາບພົດບົດບາດໃນການຊີ້ນຳ-ນຳພາ ຂອງພັກ ແລະ ລັດນຳດ້ວຍ. ສະນັ້ນ, ໃນຕໍ່ໜ້ານີ້, ເພື່ອເຮັດໃຫ້ບັນຫາດັ່ງກ່າວຫລຸດຜ່ອນລົງ ແລະ ໃຫ້ພະນັກງານ ລັດຖະ
ກອນໃນຂະແໜງທີ່ດິນກຳໄດ້ແນວທາງນະໂຍບາຍຂອງ ພັກ ແລະ ເຄົາລົບລະບຽບກົດໝາຍຂອງລັດທັງເປັນ ການເພີ່ມທະວີ ຄວາມເປັນເຈົ້າຕື່ນຕົວໃນ ການຮັບໃຊ້ສັງຄົມກໍຄືປະຊາຊົນ ເຊິ່ງເປັນຜູ້ທີ່ເສຍພາສີເປັນເງິນ ເດືອນພະນັກງານລັດນັ້ນ, ຂະ ແໜງທີ່ດິນຈະເພີ່ມທະວີການສຶກສາອົບຮົມການເມືອງແນວຄິດ, ສ້າງຈັນຍາບັນ ແລະ ຈັນຍາທຳ ໃຫ້ພະນັກງານຫລາຍກວ່າ ເກົ່າ ແລະ ຮຽກຮ້ອງໃຫ້ສັງຄົມ ກໍຄືປະຊາຊົນ ແລະ ພາກສ່ວນອື່ນໆ ຊ່ວຍເປັນຫູເປັນຕາໃນການຕິດຕາມ, ກວດກາ ແລະ ສ່ອງແສງໃຫ້ຂະແໜງການທີ່ດິນຮູ້ທັນທີເມື່ອພົບເຫັນພະນັກງານທີ່ດິນມີ ພຶດຕິກຳເຄື່ອນໄຫວແບບບໍ່ຊອບທຳໂດຍໃຫ້ລາຍ ງານຜ່ານທາງໂທລະສັບ ຫລື ສົ່ງຈົດໝາຍມາຫາກະຊວງ, ກົມ, ພະແນກ ຫລື ຫ້ອງການທີ່ດິນຢູ່ແຕ່ລະແຂວງ ເພື່ອຈະໄດ້ດຳ ເນີນການກວດກາ ແລະ ມີມາດຕະການຕໍ່ຜູ້ທີ່ກະທຳຜິດຕາມລະບຽບກົດໝາຍ.

No comments:

Post a Comment