Ad

Ad

30 July 2014

ສະພາບນ້ຳຖ້ວມທາງໃນຢາມຝົນເປັນບັນຫາແກ້ໄຂຍາກ



      ແຕ່ລະປີພໍຮອດລະດູຝົນເສັ້ນທາງຫລາຍສາຍໃນນະຄອນຫລວງວຽງຈັນ ມັກ ຈະມີນ້ຳຖ້ວມ ແລະ ປີນີ້ກໍເຊັ່ນດຽວກັນພໍຮອດລະດູຝົນເສັ້ນທາງຫຼາຍສາຍໄດ້ເກີດ ນ້ຳຖ້ວມເປັນຕົ້ນແມ່ນເສັ້ນທາງທີ່ຢູ່ບໍລິເວນຕ່ຳ, ເວລາມີຝົນຕົກແຮງມັກເກີດ ນ້ຳ ຖ້ວມ ສົ່ງຜົນໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກ, ເຮືອນຊານທີ່ຕັ້ງຢູ່ບໍລິ ເວນພື້ນທີ່ຕ່ຳກໍໄດ້ຮັບຜົນກະທົບບໍ່ໜ້ອຍ, ຕົ້ນຕໍແມ່ນເກີດມາຈາກຮ່ອງ ລະບາຍ ນ້ຳອັດຕັນ, ເຮັດໃຫ້ນ້ຳລະບາຍອອກບໍ່ທັນບວກກັບຮ່ອງລະບາຍນ້ຳມີສິ່ງ ກີດ ຂວາງບໍ່ໄດ້ຮັບການບົວລະບັດຮັກສາ. ດັ່ງນັ້ນ, ຈຶ່ງສະເໝີໃຫ້ອຳນາດການປົກຄອງ ກໍຄືຂະແໜງການກ່ຽວຂ້ອງ ແລະ ສັງຄົມ ຕ້ອງໄດ້ເປັນເຈົ້າການບົວລະບັດປົວແປງ ແລະ ອະນາໄມຮ່ອງລະບາຍນ້ຳຕາມເສັ້ນທາງຕ່າງໆໃຫ້ດີ, ເພື່ອເຮັດແນວໃດ ບໍ່ໃຫ້ ເກີດນ້ຳຖ້ວມ ແລ້ວຍັງຊ່ວຍເສັ້ນທາງໃຫ້ມີອາຍຸການໃຊ້ງານໄດ້ຍາວນານ ແລະ ທັງເປັນການສ້າງໃຫ້ນະຄອນຫລວງວຽງ ຈັນມີຄວາມສະອາດງົດງາມ ແລະ ເປັນຕາໜ້າຢູ່ຍິ່ງຂຶ້ນ.

No comments:

Post a Comment