ທ່ານຮອງປະທານສະພາ ແຫ່ງຊາດ ໄຊສົມພອນ ພົມວິຫານ
ໃຫ້ຮູ້ວ່າ:ໃນສົກປີ 2013- 2014 ມີຄຳຮ້ອງທຸກຂອງປະຊາ ຊົນຈາກທົ່ວປະເທດຫລາຍຮ້ອຍກໍລະນີໄດ້ສົ່ງເຂົ້າມາໃຫ້ສະພາ
ຊ່ວຍແກ້ໄຂ ແລະ ສາມາດແກ້ ໄຂໄດ້ 658 ກໍລະນີ, ໃນນັ້ນ ມີ 343 ກໍລະນີແມ່ນໄດ້ແກ້ໄຂຢູ່ໃນບັນດາເຂດເລືອກຕັ້ງທົ່ວປະເທດ,
ເຊິ່ງຄຳຮ້ອງທຸກສ່ວນໃຫຍ່ແມ່ນໃນຂົງເຂດວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ຜົນກະທົບຈາກໂຄງ
ການກໍ່ສ້າງຕ່າງໆ ແລະ ບັນຫາ ປາກທ້ອງຂອງປະຊາ ຊົນ. ນອກຈາກນີ້ ສະພາແຫ່ງຊາດຍັງໄດ້ໃຫ້ຄຳປຶກສາດ້ານກົດໝາຍແກ່
ປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນ ຕ່າງໆໃຫ້ເຂົາໃຈເລິກ ເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ ແລະ
ແຜນພັດທະນາເສດຖະກິດ-ສັງ ຄົມຂອງລັດເພື່ອໃຫ້ເຂົາເຈົ້າໄດ້ ດຳລົງຊີວິດ ແລະ ທຳມາຫາກິນ ຖືກຕ້ອງຕາມລະບຽບກົດໝາຍ
ແລະຫລຸດພົ້ນອອກຈາກຄວາມ ທຸກຍາກເທື່ອລະກ້າວ.
No comments:
Post a Comment