ເຈົ້າໜ້າທີ່ຈະລາຈອນນະ ຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:
ໃນ ເດືອນກໍລະກົດນີ້ ຢູ່ນະຄອນ ຫຼວງວຽງຈັນມີອຸປະຕິເຫດ ເກີດຂຶ້ນກວ່າ 100 ກໍລະນີ, ສົ່ງຜົນ
ໃຫ້ມີຜູ້ເສຍຊີວິດ 21 ຄົນ, ທຽບໃສ່ໃນເດືອນຜ່ານມາຫຼຸດລົງ 5 ກໍລະນີ, ສາເຫດສ່ວນ ໃຫຍ່ທີ່ພາເກີດອຸປະຕິເຫດແມ່ນຍ້ອນນັກ
ຂັບຂີ່ບໍ່ປະຕິບັດລະບຽບຈະລາຈອນ, ດື່ມສິ່ງມຶນເມົາ, ຂັບຂີ່ລົດ ດ້ວຍຄວາມ ໄວສູງ.
ທ່ານ ພັນຕີ ບຸນມາ ສູນດາ ໄລຮອງຫົວໜ້າພະແນກຕຳຫຼວດຈະລາຈອນ
ນະຄອນຫຼວງວຽງ ຈັນໃຫ້ຮູ້ວ່າ: ປັດຈຸບັນເຫັນ ວ່າ ສະພາບອຸປະຕິເຫດມັກເກີດຂຶ້ນ ຫຼາຍເນື່ອງລະດູຝົນ,
ຫົນທາງເປ່ເພ, ເປັນບວກເປັນຂຸມ ແລະ ບວກໃສ່ກັບນັກຂັບຂີ່ຈຳ ນວນ ໜຶ່ງບໍ່ປະຕິບັດກົດລະບຽບຈະລາຈອນຂັບຂີ່ລົດດ້ວຍຄວາມໄວ
ສູງ, ສະພາບເຕັກນິກຂອງລົດບໍ່ຮັບປະກັນ ແລະ ດື່ມ ສິ່ງມືນເມົາ ແລະ ຮ້າຍແຮງໄປກວ່ານັ້ນ ແມ່ນມີຫຼາຍກໍລະນີກໍຕຳແລ້ວໜີ,
ສ້າງຫຍໍ້ທໍ້ໃຫ້ສັງຄົມບໍ່ໜ້ອຍ.
ຮອງຫົວໜ້າພະແນກຕຳ ຫຼວດຈະລາຈອນໃຫ້ທັດສະນະ
ວ່າ: ໃນຜ່ານມາ ເຈົ້າໜ້າທີ່ກໍໄດ້ ເພີ່ມທະວີວຽກງານສະ ກັດກັ້ນ ແລະ ແກ້ໄຂອຸປະຕິເຫດໂດຍໄດ້
ຫັນເອົາວຽກງານໂຄສະນາສຶກ ສາອົບຮົມຜີຍແຜ່ກົດລະບຽບຈະລາຈອນໃຫ້ສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈ
ແລະ ປະສານສົມທົບກັບ ປກສ ນະຄອນຫຼວງວຽງຈັນ ເພື່ອຈັດຕັ້ງໜ່ວຍສະເພາະແກ້ໄຂກຸ່ມແກ້ງ ກວນເມືອງ,
ນັກເລງອັນຕະພານ ແລະ ອຸປະຕິເຫດຕາມທ້ອງຖະໜົນຊຶ່ງເຫັນ ວ່າ: ສະພາບຫຍໍ້ທໍ້ທາງສັງຄົມ ແລະ
ອຸປະຕິ ເຫດກໍມີທ່າອ່ຽງ ຫຼຸດລົງແຕ່ຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບບໍ່ມີທ່າທີຫຼຸດລົງ,
ຍ້ອນກໍລະນີເກີດອຸປະຕິເຫດລັກ ສະນະ
ຮ້າຍແຮງຂຶ້ນ ແລະ ເພື່ອ ແກ້ໄຂບັນຫາພະແນກຈະລາຈອນນະຄອນຫຼວງວຽງຈັນໄດ້ເພີ່ມທະວີວຽກງານໂຄສະນາໃຫ້ຫຼາຍ
ຂຶ້ນ, ພ້ອມທັງຈັດກຳລັງ ເຈົ້າໜ້າທີ່ອຳນວຍຄວາມສະ ດວກໃຫ້ຜູ້ໃຊ້ລົດໃຊ້ຖະໜົນໃຫ້ມີຄວາມສະດວກໂດຍສະເພາະ
ໃນໂມງເລັ່ງດ່ວນ, ຫ້າມບໍ່ໃຫ້ຂາຍເຄື່ອງ ແລະ ຈອດລົດຊະຊາຍຕາມແຄມທາງເພື່ອເຮັດໃຫ້ການສັນຈອນມີຄວາມຄ່ອງຕົວ
ບໍ່ໃຫ້ແອອັດ, ພ້ອມນັ້ນກໍຈະຕ້ອງໄດ້ເພີ່ມທະວີການຄຸ້ມຄອງພາຫະນະ ແລະ ການຂັບຂີ່ໃຫ້ເຂັ້ມງວດ
ໂດຍສະເພາະຜູ້ທີ່ຈະ ມາສອບເສັງໃບຂັບຂີ່ຕ້ອງໄດ້ຮຽນຮູ້ເຂົ້າໃຈກົດລະບຽບຈະລາຈອນ ແລະ ຄຸນສົມບັດຂອງຜູ້ຂັບຂີ່ເສຍກ່ອນຈຶ່ງສອບເສັງໄດ້,
ພ້ອມນີ້ ສະຖາບັນສຶກສາຄອບຄົວ ແລະ ສັງຄົມກໍຕ້ອງມີສ່ວນຮ່ວມ ເພື່ອຕັກເຕືອນສັ່ງສອນລູກດຫຼານຂອງຕົນໃຫ້ເອົາໃຈໃສ່
ປະຕິບັດລະບຽບຈະລາຈອນໃຫ້ເຂັ້ມງວດ.
No comments:
Post a Comment