Ad

Ad

25 September 2014

ວິ​ທະ​ຍຸ CRI-FM93 ເປິ​ດບໍ ລິການ APP ​ຢ່າງ​ເປັນ​ທາງ​ການ

     ວັນ​ທີ່ 24 ກັນຍາ 2014 ນີ້, ຢູ່​ສະມາຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ, ນະຄອນ ຫຼວງ​ວຽງ​ຈັນ, ວິ​ທະ​ຍຸ​ສາກົນ​ປະ​ເທດ​ຈີນ(CRI)​ໄດ້​ຈັດ​ງານ​ຖະຂ່າວ​ກ່ຽວກັບ​ເປິ​ດ​ໂຕ APP ຂອງ​ວິທະຍຸ CRI-FM93 ຢ່າງ​ເປັນ​ທາງ​ການ, ​ໂດຍ​ມີ ທ່ານ, ຫົວ​ກົມ​ສື່​ມວນ​ຊົນຂອງ​ກະຊວງ​ຖະ​ແຫຼ​ງຂ່າວ ວັດທະນະ​ທ​ຳ ​ແລະ ທ່ອງ​ທ່ຽວ, ທ່ານຮອງ​ປະ​ທານ​ສະ​ມາ​ນັກ​ຂ່າວແຫ່ງ ສປປ ລາວ​ ແລະ​ ທ່ານ​ຮອງ​ອຳ ນວຍ​ການ​ວິທະຍຸ​ກະຈາຍ ສຽງ​ແຫ່ງ​ຊາດ​ເຂົ້າ​ຮ່ວມ​ນຳ​ດ້ວຍ.
    ໃນ​ງານ​ຖະ​ແຫຼ​ງຂ່າວ, ທ່ານ​ ນາງ ​ແສງ​ແກ້ວ, ຫົວໜ້າວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນປະຈຳ​ລາວ​ແຈ້ງ​ໃຫ້​ຊາບ​ວ່າ: ​ເພື່ອ​ເປັນ​ການ​ຮັບ​ໃຊ້​ມິດ​ລາຍການ​ຂອງ CRI ທີ່​ມີ​ຢູ່​ໃນ​ທົ່ວ​ປະ​ລາວ​ແລະ ສປຈີນ, ຈົນ​ກະ​ທັງ​ທົ່ວ​ໂລກຜູ້ຮັບ​ຟັງ​ວິທະຍຸ CRI  FM 93.0 MHZ ໄດ້​ຢ່າງ​ສະ​ດວກ, ວ່ອງ​ໄວ​ທັນ​ການ, CRI​ໄດ້​ຮ່ວມ​ມື​ກັບ​ບໍລິສັດ  IT ທີ​ມີ​ຊື່​ສຽງ​ຂອງ​ຈີນ​​ຜະລິດ APP (
Appli cation) ທີໃຊ້ສະເພາະວິທະຍຸ CAI​-FM 93 ອອກມາ, ໂດຍຜ່ານການທົດລອງເປັນໄລຍະເຄິ່ງປີ, ແລະ ຢືນ ຢັນວ່າ, ຖ້າ ດາວໂຫຼດ APP ຂອງ CRI-FM 93 ບໍ່​ວ່າ​ຈະ​ຢູ່​ແຂວງ​ໃດ, ຫຼື​ຕ່ງປະ​ເທດບໍ່​ວ່າ​ຈະ​ເປັນ​ມື​ຖື, ​ແທັບແລັດ, IPAD ຫຼື ອື່ນໆ,ຂໍ​ແຕ່​ຢູ່ບ່ອນ​ທີ​ມີບໍລິການ​ອີນ​ເຕີ​ເນັດ, ທ່ານ​ກໍ່ສາດ​ມາດ​ໃຊ້​ APP ຮັບ​ຟັງ​ລາຍການ​ຂອງ CRI-FM 93 ໄດ້​ຢ່າງ​ຈະແຈ້ງ ແລະ ​ທັນກ​ານ.
    APP ນີ້​ແບ່ງ​ອອກ​ເປັນ 2 ລະບົບ​ຄື: Android ແລະ ios, ຖ້າ​ນຳ​ໃຊ້​ລະບົບ Android  ຈະ​ດາວ​ໂຫລດ​ໄດ້​ທີ່ Play Stored, ຖ້າ​ທ່ານ​ນຳ​ໃຊ້ iso ຄື​ໃຊ້ IPhone ຫຼື ipad, ກໍດາວ​ໂຫລດ​ໄດ້​ທີ່ APP Store. ນອກ​ນັ້ນ​ແຕ່​ນີ້​ເປັນຕົ້ນ​ໄປ, ທ່ານ​ຍັງ​ສາມາດສະ​ແກນ QR Code ໃນ​ວາລະ​ສານພາ​ເພີນ​ໄດ້​ທຸກ​ສະບັບ.
    ວິທະຍຸ CRI FM93.0 FMz ເລີ່​ມອອກ​ອາກາດ​ຢູ່່ລາວ​ແຕ່​ເດືອນ​ພະຈິກ 2006  ​ເປັນຕົ້ນ​ມາ​ແລະ ກໍໄດ້​ຮັບ​ຄວາມ​ສົນ​ໃຈ ​ແລະ ສະໜັບ​ສະ​ໝູນ​ຢ່າງ​ຫຼວງ​ຫຼາຍ​ຈາກ​ຜູ້​ຟັງ​. ການ​ນຳ​ສະ​ເໜີ APP ນີ້ອອກ​ມາ, ຈະ​ສາມາດ​ຕອບ​ສະ ໜອງ​ຄວາມ​ຕ້ອງ ການ​ຂອງ​ຜູ້​ຟັງ​​ໄດ້​ດີ​ຂື້ນຕື່ມ. ໃນຕໍ່ໜ້າ​ນີ້, CRI- FM 93 ຈະ​ພັດທະນາ​ການ​ບໍລິການ​ຕື່ນ​ອີກ, ​ເພື່ອ​ໃຫ້​ທ່ານ​ຜູ້​ຟັງ​ໄດ້​ຮັບ​ຟັງ​ລາຍການວິທຍຸນີ້​ໄດ້​ຢ່າງ​ສະ​ດວກ ​​ແລະ​ ສະບາຍ​ກວ່າ​ເກົ່າ.

No comments:

Post a Comment