Ad

Ad

25 September 2014

ອຸຕຸແຈ້ງໄລຍະນີ້ຈະມີຝົນຕົກໃນລະດັບຄ່ອຍຫາປານກາງພ້ອມມີໝອກໃນຕອນເຊົ້າ



     ກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ສະພາບອາກາດແຕ່ວັນທີ 24-25 ກັນຍານີ້, ບໍລິເວນຄວາມກົດດັນອາກາດ ສູງຂອງອາກາດເຢັນຈະມີກຳລັງອ່ອນປົກຄຸມຢູ່ທົ່ວທຸກພາກຂອງລາວສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກ ຄຸມ, ຊຶ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອຸນຫະພູມອາກາດເຢັນລົງ, ພ້ອມມີໝອກໃນຕອນເຊົ້າ ແລະ ຍັງຈະມີຝົນຕົກຟ້າຄະ ນອງກະຈາຍໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ຈາກນັ້ນທ້າຍອາທິດນີ້ສະພາບຝົນຈະຫລາຍຂຶ້ນໃນແຕ່ລະພາກ ແລະ ຕົ້ນ ອາທິດໜ້າຝົນຈະເບົາບາງລົງ, ອຸນຫະພູມອາກາດຈະເຢັນລົງ, ພ້ອມມີໜອກບາງປົກຫຸ້ມໃນຕ້ອນເຊົ້າຫລາຍຂຶ້ນຢູ່ແຕ່ລະພາກ ແລະ ຈະມີລົມພັດແຮງເປັນບາງໂອກາດ.
     ສຳລັບອຸນຫະພູມໃນທ້າຍອາທິດນີ້ ຫາຕົ້ນອາທິດໜ້າອຸນຫະພູມໂດຍທົ່ວໄປຈະເຢັນລົງເລັກຫນ້ອຍຢູ່ແຕ່ລະພາກ, ສະ ເພາະຢູ່ພາກເໜືອດ້ານຕາເວັນອອກ, ພູພຽງບໍລິເວນປາກຊ່ອງ, ທ່າແຕງ ແລະ ນິຄົມ 34 ອາກາດຈະໜາວເຢັນພ້ອມມີໝອກ ບາງປົກຄຸມໃນຕອນເຊົ້າ. ສ່ວນສະພາບຝົນໃນທ້າຍອາທິດນີ້ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຢູ່ບາງທ້ອງຖິ່ນຂອງ
ແຂວງພາກເໜືອດ້ານຕາເວັນຕົກ ແລະ ພາກໃຕ້. ໃນວັນທີ 26-27 ກັນຍານີ້, ຈະມີຝົນຕົກຫລາຍຂຶ້ນຢູ່ແຕ່ລະພາກໃນລະດັບ ຄ່ອຍຫາປານກາງ. ຈາກນັ້ນໃນວັນທີ 28-30 ກັນຍາ 2014, ຈະມີຝົນຕົກຟ້າຄະນອງເບົາບາງລົງ, ຍ້ອນບໍລິເວນຄວາມກົດ ດັນອາກາດສູງເຮັດໃຫ້ມີທ່າອ່ຽງເພີ່ມກຳລັງແຮງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງລາວ.
     ສຳລັບສະພາບຝົນໃນຕົ້ນອາທິດທີ່ຜ່ານມາມີຝົນຕົກຟ້າຄະນອງກະຈາຍໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ຈາກນັ້ນທ້າຍອາທິດໄດ້ມີຝົນຕົກຟ້າຄະນອງຫລາຍຂຶ້ນໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກຢູ່ບາງທ້ອງຖິ່ນຂອງແຂວງ ພາກເໜືອຫາພາກກາງ, ເຊິ່ງປະລິມານນ້ຳຝົນໄລຍະ 24 ຊົ່ວ ໂມງ ຂອງວັນທີ 18 ກັນຍານີ້, ທີ່ສະຖານນີຫລວງພະບາງແທກ ໄດ້ 129,0 ມິນລິແມັດ.

No comments:

Post a Comment