Ad

Ad

25 September 2014

ການຜະລິດເປັນສິນຄ້າໃນໄລຍະໜຶ່ງປີຜ່ານມາມີທ່າຂະຫຍາຍຕົວເພີ່ມຂຶ້ນ



    ທ່ານຫົວໜ້າກົມແຜນການ, ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ການ ຜະລິດພຶດເປັນ ສິນຄ້າໃນໄລຍະໜຶ່ງປີຜ່ານມາ ມີທ່າຂະຫຍາຍຕົວເພີ່ມຂຶ້ນ, ໂດຍ ສະເພາະແມ່ນການປູກກາເຟປະຕິບັດໄດ້ 89.300 ໂຕນ, ສາລີ ແຂງປະຕິບັດໄດ້ 1 ລ້ານ ກວ່າໂຕນ, ເພີ່ມຂຶ້ນ 6%, ຢ່າງພາລາມີເນື່ອທີ່ປູກທັງໝົດ 261 ພັນກວ່າ ເຮັກຕາ ແລະ ສາມາດກີດ ຢ່າງໄດ້ແລ້ວ 30 ພັນ ກວ່າເຮັກຕາ, ຜົນຜະລິດ ໄດ້ຮັບ ປະມານ 90 ພັນໂຕນ, ມັນຕົ້ນປະຕິບັດໄດ້ 1,5 ລ້ານກວ່າໂຕນ, ເພີ່ມຂຶ້ນ 11%, ອ້ອຍປະ ຕິບັດໄດ້ 1,6 ລ້ານໂຕນ, ເພີ່ມຂຶ້ນເທົ່າຕົວ, ໝາກເດືອຍປະຕິບັດໄດ້ 175 ພັນກວ່າໂຕນ, ເພີ່ມຂຶ້ນ 28%, ນອກນັ້ນຍັງມີຜົນ ຜະລິດໝາກກ້ວຍ, ໝາກນັດ, ໝາກໂມ, ໝາກຫຸ່ງ ແລະ ຖົ່ວຕ່າງໆກໍ່ເພີ່ມຂື້ນເຊັ່ນກັນ, ໂດຍ ສະເພາະຢູ່ບັນດາແຂວງພາກ ເໜືອແມ່ນເປັນຂະບວນການດີ ກ່ວາບ່ອນອື່ນ ແລະ ສາມາດສົ່ງອອກໄປຕ່າງປະເທດເຊັ່ນ: ສປ ຈີນ ໄດ້ເປັນຈຳນວນຫຼາຍ. ສຳລັບການລ້ຽງສັດເປັນສິນ
ຄ້າກໍມີການຂະຫຍາຍຕົວ ແລະ ມີປັດໄຈໃໝ່ຫຼາຍຂຶ້ນ, ດ້ວຍການນຳໃຊ້ແນວພັນປັບປຸງ ແລະ ກ້າວ ໄປສູ່ການລ້ຽງແບບອຸດ ສາຫະກຳ (ແບບເປັນຟາມ), ປັດຈຸບັນ ທົ່ວປະເທດມີຟາມລ້ຽງງົວທັງໝົດ 195 ຟາມ, ມີງົວປະມານ 28 ພັນໂຕ, ສຳລັບຟາມ ລ້ຽງໝູ່ແມ່ນມີທ່າຂະຫຍາຍຕົວດີກວ່າໝູ່, ປັດຈຸບັນມີ 775 ຟາມ, ມີໝູ່ 291 ພັນກວ່າໂຕ, ເດັ່ນກວ່າ ໝູ່ແມ່ນຟາມລ້ຽງໝູຢູ່ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຄຳມ່ວນ, ສຳລັບຟາມລ້ຽງສັດປີກມີ 405 ຟາມ, ມີສັດປີກປະມານ 2 ລ້ານກວ່າໂຕ, ໃນນີ້ຟາມລ້ຽງໄກ່ພັນໄຂ່ມີ 150 ກວ່າຟາມ, ແຕ່ລະມື້ສາມາດ ສະໜອງໄຂ່ໃຫ້ສັງຄົມໄດ້ 1 ລ້ານ ໜ່ວຍ, ນອກນັ້ນຍັງມີຟາມລ້ຽງໄກຊີ້ນ, ເປັດພັນໄຂ່, ນົກກະທາ ແລະ ສັດລ້ຽງອື່ນໆກໍເຫັນວ່າມີ ທ່າຂະຫຍາຍຕົວດີພໍ ສົມຄວນ, ສ່ວນການລ້ຽງປາກະຊັງປະຈຸບັນມີປະມານ 5600 ກວ່າກະຊັງ, ປີໜຶ່ງສາມາດຕອບສະໜອງປາໄດ້ 28 ພັນໂຕນ ຫຼື ປະມານ 76 ໂຕນ/ມື້, ສ່ວນການສົ່ງອອກສັດໃຫຍ່ສາມາດປະຕິບັດໄດ້ທັງໝົດ 119.200 ໂຕ, ໃນນັ້ນມີງົວ 111.700 ໂຕ, ຄວາຍ 7500 ໂຕ, ບັນລຸ 90% ຂອແຜນການວາງໄວ້ໂດຍສ່ວນໃຫຍ່ແມ່ນສົ່ງໄປ ສສ ຫວຽດນາມ ແລະ ສປຈີນ.
         ທ່ານຫົວໜ້າກົມແຜນການ ກ່າວວ່າ: ອັນພົ້ນເດັ່ນຂອງຂະບວນຜະລິດເປັນສິນຄ້າໃນປີຜ່ານມາແມ່ນການລ້ຽງງົວ ທອມ, ຊຶ່ງກຳລັງໄດ້ຮັບຄວາມນິຍົມຢ່າງກວ້າງຂວາງ, ໂດຍສະເພາະແມ່ນຢູ່ເມືອງໜອງແຮດ, ເມືອງຄູນ, ແຂວງຊຽງຂວາງ, ເມືອງສອງຄອນແຂວງສະຫວັນນະເຂດ ແລະ ແຂວງວຽງຈັນ, ໂດຍໄດ້ຫັນເນື້ອທີ່ເຮັດໄຮ່ໄປປູກຫຍ້າລ້ຽງສັດ ແລະ ລູກງົວ ທອມ, ປັດຈຸບັນໂດຍສະເລ່ຍມືເນື່ອທີ່ປະມານ 6 ພັນກວ່າເຮັກຕາ, ສັງລວມແລ້ວໃນໜຶ່ງປີຜ່ານມາແມ່ນສາມາດຮັດສາເກນ ການຂະຫຍາຍຕົວປົກກະຕິຕາມແຜນການທີ່ວາງໄວ້ ຄື: ຕົວເລກການ ຜະລິດຊີ້ນ-ປາຂະຫຍາຍຕົວລະໃນລະຫວ່າງ 5-6%/ປີ, ຊຶ່ງເຫັນໄດ້ຈາກການຜະລິດໝູ ແລະ ປາກະຊັງແມ່ນເພີ່ມຂື້ນຢ່າງຈະ ແຈ້ງ, ຊຶ່ງເຫດຜົນແມ່ນຍ້ອນໂຄງສ້າງຄວາມ ຕ້ອງການ ແລະ ສະໜອງຊີ້ນ-ປາຂອງປະເທດເຮົາມີການປັບໂຕ ແລະ ມີການລົງທຶນທັງພາຍໃນ ແລະ ພາຍນອກເປັນຈຳນວນ ຫຼາຍ.

No comments:

Post a Comment