Ad

Ad

25 September 2014

ຂັບໄວເສຍຫຼັກຕຳທ້າຍລົດບັນທຸກເສຍຊີວິດຄາທີ່



   ເຈົ້າໜ້າທີກອງແກ້ໄຂຄະດີອຸບັດຕິເຫດພະແນກຕຳຫຼວດຈະລາຈອນ, ນະຄອນ ຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາປະມານ 19:30 ຂອງວັນທີ 20 ກັນຍານີ້ ຢູ່ຖະ ໜົນໄກສອນ (ຕໍ່ໜ້າຕະຫຼາດດອນໜູນ) ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໄດ້ເກີດ ອຸບັດຕິເຫດລົດເກັ່ງຕຳທ້າຍລົດບັນທຸກ 6 ລໍ້ທີ່ຈອດໄວ້ແຄມທາງ, ສົ່ງຜົນ ໃຫ້ຜູ້ຂັບຂີ່ລົດເກັ່ງເສຍຊີວິດຄາທີ່ ແລະ ກວ່າຈະ ເອົາຜູ້ເສຍຊີວິດອອກຈາກລົດ ໄດ້ກໍຕ້ອງໄດ້ໃຊ້ເຄື່ອງມືຕັດ-ງັດອອກຈາກລົດເປັນເວລາ 20 ກວ່ານາ ທີ, ຊຶ່ງຜູ້ເສຍຊີວິດຊື່ທ້າວ ດວງ ຈັນ ອາຍຸ 60 ປີ, ຢູ່ບ້ານດົງປ່າແລບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຂັບຂີ່ລົດເກັ່ງໝາຍເລກທະບຽນ  ກຕ 0421, ກຳແພງນະຄອນ, ດ້ວຍຄວາມໄວສູງມາຈາກ 4 ແຍກໄຟ ແດງດົງໂດກຈະໜຸ່ງໜ້າໄປທາງວົງວຽນດອນໜູນ, ພໍມາ ຮອດຈຸດເກີດເຫດລົດ ເສຍຫຼັກໄປຕຳກັບທ້າຍລົດບັນທຸກໝາຍເລກທະບຽນ ບກ 9875 ກຳແພງນະຄອນ, ທີ່ຈອດໄວ້ຂ້າງ ທາງຢ່າງແຮງຈົນເສຍ ຊີວິດ.

         ຜູ້ຂັບຂີ່ລົດບັນທຸກໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໄດ້ບັນທຸກລົດຈັກຈຳນວນ 50 ຄັນເພື່ອຈະໄປສົ່ງໃຫ້ສາຂາຢູ່ແຂວງສະ ຫວັນນະເຂດ, ພໍມາຮອດໜ້າຕະຫຼາດດອນໜູນໄດ້ຈອດລົດໄວ້ຂ້າງທ້າງພ້ອມທັງໃຕ້ໄຟສັນຍານໄວ້, ເພື່ອລົງໄປຊື້ອາຫານ, ບໍ່ພໍ ເທົ່າໃດນາທີກໍ່ໄດ້ຍິນສຽງລົດແລ່ນມາຕຳໃສ່ທ້າຍລົດຊອງຕົນຢ່າງແຮງພໍແລ່ນໄປເບິ່ງເຫັນຜູ້ຂັບຂີ່ລົດເກັ່ງຖືກອັດເສຍຊີວິດຄາ ພວງມາໄລ, ຈຶ່ງຮີບແຈ້ງຕໍ່ເຈົ້າໜ້າທີ່ຈະລາຈອນ, ຕາມການສັນນິຖານເບື້ອງຕົນຂອງເຈົ້າໜ້າທີ່ອຸບັດຕິເຫດຄັ້ງນີ້ອາດເກີດຍ້ອນ ຜູ້ຂັບຂີ່ລົດເກັ່ງແລ່ນດ້ວຍຄວາມໄວ້ສູງເຮັດໃຫ້ລົດເສຍຫຼັກໄປຕຳເອົາທ້າຍລົດດັ່ງກ່າວ, ແຕ່ເຖິງຢ່າງໃດສ່ວນສາເຫດທີ່ແທ້ຈຶ່ ງເຈົ້າໜ້າທີ່ກຳລັງລວບລວມຫຼັກຖານ ແລະ ຂໍ້ມູນຈາກການກວດສອບສະຖານທີ່ເກີດເຫດ.

No comments:

Post a Comment