Ad

Ad

25 September 2014

ປຸ້ນເອົາລົດຖືກສານຕັດສິນຈຳຄຸກ 8 ປີ



    ຄະນະສານອາຍາປະຊາຊົນຂັ້ນຕົ້ນນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໃນກາງເດືອນ ກັນ ຍານີ້ ໄດ້ຕັດສິນລົງໂທດທ້າວພອນຈະ ເລີນ ຫຼື ສັ້ນ ອາຍາ 30 ປີ, ກຳມະກອນ ຢູ່ບ້ານໂນນ ແສງຈັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຈຳຄຸກ 8 ປີ, ພ້ອມ ທັງປັບໃໝເງິນ 3 ລ້ານກີບ, ໃນລະຖານປຸ້ນຊັບສິນພົນລະເມືອງຕາມມາດຕາ 118 ວັກ 2 ຂອງກົດ ໝາຍ ອາຍາ.
   ຜູ້ລາຍງານຂ່າວໃຫ້ຮູ້ວ່າໃນ ເວລາປະມານ 20:00 ຂອງວັນທີ 3 ເມສາຜ່ານມານີ້ໃນຂະ ນະຍ່າງກັບບ້ານພາຍຫຼັງໄປເບິ່ງຕີ ມວຍຢູ່ເດີ່ນຫ້ອງການບ້ານໂນນແສງຈັນ, ພໍມາຮອດ ຮ້ານຂ່າຍ ໄມ້ຕໍ່ໜ້າຮ່ອມ 8  ບ້ານດັ່ງກ່າວທ້າວພອນຈະເລີນ ໄດ້ຈັບເອົາ ໄມ້ຄ້ອນຍາວ ປະມານ 80 ຊັງຕີ ແມັນຢູ່ແຄມທາງເພື່ອກຽມປຸ້ນ ເອົາລົດຈັກທີ່ກາຍມາ, ພໍມີຜູ້ຊາຍຄົນ ໜຶ່ງຂີ່ລົດຈັກຜ່ານມາຜູ້ ກ່ຽວໄດ້ໃຊ້ໄມ້ຄ້ອນຕີງ່ອນຄົນຂັບສະຫຼົບແລ້ວ ນຳເອົາລົດໄປ ເຊື່ອງໄວ້ຢູ່ເຮືອນຂອງຕົນ, ເຊົ້າມື້ຕໍ່ ມາມີຄົນໄປພົບຜູ້ເສຍຫາຍ ນອນຫມົດສະຕິຢູ່ຂ້າງທາງບ່ອນເກີດເຫດ, ຈຶ່ງໄດ້ແຈ້ງຕໍ່ອຳນາດການປົກຄອງບ້ານໂນນ ແສງ
ຈັນເຂົ້າຊ່ວຍເຫຼືອ ແລະ ຮູ້ວ່າຜູ້ ເສຍຫາຍຊື່ທ້າວ ເສລີໄຊ ຢູ່ບ້ານດົງບອງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ຈຶ່ງໄດ້ ແຈ້ງຕໍ່ພີ່ນ້ອງ ແລະ ນຳສົ່ງໂຮງໝໍ 103 ເພື່ອປິ່ນປົວ, ພາຍຫຼັງກໍ່ເຫດປຸ້ນໄດ້ 2 ມື້ ທ້າວ ພອນຈະເລີນໄດ້ປ່ຽນສີລົດ ເພື່ອບໍ່ໃຫ້ເຈົ້າຂອງລົດຈື່ໄດ້, ຫຼັງຈາກນັ້ນກໍ ເອົາລົດຄັນດັ່ງກ່າວໄປຈ່າວຂາຍແຕ່ບໍ່ມີຜູ້ໃດຊື້ມາຮອດວັນທີ 10 ເມສາ 2014 ເຈົ້າໜ້າທີ່ໄດ້ຮູ້ວ່າມີຄົນເອົາລົດໄປເລາະຈ່າວ ຂາຍຢູ່ເຂດບ້ານໂນນແສງຈັນ, ຈຶ່ງໄດ້ລົງຕິດຕາມກັກຕົວທ້າວພອນຈະເລີນ ມາສືບສວນ ແລະ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ເປັນຄົນກໍ່ເຫດປຸ້ນເອົາລົດຄັນດັ່ງກ່າວແ້ທ້ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນ ຄະດີຕາມລະບຽບກົດໝາຍ.
.............................
ຂ່າວ ແລະ ພາບ : ໜັງສືພິມ ປກສ

No comments:

Post a Comment