Ad

Ad

24 September 2014

ກອງປະຊຸມລັດຖະມົນຕີພະລັງງານອາຊຽນຄັ້ງທີ 32 ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫລວງວຽງຈັນ


     ກອງປະຊຸມລັດຖະມົນຕີພະລັງງານອາຊຽນຄັ້ງທີ 32 ໄດ້ໄຂຂຶ້ນຢ່າງເປັນທາງ ການໃນວັນທີ 23 ກັນຍານີ້, ຢູ່ໂຮງແຮມ ດອນ ຈັນພາເລດ ນະຄອນຫລວງ ວຽງ ຈັນ, ໂດຍການໃຫ້ກຽດ ເຂົ້າຮ່ວມ ແລະ ກ່າວເປີດກອງ ປະຊຸມຂອງທ່ານ ທອງສິງ ທຳ ມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີກ່ຽວ ຂ້ອງຈາກປະເທດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ມີຫົວຂໍ້ສຳຄັນວ່າ: “ເຊື່ອມໂຍງໄຟຟ້າເພື່ອຄວາມສົມບູນພູນສຸກ ຂອງອາຊຽນ”.
      ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ກ່າວເປີດ ກອງປະຊຸມວ່າ: ກອງປະຊຸມຄັ້ງ ນີ້, ແມ່ນມີຄວາມສຳຄັນຍິ່ງ ເພາະຈັດຂຶ້ນໃນເງື່ອນໄຂສະພາບແວດລ້ອມພວມມີການປ່ຽນແປງຂອງດິນຟ້າອາກາດເຮັດໃຫ້ໂລກຂອງພວກເຮົາປະເຊີນກັບ ໄພພິບັດທາງທຳມະຊາດຢ່າງໜັກໜ່ວງ ເປັນຕົ້ນ: ເກີດແຜ່ນດິນໄຫວ, ພະຍຸ, ນ້ຳຖ້ວມ, ແຫ້ງແລ້ງ ແລະ ອື່ນໆ, ຊຶ່ງໄດ້ສ້າງ
ຄວາມສູນເສຍແກ່ຊີວິດ ແລະ ຊັບສີນຂອງປະຊາກອນຢູ່ໃນໂລກ ຢ່າງຫລວງຫລາຍ ແລະ ໃນ ເງື່ອນໄຂເສດຖະກິດ-ສັງຄົມ ຢູ່ໃນກຸ່ມປະເທດອາຊຽນໄດ້ພັດທະນາ ແລະ ຂະຫຍາຍຕົວຢ່າງ ຕໍ່ເນື່ອງຊຶ່ງໄດ້ຊ່ວຍໃຫ້ຄຸນນະພາບຊີວິດຂອງປະຊາຊົນນັບ ມື້ນັບດີຂຶ້ນ, ສະນັ້ນຄວາມຕ້ອງ ການດ້ານພະລັງງານຍິ່ງນັບມື້ ນັບສູງຂຶ້ນເພື່ອຮັບປະກັນໃຫ້ແກ່ການຂະຫຍາຍຕົວທາງດ້ານ ເສດຖະກິດ-ສັງຄົມຢ່າງຍືນຍົງ. ຍ້ອນ ບັນຫາດັ່ງກ່າວຂະແໜງພະລັງ ງານຈຶ່ງມີສ່ວນສຳຄັນຕົ້ນຕໍໃນການແກ້ໄຂບັນຫາການ ປ່ຽນແປງຂອງດິນຟ້າອາກາດ, ທັງ ຮັບປະກັນໃຫ້ແກ່ການພັດທະນາ ເສດຖະກິດຢູ່ໃນຂົງເຂດອາຊຽນດ້ວຍການພັດທະນາພະ ລັງ ງານທົດແທນ ແລະ ພະລັງງານສີ ຂຽວທີ່ສະອາດ, ບໍ່ສ້າງມົນລະພິດຕໍ່ຊັ້ນບັນຍາກາດຂອງໂລກ, ຊຶ່ງມາຮອດປັດຈຸບັນໃນ ກອບການຮ່ວມມືເຊື່ອມໂຍງດ້ານພະ ລັງງານກໍໄດ້ມີການແລກປ່ຽນບົດຮຽນກ່ຽວກັບການພັດທະນາພະລັງງານທົດແທນຢ່າງ ມີຄຸນ ນະພາບ ແລະ ການປະຢັດພະ ລັງງານ, ຊຶ່ງບັນຫານີ້ໄດ້ຂະ ຫຍາຍອອກເປັນວົງກວ້າງ ແລະ ໄດ້ຮັບການຈັດຕັ້ງປະຕິບັດ ຮ່ວມກັນຢ່າງມີໝາກຜົນຕົວຈິງ, ຊຶ່ງ ສະແດງອອກຢູ່ໃນກອງປະຊຸມ ເຈົ້າໜ້າທີ່ອາວຸໂສຄັ້ງທີ 32 ທີ່ ຫລວງພະບາງ, ກໍໄດ້ມີ ການຕົກລົງເປັນເອກະພາບນຳກັນເພື່ອບັນຈຸເອົາພະລັງງານໄຟຟ້ານ້ຳຕົກຂະໜາດໃຫຍ່ເຂົ້າໃນກອງປະຊຸມພະລັງງາ ນທົ ດແທນ, ອັນ ເຮັດໃຫ້ອັດຕາສ່ວນການຊົມໃຊ້ ພະລັງງານທົດແທນໃນກຸ່ມປະ ເທດອາຊຽນມີຈຳນວນເພີ່ມຂຶ້ນ ເລື້ອຍໆ.
     ນາຍົກລັດຖະມົນຕີກ່າວຕື່ມ ວ່າ: ລັດຖະບານລາວໄດ້ໃຫ້ ຄວາມສຳຄັນຫລາຍຕໍ່ການປົກ ປັກຮັກສາສິ່ງແວດລ້ອມເປັນ ຕົ້ນ: ແມ່ນຄວາມອຸດົມສົມບູນ ທາງດ້ານລະບົບນິເວດ ແລະ ຊີວະນາໆພັນໃຫ້ມີຄວາມຍືນຍົງ ແລະ ຍັງມີນະໂຍບາຍໃຫ້ນຳ ໃຊ້ຊັບພະຍາກອນທຳມະຊາດເຊັ່ນ:ຫ້ວຍນ້ຳລຳເຊທີ່ມີຢູ່ໃນປະເທດ ເປັນຈຳນວນຫລາຍໃຫ້ກາຍເປັນທ່າແຮງໃນ ການພັດທະ ນາພະລັງງານໄຟຟ້ານ້ຳຕົກ, ຈາກ ການພັດທະນາດັ່ງກ່າວໄດ້ເຮັດ ໃຫ້ລາຍຮັບຈາກພະລັງງານ ກວມ 33% ຂອງທຶນທີ່ມາຈາກ ຊັບພະຍາກອນທຳມະຊາດ, ແຕ່ ເຖິງຢ່າງໃດກໍດີການພັດທະນາ ພະລັງງານໄຟຟ້ານ້ຳຕົກຢູ່ລາວນັ້ນ, ລັດຖະບານກໍບໍ່ໄດ້ຖືເບົາຕໍ່ ຜົນກະທົບຕ່າງໆທີ່ອາດຕາມມາ,ໄດ້ເອົາໃຈໃສ່ພັດທະນາດ້ວຍ ຄວາມລະມັດລະວັງ, ມີຄວາມ ຮັບພິຊອບ, ມີການແລກປ່ຽນ ຖອດຖອນບົດຮຽນກັບບັນດາປະເທດເພື່ອນມິດອາຊຽນ ແລະ ຖືກ ຕ້ອງກັບມາດຕະຖານສາກົນ, ພະລັງງານຈາກເຂື່ອນໄຟ ຟ້ານ້ຳຕົກທີ່ຜະລິດອອກມາກໍເປັນພະ ລັງງານທີ່ສະອາດ, ບໍ່ເປັນພິດຕໍ່ ຊັ້ນບັນຍາກາດຂອງໂລກ, ນຳ ໃຊ້ຍືນຍົງ ແລະ ສາມາດ ຊ່ວຍຕ້ານແລ້ງຕ້ານຖ້ວມຕື່ມອີກ. ຍ້ອນລັດຖະບານມີນະໂຍບາຍ ຖືກຕ້ອງຄືແນວນັ້ນການເຂົ້າເຖິງລະບົບໄຟຟ້າທີ່ໝັ້ນ ຄົງ ຂອງຄົວເຮືອນຂອງປະຊາຊົນຈຶ່ງມີຈຳ ວນເພີ່ມຂຶ້ນຢ່າງໄວວາຄື: ຈາກ 36% ໃນປີ 2000 ມາເປັນ 87% ໃນປີ 2014, ໃນ ນັ້ນ 98% ຂອງ ຕົວເມືອງໄດ້ເຊື່ອມຕໍ່ເຂົ້າໃນລະ ບົບຕາຂ່າຍໄຟຟ້າ, ຊຶ່ງໄດ້ສ້າງ ເງື່ອນໄຂໃຫ້ ສປປ ລາວ ສາ ມາດຈັດຕັ້ງປະຕິ ບັດບັນດາຄາດໝາຍຂອງແຜນພັດທະນາເສດ ຖະກິດ-ສັງຄົມຂອງປະເທດໄດ້ ເປັນຢ່າງດີ. ແນວໃດກໍຕາມ, ການຫລຸດຜ່ອນ ຜົນກະທົບຈາກ ການປ່ຽນແປງຂອງດິນຟ້າອາ ກາດຍ້ອນການປ່ອຍສານພິດຕໍ່ ຊັ້ນບັນຍາກາດນັ້ນເຫັນວ່າບັນ ຫານີ້ຈະເຮັດແຕ່ ປະເທດໃດໜຶ່ງບໍ່ໄດ້, ສະນັ້ນ ອາຊຽນພວກເຮົາຄວນເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນນຳກັນກ່ຽວກັບການ ພັດທະນາພະລັງງານ ໃຫ້ເປັນຮູບປະທຳຫລາຍຂຶ້ນ ກວ່າເກົ່າ ແລະ ກອງປະຊຸມຄັ້ງນີ້ຂໍຮຽນຮ້ອງໃຫ້ພວກເຮົາຄວນກຳນົດນິຕິ ກຳ ແລະ ມີນະໂຍບາຍທີ່ຊັດເຈນກວ່າເກົ່າກ່ຽວກັບການສົ່ງເສີມ ແລະ ນຳໃຊ້ພະລັງງານທົດແທນເຂົ້າໃນແຜນຍຸດທະສາດ ການພັດທະນາແບບຍືນຍົງ, ຄວນເສີມຂະຫຍາຍການຄົ້ນຄວ້າວິໄຈ ແລະ ພັດທະນາກ່ຽວກັບເຕັກໂນໂລຊີດ້ານພະລັງງານ ທົດແທນ, ເພື່ອສາມາດເຜີຍແຜ່ ແລະ ນຳໃຊ້ຂອງບັນ ດາປະເທດອາຊຽນຢ່າງແທດເໝາະກັບສະພາບການຂອງແຕ່ລະ ປະ ເທດ, ສືບຕໍ່ສຶກສາດ້ານ ການສ້າງຕະຫລາດພະລັງງານທົດແທນໃຫ້ກວ້າງຂວາງກວ່າເກົ່າ ແລະ ສະໜອງທຶນທີ່ຈຳ ເປັນໃນການ ສົ່ງເສີມພະລັງງານສີຂຽວທີ່ເປັນມິດກັບສິ່ງແວດ ລ້ອມ ແລະ ຄວນຊຸກຍູ້ການເຊື່ອມໂຍງລະບົບໄຟຟ້າແຮງສູງໃຫ້ເປັນຮູບປະ ທຳຂຶ້ນເທື່ອລະ ກ້າວໂດຍແນໃສ່ການແລກປ່ຽນພະລັງງານຳໄຟຟ້າຈາກແຫລ່ງ ຕ່າງໆຢ່າງມີປະສິດທິຜົນ, ສ່ວນການຮ່ວມມືລະ ຫວ່າງອາຊຽນ ກັບບັນດາປະເທດຄູ່ເຈລະຈາ ນັ້ນ, ກໍແມ່ນໃຫ້ສືບຕໍ່ສະໜັບສະ ໜູນ, ຮ່ວມມື ແລະ ຊ່ວຍເຫລືອໃນການ ແລກປ່ຽນຂໍ້ມູນຂ່າວ ສານ, ການເຝິກອົບຮົມບຸກຂະລະກອນ, ການພັດທະນາພະລັງ ງານທົດແທນທີ່ມີຄຸນນະພາບ, ບົດ ຮຽນກ່ຽວກັບເຕັກໂນໂລຊີ ຖ່ານຫີນສະອາດ, ພະລັງງານນິວເຄຼຍ ແລະ ອື່ນໆ.
     ທ່ານ ດຣ ສຸລິວົງ ດາລາວົງ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ລາວ ກ່າວ ວ່າ: ກອງປະຊຸມຄັ້ງນີ້, ນອກ ຈາກເປັນເວທີປຶກສາຫາລື, ສະ ຫລຸບຕີລາຄາການຈັດຕັ້ງປະຕິ ບັດແຜນງານຜ່ານມາ ແລະ ການ ວາງແຜນຮ່ວມມືໃນຕໍ່ໜ້າ ແລ້ວ, ແມ່ນເປັນໂອກາດອັນດີທີ່ຈະເຮັດໃຫ້ 9 ປະເທດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາມີຄວາມ ເຂົ້າໃຈຕໍ່ແນວ ທາງນະໂຍບາຍດ້ານພະລັງງານຂອງລາວ ແລະ ມີການຮ່ວມມືໃນດ້ານນີ້ຫລາຍ ຂຶ້ນກວ່າເກົ່າ, ເຫັນໄດ້ເຖິງ ຄວາມສຳຄັນຂອງ ພະລັງງານໄຟຟ້າທີ່ມີຕໍ່ວຽກງານແກ້ໄຂຄວາມທຸກຍາກ ແລະ ຮັບປະກັນ ການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ ນຳອີກ.

No comments:

Post a Comment