Ad

Ad

17 October 2014

ລາວ-ສ.ເກົາຫລີ ຈັດຄອນເສີດສະຫລອງສາຍພົວພັນຮ່ວມມື ຄົບຮອບ 25 ປີ



     ໃນຕອນຄ່ຳວັນທີ 14 ຕຸລາ ຜ່ານມາ ຢູ່ຫໍປະຊຸມແຫ່ງຊາດ ນະຄອນ ຫລວງວຽງ ຈັນ ກະ ຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ຮ່ວມກັບ ສະຖານ ທູດ ສ.ເກົາຫລີ ປະຈຳ ລາວ ໄດ້ຈັດຄອນເສີດເພື່ອສະ ເຫລີມສະຫລອງສາຍພົວພັນ ແລະ ການຮ່ວມມືລະຫວ່າງ ສ.ເກົາຫລີ ແລະ ສປປ ລາວ, ໂດຍການເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນະຄອນຫລວງວຽງຈັນ, ທ່ານ ສະ ຫວັນຄອນ ຣາຊມຸນຕຣີ ລັດ ຖະມົນຕຣີ ຊ່ວຍວ່າການກະຊວງ ຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ກິມ ຊູ ຄວັນ ເອກອັກຄະລັດຖະທູດ ສ.ເກົາຫລີ ປະຈຳລາວ, ທ່ານ ໂອ ເຊ ຍັງ ປະທານໃຫຍ່ ບໍລິສັດ ໂຄລາວ ແລະ ມວນຊົນ ຊາວນະ ຄອນຫລວງວຽງຈັນເຂົ້າຮ່ວມ ຢ່າງຫລວງຫລາຍ.

      ທ່ານເອກອັກຄະລັດຖະທູດ ສ.ເກົາຫລີ ປະຈຳລາວ ກ່າວວ່າ: ງານຄອນເສີດຄັ້ງນີ້, ຈັດຂຶ້ນ ເພື່ອສະເຫລີມສະຫລອງ ສາຍພົວພັນ ແລະ ການຮ່ວມມືລະຫວ່າງ ສ.ເກົາຫລີ ແລະ ບັນດາປະເທດ ລຸ່ມແມ່ນ້ຳຂອງຄົບຮອບ 25 ປີ ແລະ ທັງເປັນ ໂອກາດສຳຄັນ ເພື່ອການແລກປ່ຽນວັດທະນະ ທຳລະຫວ່າງສອງຊາດ ສປປ ລາວ ແລະ ສ.ເກົາຫລີ.
      ໃນງານໄດ້ມີລາຍການສະ ແດງຄື ຮ້ອງເພງລາວ, ເພງເກົາ ຫລີ ແລະ ການເຕັ້ນແບບເກົາ ຫລີ, ເຊິ່ງມີສິລະປິນລາວເຂົ້າ ຮ່ວມຄື ນ້ຳຝົນ, ວົງ GB2 ແລະ ທີມເຕັ້ນ S Junia ທີ່ຊະນະການ ເຕັ້ນໂຄເວີ້ ເພັງເກົາຫລີ ແລະ ສິ ລະປິນຈາກ ສ.ເກົາຫລີ ຄື ຢູ-ຄິດ (U​-kiss), ລາບູມ (Laboum), ລິມ ໂຮ (Lim ho), ຈັງ ມີວະ(Chang Mihwa), ໄຈ ຊອງວະ Chai songhwa ໄດ້ສັບປ່ຽກັນຂຶ້ນເວທີເພື່ອສ້າງຄວາມມ່ວນຊື່ນໃຫ້ແກ່ມວນຊົນທີ່ເຂົ້າຮ່ວມງານ.

No comments:

Post a Comment