Ad

Ad

17 October 2014

ຂະແໜງ​ແຜນການ-ການ​ລົງທຶນ ຕີລາຄາວຽກງານ 3 ສ້າງ



     ຂະ​ແໜງ​ແຜນການ ​ແລະ ການ​ລົງທຶນ, ໄດ້​ສຸມ​ງົບປະມານ​ຈຳນວນ​ຫລວງຫລາຍເຂົ້າ​ໃສ່​ວຽກ​ງານທົດ​ລອງ 3 ສ້າງໂດຍ​ສະ​ເພາະ​ໃນ​ສົກ​ປີ 2012-2013,​ໄດ້​ຈັດ​ສັນ​ງົບປະມານ​ໃຫ້​ບັນດາ​ເມືອງ​ທົດ​ລອງ 3 ສ້າງ​ປະມານ 3-5 ຕື້ກີບເພື່ອ​ໃຫ້​ເຂົາ​ເຈົ້າ​ຄຸ້ມ​ຄອງ ​ແລະ ຈັດຕັ້ງປະຕິບັດ​ເອງມີ 338 ​ໂຄງການລວມມູນ​ຄ່າ 79 ຕື້ກີບ ​ແລະ ສົກ​ປີ 2013-2014 ມີ 605 ​ໂຄງການລວມ ມູນ​ຄ່າ 169 ຕື້ກີບ. ຜ່ານ​ການຈັດຕັ້ງປະຕິບັດ​ຕົວ​ຈິງ​ເຫັນ​ວ່າ​ໄດ້​ຮັບ​ຜົນສຳ​ເລັດ​ຫລາຍ​ດ້ານແຕ່​ຄຽງ​ຄູ່​ກັນນັ້ນກໍ​ຍັງ​ມີ​ຂໍ້ຄົງຄ້າງ​ບາງ​ດ້ານ​ທີ່​ຈະ​ຕ້ອງ​ໄດ້​ສືບຕໍ່​ປັບປຸງ​ແກ້​ໄຂ.
        ທ່ານ ດຣ ກິ​ແກ້ວ ຈັນທະ​ບູຣີ ຫົວໜ້າ​ຫ້ອງການ, ທັງ​ເປັນ ຫົວໜ້າ​ກອງ​ເລຂາ 3 ສ້າງກະ ຊວງ​ແຜນການ ​ແລະ ການ​ລົງ ທຶນໄດ້​ໃຫ້​ຮູ້​ໃນ​ກອງ​ປະຊຸມ​ສະ ຫລຸບຖອດ​ຖອນ​ບົດຮຽນ​​ວຽກ​ງານ​ດັ່ງກ່າວ​ເມື່ອບໍ່ດົນນີ້ວ່າ: ການຈັດຕັ້ງປະຕິບັດ​ວຽກ​ງານ​ທົດ​ລອງ 3 ສ້າງ​ໃນ​ຂະ​ແໜງ​ແຜນການ ​ແລະ ການ​ລົງທຶນ ແຕ່ສົກປີ 2012-2013 ແລະ 2013-2014 ​ເຫັນ​ວ່າຢູ່ຂັ້ນແຂວງ ສ່ວນ ຫລາຍແມ່ນສາມາດເປັນ ຫົວໜ່ວຍຍຸດທະສາດທາງດ້ານ ແຜນການ ແລະ ການພັດທະນາ ໄດ້ດີພໍສົມຄວນ ແລະ ຂັ້ນເມືອງ ເຫັນວ່າຢູ່ປະເພດກາງ, ໂດຍ ວຽກງານທີ່ອ່າວເຮັດໄດ້ແມ່ນ ວຽກແຜນການ, ສະຖິຕິ, ຕີລາຄາ ແລະ ວຽກງານຈັດຕັ້ງ-ພະນັກ ງານ, ສ່ວນວຽກງານສົ່ງເສີມ ການລົງທຶນ ແລະ ຮ່ວມມືສາກົນ ແມ່ນຕ້ອງໄດ້ໃຊ້ເວລາ ແລະ ຕ້ອງມີນັກວິຊາການທີ່ຊຳນານ
ລົງໄປຊ່ວຍແນະນຳຕື່ມອີກ, ສ່ວນຂັ້ນບ້ານ, ເຫັນວ່າບ້ານຈຳ ນວນໜຶ່ງສາມາດເຮັດໄດ້ແຕ່ຍັງບໍ່ທັນດີເທົ່າທີ່ຄວນ, ຍ້ອນບໍ່ເຂົ້າ ໃຈເລິກກ່ຽວກັບການປະຕິບັດ ວຽກງານ 3 ສ້າງ ແລະ ບໍ່ທັນ ເຊື່ອມຊຶມເອກະສານນິຕິກຳ ຕ່າງໆຂອງຂັ້ນເທິງວາງອອກ.
      ສຳລັບທິດທາງແຜນການ ຕໍ່ໜ້າຂະແໜງພວກເຮົາຈະສືບ ຕໍ່ເລັ່ງໃສ່ຂັ້ນເມືອງໃຫ້ກາຍເປັນຫົວໜ່ວຍທີ່ມີຄວາມເຂັ້ມແຂງ ດ້ານແຜນການ, ຄະນະຊີ້ ນຳວຽກງານ 3 ສ້າງ ກະຊວງ ແຜນການ ແລະ ການລົງທຶນຈະ ສືບຕໍ່ນຳພາ, ຕິດຕາມ-ຊຸກຍູ້ ການຈັດຕັ້ງປະຕິບັດຢູ່ຮາກຖານ ແລະ ທ້ອງຖິ່ນຢ່າງໃກ້ຊິດ ໂດຍ ເລັ່ງໃສ່ບັນດາເມືອງທີ່ເຫັນວ່າບໍ່ສາມາດຈັດຕັ້ງປະຕິບັດໄດ້ ແລະ ໜ້າວຽກທີ່ຍັງຄ້າງຄາ, ປະກາດ ນຳໃຊ້ຜົນການປະເມີນມາດຖານ 3 ສ້າງໃຫ້ທ້ອງຖິ່ນ, ປັບປຸງບາງ ວຽກທີ່ຍັງຄ້າງຄາ ແລະ ບາງ ເມືອງທີ່ຍັງຈັດຕັ້ງປະຕິບັດບໍ່ໄດ້,ສືບຕໍ່ຕິດຕາມ ແລະ ຊຸກຍູ້ບັນ ດາໂຄງການລົງທຶນຂອງລັດໃນສົກປີ 2014-2015 ທີ່ແຂວງໄດ້ ມອບໃຫ້ເມືອງ 3 ສ້າງເປັນຜູ້ ຄຸ້ມຄອງຈັດຕັ້ງປະຕິບັດໃຫ້ສຳ ເລັດ, ລົງຊຸກຍູ້ຕິດຕາມການຈັດ ຕັ້ງປະຕິບັດແຜນ ການ ແລະ ໂຄງການລົງທຶນຂອງລັດສົກປີ 2014- 2015 ຂອງແຂວງ, ເມືອງ ແລະ ບ້ານສາມສ້າງ, ສືບຕໍ່ສະໜອງ ອຸປະກອນ ທີ່ຈຳເປັນໃນການປະຕິບັດວຽກງານໃຫ້ແກ່ບັນດາ ຫ້ອງການແຜນການເມືອງສາມສ້າງ ເພື່ອຮັບປະກັນການປະຕິ ບັດວຽກງານ ໃຫ້ມີປະສິດທິຜົນ ແລະ ລະດົມຂົນຂວາຍໂຄງ ການຊ່ວຍເຫລືອລ້າ, ໂຄງການ ລົງທຶນຂອງເອກກະຊົນທັງພາຍໃນ ແລະ ຕ່າງ ປະເທດໃຫ້ໄປ ຈັດຕັ້ງປະຕິບັດຢູ່ເມືອງທົດລອງສາມສ້າງ ແລະ ມອບໃຫ້ເມືອງ ເຮັດບົດບາດໃນການຕິດຕາມ ກວດກາ ແລະ ລາຍງານຂັ້ນ​ເທິງ.

No comments:

Post a Comment