Ad

Ad

8 October 2014

ຮອງນາຍົກ ດຣ. ບຸນປອນ ບຸດຕະນະວົງ ເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ ເພື່ອແລກ ປ່ຽນບົດຮຽນການຄຸ້ມຄອງເສດ ຖະກິດ ແລະ ການລົງທຶນ



       ໃນລະຫວ່າງວັນທີ 5-10 ຕຸລານີ້, ທ່ານ ດຣ. ບຸນປອນ ບຸດຕະນະວົງ ຮອງນາ ຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດມະຫາພາກພ້ອມດ້ວຍຄະນະໄດ້ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຢ່າງເປັນທາງການ.
     ໃນການຢ້ຽມຢາມຄັ້ງນີ້ ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະໄດ້ພົບປະ ເຮັດວຽກນຳຄະນະຜູ້ແທນກະຊວງແຜນ ການ-ການລົງທຶນ ສສ ຫວຽດນາມ ນຳໂດຍທ່ານ ບຸຍ ກວາງ ວິງ ລັດຖະມົນຕີວ່າການກະຊວງແຜນການ-ການລົງທຶນ, ເຊິ່ງໄດ້ ປຶກສາຫາລື ແລະ ແລກ ປ່ຽນບົດຮຽນກ່ຽວກັບການສ້າງແຜນ ແລະ ການຄຸ້ມຄອງການ ລົງທຶນຂອງລັດ, ນະໂຍ ບາຍການດຶງດູດການລົງທຶນຂອງຕ່າງປະເທດເປັນຕົ້ນນະໂຍບາຍກ່ຽວກັບການພັດທະນາການລົງທຶນຂອງຕ່າງປະເທດທີ່ມີຄຸນນະພາບ ແລະ ຍືນຍົງ, ກົນໄກການບໍລິການປະຕູດຽວສຳລັບການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດ, ນະໂຍບາຍສະ ໜັບສະໜູນການລົງທຶນຂອງຕ່າງປະເທດທີ່ບໍ່ແມ່ນພາສີອາກອນລວມທັງນະໂຍບາຍເຊົ່າ-ຊື້ ຫລື ສຳປະທານທີ່ດິນສຳລັບນັກ
ລົງທຶນຕ່າງປະເທດ, ການກະຈາຍອຳນາດໃຫ້ທ້ອງຖິ່ນໃນການພິຈາລະນາອະນຸມັດການລົງທຶນຂອງເອກະຊົນ ແລະ ກົນໄກ ການປະສານສົມທົບລະຫວ່າງສູນກາງ ແລະ ທ້ອງຖິ່ນ. ຫລັງຈາກນັ້ນ, ຄະນະຜູ້ແທນລາວກໍໄດ້ພົບປະປຶກສາຫາລືກັບຄະນະຜູ້ ແທນກະຊວງການເງິນ ສສ ຫວຽດນາມ ນຳໂດຍທ່ານ ດິ່ງ ຕຽນ ຢຸ້ງ ລັດຖະມົນຕີວ່າການກະຊວງການເງິນກ່ຽວກັບວຽກງານ ການຄຸ້ມຄອງລາຍຮັບ-ລາຍຈ່າຍ, ການຈຳໜ່າຍພັນທະບັດຂອງລັດຖະບານ, ການຫັນຊັບສິນເປັນທຶນ, ການແກ້ໄຂໜີ້ສິນ, ບົດຮຽນເລື່ອງການ ຫັນ 3 ຂະແໜງດັ່ງກ່າວເປັນທັນສະໄຫມ.
      ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ເຫັນໄດ້ຄວາມຈິງໃຈຕໍ່ຄະນະນຳຂອງ 2 ກະຊວງ ສສ ຫວຽດ ນາມທີ່ໄດ້ໃຫ້ການຕ້ອນຮັບ ແລະ ແບ່ງປັນບົດຮຽນອັນລ້ຳຄ່າໃຫ້ຄະນະຝ່າຍລາວຄັ້ງນີ້ພ້ອມທັງສະເໜີໃຫ້ກະຊວງແຜນການ- ການລົງທຶນ ແລະ ການກະຊວງການເງິນ ຂອງ ສສ ຫວຽດນາມ ສືບຕໍ່ໃຫ້ການຮ່ວມມືຊ່ວຍເຫລືອ ແລະ ແບ່ງປັນບົດຮຽນ ໃຫ້ແກ່ຝ່າຍລາວຢ່າງເປັນປະຈຳ ແລະ ສະເໜີໃຫ້ສອງຝ່າຍລາວ-ຫວຽດນາມສືບຕໍ່ຄົ້ນຄວ້າແຕ່ລະບັນຫາໃຫ້ເລີກເຊິ່ງດ້ວຍ ຫລາຍຮູບການ ແລະ ຫລາຍວິທີເພື່ອໃຫ້ທັນກັບທຸກສະພາບການທີ່ມີການປ່ຽນແປງແຕ່ລະໄລຍະຢ່າງວ່ອງໄວ ແລະ ປະສິດ ທິຜົນ.

No comments:

Post a Comment