Ad

Ad

13 October 2014

ຫາລືຄວາມຄືບໜ້າຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ VIII



    ກະຊວງແຜນການ ແລະ ການລົງທຶນຮ່ວມກັບບັນດາກະຊວງ, ອົງການຈັດຕັ້ງພາກລັດ ແລະ ພາກເອກະຊົນໄດ້ປຶກສາ ຫາ ລືກ່ຽວກັບຄວາມຄືບໜ້າຂອງຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແນໃສ່ຄົ້ນ ຄວ້າກຸ່ມວຽກຂອງບັນດາຂະ ແໜງການທີ່ຈະເປັນກຳລັງແຮງຊຸກຍູ້ແຜນພັດທະນາດັ່ງກ່າວໃຫ້ບັນລຸຄາດໝາຍ ແລະ ສອດຄ່ອງ ກັບວິໄສທັດ, ຍຸດທະສາດ ແລະ ແຜນການ 5 ປີຂອງແຕ່ລະຂະແໜງການ.
     ທ່ານລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ດຣ ຄຳລຽນ ພົນເສ ນາ ໄດ້ກ່າວໃນວັນທີ 10 ຕຸລາ ນີ້ ຢູ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມຄັ້ງນີ້ແມ່ນເພື່ອເຮັດໃຫ້ວິ ໄສທັດຮອດປີ 2030, ຍຸດທະສາດການພັດທະນາເສດຖະ ກິດ-ສັງຄົມໄລຍະ 10 ປີ(2016-2025) ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ສອດຄ່ອງ ແລະ ກົມກ່ຽວກັບວິໄສທັດ, ຍຸດທະສາດແຜນການ 5 ປີ ຂອງຂະແໜງການໃຫ້ບັນລຸຄາດໝາຍເວົ້າລວມ, ໃຫ້ ເສດຖະກິດແຫ່ງຊາດໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງດ້ວຍຈັງຫວະສູງ, ໝັ້ນທ່ຽງ, ມີຄຸນນະພາບ, ຮັບປະກັນສະຖຽນລະພາບ ດ້ານເສດຖະກິດມະຫາພາກ, ດຸນດ່ຽງລະຫວ່າງການພັດທະນາ ແລະ ການສະໜອງທຶນໃຫ້ສອດຄ່ອງກັບເງື່ອນໄຂໃໝ່ ຕາມ
ທິດຫັນ ເປັນອຸດສາຫະກຳ ແລະ ທັນສະໄໝ, ຮັບປະກັນການພັດທະນາທີ່ຍືນຍົງ, ມີຄວາມສອດຄ່ອງກົມກຽວລະ ຫວ່າງ ການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ການປົກປັກຮັກສາສະພາບແວດລ້ອມທັງເປັນເຈົ້າ ການຮັບມືກັບ ໄພພິບັດທຳມະ ຊາດຢ່າງທັນການ, ຮັບປະກັນການພັດທະນາຊົນນະບົດຮອບດ້ານຕິດພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນຕາມ ທິດ 3 ສ້າງ, ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ສ້າງກຳລັງແຮງງານໃຫ້ມີສີມື, ມີລະ ບຽບວິໄນ ແລະ ອົດທົນ, ສ້າງໃຫ້ໄດ້ຊ່ຽວຊານສະເພາະດ້ານວິຊາການ ແລະ ເຕັກນິກ, ສ້າງຄວາມເຂັ້ມແຂງໃຫ້ແກ່ພະ ນັກງານລັດ, ວິສາຫະກິດ ແລະ ຜູ້ປະກອບການສາມາດແຂ່ງຂັນໄດ້ທັງພາຍໃນ ແລະ ຕ່າງປະເທດ, ຮັກສາສະຖຽນລະພາບ ທາງດ້ານການເມືອງ, ຮັບປະກັນ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ສ້າງສັງຄົມ ສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ, ເປີດກ້ວາງການຮ່ວມມືກັບສາກົນດ້ວຍຫລາຍ ຮູບແບບຢ່າງເປັນ ເຈົ້າການຕາມທິດຕ່າງຝ່າຍຕ່າງມີຜົນປະ ໂຫຍດ, ສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

No comments:

Post a Comment