Ad

Ad

13 October 2014

ໂຕໂຍຕ້າມອບໂຊກໃຫ້ລູກຄ້າ



           ວັນທີ 11 ຕຸລານີ້ ບໍລິສັດ ລາວໂຕໂຍຕ້າ ບໍລິການຈຳກັດໄດ້ຈັດພິທີ່ຈັບສະ ຫຼາກມອບລາງວັນໃຫ້ລູກຄ້າໃນໂຄງການລາວໂຕໂຍຕ້າແຈກໂຊກທຸກໆທ້າຍ ອາ ທິດຂຶ້ນ, ທີ່ບໍລິສັດດັ່ງກ່າວສາຂາທົ່ງຂັນຄຳ, ໂດຍການເຂົ້າຮ່ວມ ຂອງທ່ານ ເພັດ ຕະວັນ ອິນທະ ວົງ ຜູ້ຈັດການຝ່າຍການຕະ ຫຼາດບໍລິສັດດັ່ງກ່າວ, ພ້ອມດ້ວຍ ລູກຄ້າ ແລະ ສື່ມວນຊົນ ເຂົ້າຮ່ວມເປັນຈຳນວນຫຼາຍ.
   ຜູ້ຈັດການຝ່າຍການຕະຫຼາດກ່າວວ່າ: ໃນແຕ່ລະທ້າຍປີບໍລິສັດລາວໂຕໂຍຕ້າ ຈະມີໂຄງການມອບໂຊກເພື່ອຄືນກຳໄລໃຫ້ແກ່ ລູກຄ້າ ແລະ ສຳລັບປີນີ້ທາງບໍລິສັດໄດ້ຈັດໃຫ້ມີສອງໂຄງການໃຫຍ່ຄືໂຄງການ ໂຕໂຍຕ້າແຈກໂຊກທຸກໆທ້າຍອາທິດຊຶ່ງຈະເລີ່ມ ແຕ່ເດືອນຕຸລານີ້ຈົນຮອດທ້າຍປີ, ລວມມີ 12 ອາທິດ, ຊຶ່ງແຕ່ລະອາທິດຈະ ມີການຈັບສະຫຼາກເພື່ອແຈກໂຊກອາທິດລະ 3 ລາງວັນໃຫ້ລູກຄ້າຜູ້ທີ່ມາຊື້ລົດຈາກບໍລິສັດພວກເຮົານັບແຕ່ວັນ 1 ຕຸລານີ້ເປັນ ຕົ້ນໄປ, ຊຶ່ງລາງວັນປະກອບມີ: ລາງວັນ ທີ 1 ໄປ ທ່ຽວຍີ່ປຸ່ນມີ 12 ລາງວັນລາງວັນລະ 2 ຄົນ, ລາງວັນທີ 2 ລົດ ຈັກ
YAMAHA SPARK ມີ12 ລາງວັນລາງວັນ ລະ 1 ຄັນ, ລາງວັນທີ 3 ໂທລະພາບ 40 ຈຳນວນ 12 ລາງວັນລາງວັນລະ 1 ໜ່ວຍ. ນອກຈາກນີ້ຍັງມີໂຊກ ຊັ້ນທີ 2 ເປັນໂຄງການມ່ວນ ຫຼາຍທ້າຍປີຊຶ່ງຈະແຈກລາງວັນໃຫຍ່ຄື ລົດກະບະວີໂກ້ 1 ຄັນ, ພ້ອມກັບລົດເກັ່ງວີອອດ, ລົດ ຈັກຟີໂນ ແລະ ອື່ນໆ, ລວມມູນ ຄ່າລາງວັນທັງໝົດ 1,4 ຕື້ກີບ ແລະ ການຈັບສະຫຼາກມອບ ໂຊກໃນຄັ້ງນີ້ເປັນຄັ້ງທຳອິດ ຂອງໂຄງການລາວໂຕໂຍຕ້າ ແຈກ ໂຊກທຸກໆທ້າຍອາທິດ ແລະ ຜູ້ໂຊກດີລາງວັນທີ 1 ໄດ້ແກ່ທ່ານ ນາງ ໄໝຄຳ ເບີໂທລະສັບ 98105599, ລາງວັນທີ 2 ທ່ານ ສຸກສະຫວັນ ສຸດທິຈັກ ເບີໂທ ລະສັບ 55693797, ລາງວັນທີ 3 ທ່ານ ວໍລະບັນດິດ ພິນລາດ, ເບີ ໂທລະສັບ 22229178 .

No comments:

Post a Comment