Ad

Ad

13 October 2014

ສື່ມວນຊົນລາວແລກປ່ຽນບົດຮຽນດ້ານສົ່ງເສີມການອ່ານສື່ສິ່ງພິມກັບຄະນະສະມາຄົມນັກຂ່າວນອກແວ



           ວັນທີ 10 ຕຸລານີ້ທ່ານ ແຈນວິນເຊັນ, ຄະນະສະມາຄົມນັກຂ່າວຈາກປະເທດນອກແວໄດ້ເດີນທາງມາລາວເພື່ອພົບ ປະແລກປ່ຽນບົດຮຽນການສົ່ງເສີມການອ່ານສື່ສິ່ງພິມກັບສື່ມວນຊົນລາວ, ຢູ່ທີສະມາຄົມນັກຂ່າວແຫ່ງປະເທດລາວ, ໂດຍ ການເຂົ້າຮ່ວມຂອງຜູ້ຕາງໜ້າສື່ມວນຊົນຈາກພາກສ່ວນຕ່າງໆເປັນຈຳນວນຫຼາຍ.
   ການໃນພົບປະຄັ້ງນີ້ທາງສື່ ມວນຊົນລາວໄດ້ຮ່ວມແລກປ່ຽນຖາມ-ຕອບບັນຫາຕ່າງໆກ່ຽວກັບການສົ່ງເສີມການອ່ານກັບ ຄະນະສະມາຄົມນັກຂ່າວນອກ ແວ, ໂດຍຄະນະບໍລິຫານງານສະມາຄົມນັກຂ່າວຝ່າຍລາວໄດ້ຍົກໃຫ້ເຫັນສະພາບການບໍລິ ໂພກສື່ຂອງລາວໃຈປັດຈຸບັນຫຼາຍກວ່າໝູ່ແມ່ນສື່ເອເລັກໂຕຣນິກ, ຮອງລົງມາແມ່ນວາລະສານ ແລະ ໜັງສື່ພິມ, ສ່ວນຫຼາຍຈະ ແມ່ນອາຍຸ 18 ປີຂຶ້ນໄປ, ສ່ວນການສົ່ງເສີມການອ່ານຂອງລາວແມ່ນນັບມື້ມີຄວາມໂດດເດັ່ນຂຶ້ນ ແລະ ສຳລັບການບໍລິໂພກສື່ ຂອງປະເທດຕ່າງໆໃນໂລກກໍຄືປະເທດນອກແວກໍເຊັ່ນດຽວກັນຄົນສ່ວນຫຼາຍຈະນິກຍົມສື່ເອເລັກໂຕຣນິກ ເຊັ່ນໂທລະພາບວິ ທະຍຸ ແລະ ສີ່ອອນລາຍຫຼາຍກວ່າຈາກນັ້ນຈຶ່ງແມ່ນສື່ສິ່ງພີມ, ປັດໄຈທີ່ສຳຄັນທີ່ດູງດິງໃຫ້ຄົນອ່ານສືສິ່ງພິມໄດ້ຫຼາຍຂຶ້ນຂອງ ປະເທດນອກແວແມ່ນການຮັບຟັງສິ່ງທີ່ຜູ້ອ່ານຕ້ອງການ ແລະ ອອກແບບບໃໝ່ໆທີ່ໂດດເດັ່ນສະດຸດຕາ, ມີຄຸນນະພາບ, ໂດຍ ສະເພາະແມ່ນຂ່າວທີ່ຂຽນອອກມາຕ້ອງມີຄຸນນະພາບ ແລະ ເຊື່ອຖືໄດ້.

No comments:

Post a Comment