Ad

Ad

30 October 2014

ອາຊຽນຫາລືການຮ່ວມມືດ້ານສິ່ງແວດລ້ອມໃນພາກພື້ນ



    ໃນວັນທີ 29 ຕຸລານີ້, ຢູ່ນະຄອນຫລວງວຽງຈັນ, ທ່ານນາງ ມອນມະນີ ຍອຍ ບົວກ່ອງ ລັດຖະມົນຕີຊ່ວຍວ່າການກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມຂອງລາວ, ໄດ້ເປັນ ປະທານກອງປະຊຸມເຈົ້າໜ້າທີ່ ອາວຸໂສເພື່ອກະ ກຽມໃຫ້ ແກ່ກອງປະຊຸມລັດຖະມົນຕີອາຊຽນດ້ານສິ່ງແວດລ້ອມບໍ່ເປັນທາງການ ຄັ້ງທີ 15 (IAMME) ທີ່ຈະຈັດ ຂຶ້ນເປັນທາງການໃນ ວັນທີ  30 ຕຸລານີ້, ຢູ່ນະ ຄອນຫລວງວຽງ ຈັນ, ເຊິ່ງກອງປະຊຸມເຈົ້າໜ້າ ທີ່ອາວຸໂສຄັ້ງນີ້ໄດ້ມີການປຶກ ສາຫາລືກ່ຽວກັບບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ພາວະໂລກຮ້ອນ, ການປົກປັກ ຮັກສາທຳມະຊາດ ແລະ ຊີວະ ນາໆພັນ, ການຄຸ້ມ ຄອງຊັບພະຍາກອນນ້ຳ, ການບໍລິຫານ ແລະ ການຄຸ້ມຄອງສິ່ງແວດລ້ອມຕົວ ເມືອງ, ສິ່ງແວດລ້ອມ ທາງທະເລ ແລະ ຊາຍຝັ່ງ ແລະ ການສຶກສາ ສິ່ງແວດລ້ອມ, ນອກນີ້, ຍັງໄດ້ ຫາລືກ່ຽວກັບການນຳໃຊ້ເຕັກໂນໂລຊີທີ່ເປັນ
ມິດກັບສິ່ງແວດລ້ອມ, ການບໍ ລິໂພກ ແລະ ຜະລິດຕະພັນ ແບບຍືນຍົງ ແລະ ບັນຫາສຳຄັນອື່ນໆທີ່ກ່ຽວພັນກັບການ ປົກຮັກ ສາສິ່ງແວດລ້ອມ, ໂດຍບັນດາ ປະເທດສະມາຊິກອາຊຽນມີເປົ້າໝາຍຮ່ວມກັນວ່າຕ້ອງຮ່ວມມື ກັນຢ່າງແໜ້ນແຟ້ນ ເພື່ອເຮັດ ໃຫ້ພາກພື້ນອາຊຽນມີ ຄວາມ ອຸດົມສົມບູນທາງດ້ານຊີວະນາໆພັນ ແລະ ທຳມະຊາດມີຄວາມສົມ ບູນຍືນຍົງ ແລະ ບັນລຸການເຕີບ ໂຕສີຂຽວໄດ້.

No comments:

Post a Comment