Ad

Ad

30 October 2014

ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ຕ້ອນຮັບຄະນະຜູ້ ແທນຂັ້ນສູງຂ່າວສານປະເທດລາວ



       ບ່າຍວັນທີ 28 ຕຸລານີ້, ທີ່ສຳນັກງານລັດຖະບານ ສສ ຫວຽດ ນາມ ໃນນະຄອນຫລວງຮ່າໂນ້ຍ, ທ່ານ ຫງວຽນ ຊວນ ຟຸກ ຮອງ ນາຍົກລັດຖະມົນຕີ, ປະທານຄະນະກຳມະການຮ່ວມມື ຫວຽດ ນາມ-ລາວ ໄດ້ໃຫ້ກຽດຕ້ອນຮັບ ຄະ ນະຜູ້ແທນ ຂັ້ນສູງຂອງສຳນັກ ງານຂ່າວສານປະເທດລາວ, ນຳ ໂດຍທ່ານ ສູນທອນ ຄັນທະວົງ ອຳນວຍການໃຫຍ່ສຳນັກຂ່າວ ດັ່ງກ່າວ ເຊິ່ງພວມດຳເນີນການ ຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 27/10 - 2/11/2014 ນີ້ ຕາມການ ເຊີນຂອງຄະນະອຳນວຍການ ຂ່າວສານຫວຽດນາມ.  ເຂົ້າຮ່ວມການຕ້ອນຮັບດັ່ງ ກ່າວ ມີທ່ານ ຫງວຽນ ດຶກ ເລີຍ (Nguyon Duc Loi) ອຳນວຍການໃຫຍ່ຂ່າວ ສານຫວຽດ ນາມ.
     ໃນໂອກາດຕ້ອນຮັບອັນອົບ ອຸ່ນນັ້ນ, ທ່ານຮອງນາຍົກລັດຖະ ມົນຕີ ສສ ຫວຽດນາມ ໄດ້ຕີລາ ຄາສູງຕໍ່ໝາກຜົນການພົວ ພັນຮ່ວມມືລະຫວ່າງສອງສຳນັກ ງານຂ່າວ ຫວຽດນາມ-ລາວ ໃນ ໄລຍະຜ່ານມາ ແລະ ໄດ້ປະກອບ ສ່ວນສຳຄັນເຂົ້າໃນການ ເພີ່ມທະວີເພີ່ມພູນຄູນສ້າງການພົວພັນ ຮ່ວມມື ແລະ ການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ອັນເປັນມູນ ເຊື້ອລະຫວ່າງ ສອງ ພັກ, ລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ບົນຈິດໃຈ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມື ຮອບດ້ານທີ່ມີມາແຕ່ດົນນານແລ້ວນັ້ນ ນັບມື້ແຕກ ດອກອອກຜົນງອກງາມຍິ່ງໆຂຶ້ນ.

      ທ່ານຮອງນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ສະແດງ ຄວາມເຊື່ອໝັ້ນວ່າ: ສອງສຳນັກ ງານຂ່າວດັ່ງກ່າວຈະ ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືອັນ ເປັນມູນເຊື້ອດີງາມຂອງຕົນ, ເຮັດ ສຳເລັດໜ້າທີ່ຂອງຕົນ, ພ້ອມໃຫ້ ການ ຮ່ວມມືຊ່ວຍເຫລືອກັນຍົກ ສູງຄຸນນະພາບວຽກງານຂ່າວສານ, ຍົກລະດັບພື້ນຖານເຕັກນິກ ໃຫ້ທັນສະໄໝ ແລະ ສາມາດ ເຊື່ອມໂຍງເຂົ້າກັບຂົງເຂດ ແລະ ສາກົນເທື່ອລະກ້າວ.
     ທ່ານຮອງນາຍົກລັດຖະມົນຕີ ເວົ້າວ່າ: ໃນນາມປະທານຄະນະ ກຳມະການຮ່ວມມື ຫວຽດນາມ- ລາວ, ຍາມໃດ ກໍ ກຽມພ້ອມສ້າງ ເງື່ອນໄຂອັນສະດວກໃຫ້ແກ່ການ ພົວພັນຮ່ວມມືສອງຝ່າຍ, ປະກອບສ່ວນສ້າງພະນັກງານຂົງເຂດ ວຽກ ງານຂ່າວໃຫ້ຮູ້ພາສາ ຫວຽດນາມ ແລະ ພາສາລາວ ຫລາຍຂຶ້ນ.
     ໃນໂອກາດນີ້, ທ່ານ ສູນທອນ ຄັນທະວົງ ກໍໄດ້ສະແດງຄວາມ ຂອບອົກຂອບໃຈຢ່າງສູງຕໍ່ທ່ານ ຮອງນາຍົກລັດຖະມົນຕີ ທີ່ໄດ້ໃຫ້ ການຕ້ອນຮັບຄະນະດ້ວຍຄວາມ ອົບອຸ່ນ, ພ້ອມໄດ້ຢ້ຳຄືນວ່າ: ການ ພົວພັນຮ່ວມມືອັນເປັນມູນເຊື້ອ ຂອງສອງສຳ ນັກງານຂ່າວສານ ລາວ ແລະ ຫວຽດນາມ ທີ່ມີມາ ແຕ່ດົນນານແລ້ວນັ້ນ ນັບມື້ຍິ່ງໄດ້ ຮັບການເສີມຂະຫຍາຍ, ໃນແຕ່ ລະປີ ຄະນະຜູ້ແທນຂັ້ນສູງສອງ ຝ່າຍໄດ້ແລກປ່ຽນຢ້ຽມຢາມ ຖອດຖອນບົດຮຽນ ແລະ ປະສົບ ການຕ່າງໆ ໃນການໂຄສະນາ ເຜີຍ ແຜ່ຂໍ້ມູນຂ່າວສານ ແລະ ຄັ້ງ ນີ້ ສອງຝ່າຍກໍໄດ້ຮ່ວມກັນລົງ ນາມໃນບົດບັນທຶກການຮ່ວມມື ລະຫວ່າງສອງສຳນັກ ສຳລັບສົກ ປີໃໝ່ 2014-2015 ແນໃສ່ເພີ່ມທະ ວີແລກປ່ຽນຂໍ້ມູນຂ່າວສານ, ຊ່ວຍເຫລືອກັນ ຍົກສູງຄວາມສາ ມາດດ້ານວິຊາສະເພາະ ແລະ ພື້ນຖານເຕັກນິກໃຫ້ກ້າວສູ່ທັນສະໄໝ ໂດຍສະເພາະໃນປີ 2015 ລາວຈະ ໄດ້ສຸມໃສ່ໂຄສະນາໃຫ້ຫລາຍ ເຫດການປະ ຫວັດສາດສຳຄັນ ຄື ວັນສະຖາປະນາ ສປປ ລາວ ຄົບ ຮອບ 40 ປີ, ວັນສ້າງຕັ້ງພັກປະ ຊາຊົນປະຕິວັດລາວ ຄົບຮອບ 60 ປີ ແລະ ການເຂົ້າເປັນປະຊາຄົມ ເສດຖະກິດອາຊຽນ. ພ້ອມນັ້ນ ລາວ ຈະໄດ້ເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດອາ ຊຽນ ແລະ ເຫດການສຳຄັນອື່ນໆອີກ ແລະ ຫວັງວ່າຈະໄດ້ຮັບການ ຮ່ວມມືຊ່ວຍເຫລືອສະໜັບສະໜູນ ຢ່າງມີປະສິດທິຜົນ ຈາກຝ່າຍຫວຽດນາມໃນດ້ານວຽກງານ ຂ່າວສານ, ການຍົກສູງລະດັບ ຄວາມສາມາດຂອງພະນັກງານ ແລະ ການແລກປ່ຽນ ຂໍ້ມູນຂ່າວ ສານອື່ນໆອີກ.
      ຂ່າວໃຫ້ຮູ້ອີກວ່າ: ໃນວັນ ດຽວກັນນີ້, ທ່ານ ສູນທອນ ຄັນ ທະວົງ ອຳນວຍການຂ່າວສານ ປະເທດລາວ ແລະ ທ່ານ ຫງວຽນ ດຶກ ເລີຍ ອຳນວຍການໃຫຍ່ຂ່າວ ສານຫວຽດນາມ ກໍໄດ້ຮ່ວມກັນ ລົງນາມໃນບົດບັນທຶກການຮ່ວມ ມືສຳລັບສົກ ປີໃໝ່ 2014-2015 ບົນພື້ນຖານສັນຍາຮ່ວມມືລະ ຫວ່າງສອງສຳນັກຂ່າວໃນໄລຍະ ປີ 2011-2015 ເຊິ່ງສອງຝ່າຍຈະ ເພີ່ມ ທະວີການຮ່ວມມືຍົກສູງຄຸນນະພາບຂອງຂ່າວ ແລະ ຮູບ ພາບ, ກະຕຸກຊຸກຍູ້ການໂຄສະນາ ໃຫ້ແກ່ການພັດທະນາເສດ ຖະ ກິດ-ສັງຄົມຂອງສອງປະເທດໃຫ້ ມີປະສິດທິຜົນສູງຂຶ້ນ. ພິເສດແມ່ນ ທັງສອງປະເທດຈະເຂົ້າເປັນປະ ຊາຄົມເສດຖະກິດອາ ຊຽນໃນປີ 2015 ໃຫ້ມີຜົນສຳເລັດ, ສ່ວນວາ ລະສານຮູບພາບຫວຽດນາມຈະ ສືບຕໍ່ຮ່ວມມືກັບຂ່າວສານປະ ເທດລາວພິມ ແລະ ຈຳໜ່າຍເປັນພາສາລາວ, ພ້ອມສົ່ງຂຶ້ນເວັບໄຊ ຂອງຕົນໃຫ້ວ່ອງໄວກວ່າເກົ່າ. ພ້ອມນັ້ນ ຄະນະນຳສອງຝ່າຍ ເຫັນດີໃຫ້ ແຕ່ລະຝ່າຍໄປກະກຽມ ແຜນການຮ່ວມມືສອງຝ່າຍລະ ຫວ່າງປີ 2016-2020 ໃຫ້ແທດ ເໝາະກັບສະພາບການໃໝ່ ເພື່ອ ຈະໄດ້ຮ່ວມລົງນາມໃນທ້າຍປີ 2015.

No comments:

Post a Comment