Ad

Ad

31 October 2014

ສານນະຄອນຫລວງຕັດສີນຜູ້ຄ້າຢາເສບຕິດຈຳຄຸກ 4 ປີ



     ໃນວັນທີ 28 ຕຸລາຜ່ານມາ, ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສີນລົງ ໂທດ ທ້າວ ສີສະຫວາດ ອາຍຸ 44 ປີຢູ່ ບ້ານສົມຫວັງໃຕ້, ເມືອງຫາດຊາຍຟອງ, ນະ ຄອນຫລວງວຽງ ຈັນ ໃຫ້ຈຳຄຸກເປັນເວລາ 4 ປີ ແລະ ປັບໃໝ 6 ລ້ານກີບ, ໃນຂໍ້ ຫາຄ້າຂາຍຢາເສບຕິດ, ພາຍຫລັງຜູ້ກ່ຽວໄດ້ເອົາຢາຝິ່ນປະສົມກັບຮາກໄມ້ຢາ ພື້ນ ເມືອງຈຳນວນ 71 ຖົງຫຸ້ມຫໍຊຸກເຊື່ອງໃສ່ແກ໋ດເພື່ອອຳພາງການກວດ ກາຂອງເຈົ້າ ໜ້າທີ່  ແລະ ຈະຜ່ານທາງໄປສະນີ, ໂດຍມີເປົ້າໝາຍປາຍທາງໃຫ້ລູກຄ້າ ຢູ່ປະເທດສະ ຫະລັດອາເມລິກາ, ແຕ່ຖືກເຈົ້າໜ້າທີ່ຕຳຫລວດປະຈຳຢູ່ໄປສະນີກວດພົບເຫັນຈຶ່ງໄດ້ກັກ ຈັບຕົວມາດຳເນີນຄະດີ ຕາມລະບຽບກົດໝາຍເມື່ອເດືອນກັນຍາ 2013 ຜ່ານມາ.

No comments:

Post a Comment