Ad

Ad

31 October 2014

ພູເບ້ຍມາຍນິງສົມທົບທຶນ 480 ລ້ານກີບ ຮ່ວມກັບທະນາຄານພັດ ທະນາອາຊີ ( ADB ) ເພື່ອປັບປຸງ ໂຄງການນ້ຳ ສະອາດໃນ II ແຂວງຂອງລາວ



      ບໍລິສັດ ພູເບ້ຍ ມາຍນິງ ໄດ້ ສົມທົບທຶນຈຳນວນ 6 ລ້ານໂດ ລາ ຫລື ປະມານ 480 ລ້ານ ກີບ ຮ່ວມກັບທະນາຄານ ພັດທະນາ ອາຊີ (ADB) ເພື່ອປັບປຸງນ້ຳປະ ປາ ແລະ ສຸຂະພິບານໃນ 11 ແຂວງຂອງລາວ ທີ່ມີປະຊາຊົນ ຈຳນວນ 160.000 ຄົນ ຈະໄດ້ຮັບຜົນປະໂຫຍດຈາກ ໂຄງການດັ່ງ ກ່າວ ເຊິ່ງບໍລິສັດ ພູເບ້ຍ ມາຍນິງ ຈະປະກອບສ່ວນທາງດ້ານ ງົບປະມານປີລະ 1 ລ້ານໂດລາ ຕະຫລອດໄລຍະ 6 ປີ ເຂົ້າໃນໂຄງ ການດັ່ງກ່າວ ມີມູນຄ່າທັງໝົດ 42 ລ້ານໂດລາ ໂດຍຄາດວ່າຈະເລີ່ມ ຈັດຕັ້ງປະຕິບັດນັບແຕ່ຕົ້ນປີ 2015 ເປັນຕົ້ນໄປ.
     ທ່ານ ຈັນເພັງ ບຸນນະຜົນ ປະ ທານບໍລິສັດ ພູເບ້ຍ ມາຍນິງ ກ່າວວ່າ: ນອກນັ້ນ ໃນແຕ່ລະປີ ບໍລິສັດ ພູເບ້ຍ ໄດ້ບໍລິ ຈາກເງິນຈຳນວນຫລາຍກວ່າ 200.000 ໂດລາ ແລະ ທຶນຮອນ ຫລາຍກວ່າ 650.000 ໂດລາ ເຂົ້າໃນວຽກ ງານ ການພັດທະນາຊຸມຊົນໃນເຂດຢູ່ໃກ້ກັບໂຮງ ຮຽນ ແລະ ປັບ ປຸງເສັ້ນທາງຂົນສົ່ງ ເພື່ອນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນ.
      ການບໍລິຈາກຂອງບໍລິສັດ ພູເບ້ຍ ມາຍນິງ ຈະເປັນການປະກອບສ່ວນສຳຄັນເຂົ້າໃນເປົ້າໝາຍຂອງລັດຖະບານ ເພື່ອ ຊ່ວຍ ໃຫ້ປະຊາຊົນຈຳນວນ 90% ທີ່ອາໄສໃນເຂດຕົວເມືອງໄດ້ຊົມໃຊ້ນ້ຳ ສະອາດ ແລະ 100% ມີຫ້ອງນ້ຳ ໃຊ້ ໃນປີ 2030.

    ການສະໜອງນ້ຳປະປາໃນທ້ອງຖິ່ນ ແລະ ການປັບປຸງສຸຂະພິບານຈະນຳເອົາຜົນປະໂຫຍດຢ່າງຫລວງຫລາຍມາສູ່ປະຊາ ຊົນ ລວມທັງການປັບປຸງສຸຂະພາບ ແລະ ຄຸນນະພາບຊີວິດການເປັນຢູ່ໃຫ້ດີຂຶ້ນ.
     ນາງ ຄູນ ປະຊາຊົນຢູ່ບ້ານທ່າລາດ ແຂວງວຽງຈັນ ເປັນຜູ້ໜຶ່ງທີ່ໄດ້ຮັບປະໂຫຍດຈາກໂຄງການນ້ຳສະອາດ ແລະ ສຸຂະພິບານ ຂອງ ADB ສຳລັບຕົວເມືອງໃນ ໄລຍະຜ່ານມາ ເຊິ່ງໄດ້ສຳເລັດ ການຈັດຕັ້ງປະຕິບັດໂຄງການໃນ ປີ 2011. ພາຍຫລັງໂຄງການດັ່ງ ກ່າວໄດ້ຕິດຕັ້ງໂຮງງານບຳບັດ ນ້ຳໃນຕົວເມືອງຂອງລາວໃນປີ 2011, ຄອບຄົວຂອງລາວກໍມີນ້ຳ ປະປາໃຊ້.
    ນາງ ຄູນ ກ່າວວ່າ: ກ່ອນໜ້ານີ້ ພວກເຮົາຕ້ອງໄປຕັກນ້ຳມາຈາກແມ່ນ້ຳເຊິ່ງຢູ່ໄກເປັນຫລາຍຮ້ອຍແມັດ ແລະ ຕ້ອງຍ່າງ ລົງແຄມແມ່ນ້ຳທີ່ມີຂີ້ຕົມ ແລະ ມີຄວາມຄ້ອຍຊັນ. ຂ້າພະເຈົ້າເຄີຍໄປຕັກນ້ຳສີ່ຫາຫ້າຖ້ຽວຕໍ່ມື້. ປັດຈຸບັນຂ້າພະເຈົ້າຈື່ບໍ່ໄດ້ ວ່າຕົນເອງໄດ້ລົງໄປຕັກນ້ຳເທື່ອສຸດທ້າຍເມື່ອໃດ, ຊີ ວິດການເປັນຢູ່ໃນປັດຈຸບັນແມ່ນ ດີຂຶ້ນກວ່າເກົ່າຫລາຍ.
     ໂຄງການດັ່ງກ່າວປະກອບມີ ການກໍ່ສ້າງໂຄງລ່າງພື້ນຖານ ເຊັ່ນ: ໂຮງງານບຳບັດນ້ຳ ແລະ ການເຊື່ອມຕໍ່ກັບທໍ່ນ້ຳປະປາ ຫລັກ, ການສ້າງຂີດຄວາມສາມາດໃຫ້ພະນັກງານນ້ຳປະປາ ຂອງລັດຖະບານ ແລະ ການເຝິກອົບຮົມໃຫ້ຊຸມຊົນທ້ອງຖິ່ນ ກ່ຽວກັບສຸຂະອະນາໄມ ແລະ ສຸຂະພິບານ.
ຄຳມ່ວນເປີດຫ້ອງການໃຫ້ຄຳປຶກສາທາງດ້ານກົດໝາຍ
    ພິທີເປີດການນຳໃຊ້ຫ້ອງການໂຄສະນາໃຫ້ຄຳປຶກສາທາງດ້ານກົດໝາຍຂອງກຳມະ ບານແຂວງຄຳມ່ວນໄດ້ມີຂຶ້ນໃນວັນ ທີ 29 ຕຸລາຜ່ານມາ, ຢູ່ເດີ່ນ ພະແນກໂຍທາທິການ ແລະ ຂົນ ສົ່ງແຂວງ ເຂົ້າຮ່ວມມີທ່ານ ພົມ ມາ ພັນທະລັງສີ ເຈົ້າເມືອງໆ ທ່າແຂກ, ທ່ານ ຄຳມະນີ ໝັ້ນຄຳສຸກ ປະທານສະຫະພັນກຳມະບານ ແຂວງ, ທ່ານນາງ ຈົງຈິດ ວົງສາ ຫົວໜ້າກົມໂຄສະ ນາອົບຮົມ ສູນກາງສະຫະພັນກຳມະບານລາວ, ທ່ານ ເອີວິນ ຕາງໜ້າມູນ ນິທິເຢຍລະມັນ (ຜູ້ໃຫ້ທຶນ).
     ຫ້ອງການໂຄສະນາໃຫ້ຄຳ ປຶກສາທາງດ້ານກົດໝາຍຂອງ ກຳມະບານຕັ້ງຢູ່ທາງຫລັງຂອງພະແນກໂຍທາທິການ ແລະ ຂົນ ສົ່ງແຂວງຄຳມ່ວນເປັນໜ່ວຍບໍລິການແຫ່ງທຳອິດໃນທົ່ວປະເທດ, ໂດຍໄດ້ຮັບການຊ່ວຍເຫລືອທາງດ້ານວິຊາການ ຈາກສູນກາງສະຫະພັນກຳມະບານລາວຮ່ວມກັບສູນກາງສະຫະພັນແຮງງານ ສສ ຫວຽດນາມ ແລະ ຈາກມູນນິ ທິເຢຍລະ ມັນທາງດ້ານທຶນຮອນລວມມູນຄ່າທັງໝົດ 5 ພັນກວ່າໂດລາສະຫະລັດ ຫລື ປະມານ 40 ລ້ານກວ່າກີບ, ການເປີດໝ່ວຍ ບໍລິການນີ້ ເພື່ອໃຫ້ຄຳປຶກສາ ທາງດ້ານກົດໝາຍຂອງກຳມະບານແນໃສ່ຮັບປະກັນຍົກສູງຄວາມເຂົ້າໃຈ, ສ້າງສະຕິຄວາມ ຮັບຮູ້ໃນການປະຕິບັດກົດໝາຍທີ່ພົວພັນເຖິງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳມະກອນ, ຜູ້ ອອກ ແຮງງານ ແລະ ຜູ້ໃຊ້ແຮງງານ.
     ໜ່ວຍບໍລິການໃຫ້ຄຳປຶກສາທາງດ້ານກົດໝາຍຂອງກຳມະບານມີໜ້າທີ່ໃນການປຸກລະດົມຂົນຂວາຍເຕົ້າໂຮມຄວາມສາ ມັກຄີເປັນເອກະພາບ, ສຶກອົບຮົມທາງດ້ານການເມືອງ-ແນວຄິດ, ບຳລຸງກໍ່ສ້າງຄວາມສາມາດທາງດ້ານວິຊາສະເພາະ, ຍົກສູງ ສະຕິເຄົາລົບລະບຽບກົດໝາຍ ແລະ ນິຕິກຳຕ່າງໆຊ່ວຍເຫລືອ ໃຫ້ຄຳປຶກສາກ່ຽວກັບກົດໝາຍ ໃຫ້ສະມາຊິກກຳມະ ບານ, ກຳມະກອນ ແລະ ຜູ້ອອກແຮງງານໄດ້ຮັບຄວາມຍຸຕິທຳ. ໃນຕໍ່ໜ້າຈະສືບຕໍ່ເປີດຫ້ອງການໃຫ້ຄຳປຶກສາທາງດ້ານກົດ ໝາຍຂອງກຳມະບານໃນ 8 ແຂວງທີ່ນອນຢູ່ໃນເປົ້າໝາຍໃນທົ່ວປະເທດ.

No comments:

Post a Comment