Ad

Ad

31 October 2014

ທາງດົງໂດກໄດ້ຮັບການສ້ອມແປງສຸກເສີນແລ້ວ



    ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ,ໄດ້ເລີ່ມສ້ອມ ແປງເສັ້ນທາງແຕ່ ສີ່ແຍກໄຟແດງດົງໂດກຫາ ໄຟແດງຕານມີໄຊເປັນການສຸກເສີນ ແລ້ວເພື່ອແກ້ໄຂສະພາບການສັນຈອນໄປມາຂອງພາຫະນະບົນເສັ້ນທາງດັ່ງ ກ່າວງ່າຍ ຂຶ້ນ, ພາຍຫລັງຕົກຢູ່ໃນສະພາບເປ່ເພໜັກໜ່ວງ ມາເປັນເວລາດົນ ນານ,ອັນໄດ້ສ້າງຄວາມຫຍຸ້ງຍາກລຳບາກຕໍ່ການສັນຈອນບໍ່ໜ້ອຍຈົນ ເກີດມີ ສຽງວິຈານຈາກສັງຄົມນັບບໍ່ຖ້ວນ.
    ທ່ານຫົວໜ້າຂະແໜງຄຸ້ມຄອງທາງບົກພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນໃຫ້ສຳພາດນັກ ຂ່າວພວກເຮົາໃນວັນທີ 30 ຕຸລາ ນີ້ວ່າ: ພາຍຫລັງໄດ້ຮັບການຕົກ ລົງເຫັນດີຈາກຄະນະນຳ ນະຄອນຫລວງວຽງຈັນໃຫ້ດຳ ເນີນການສ້ອມແປງເສັ້ນທາງດົງໂດກຫາຕານມີໄຊເພື່ອແກ້ໄຂໃຫ້ ການສັນຈອນມີຄວາມສະດວກດີຂຶ້ນຊົ່ວຄາວ, ໂດຍມອບ ໝາຍໃຫ້ກອງສ້ອມແປງທາງນະຄອນຫລວງຈັດຕັ້ງປະຕິບັດວຽກງານດັ່ງກ່າວເຊິ່ງໄດ້ເລີ່ມລົງມືໃນວັນທີ 29 ຕຸລານີ້,
ໂດຍໃຊ້ລົດຂູດໜ້າທາງໃຫ້ຮາບພຽງ, ສ່ວນ ຍ່ານທີ່ເປັນບວກ, ເປັນຂຸມເລິກ ແມ່ນເອົາດິນມາຖົມ ແລະ ຢຽບ ໃຫ້ແໜ້ນເພື່ອ ປູຢາງເຊິ່ງຄາດ ວ່າຈະໃຫ້ສຳເລັດໂດຍໄວ, ເພື່ອໃຫ້ລົດສາມາດແລ່ນໄປມາໃນ ເສັ້ນທາງດັ່ງກ່າວສະດວກດີຂຶ້ນ, ສຳລັບ ແຜນການກໍ່ສ້າງສ້ອມແປງໃຫຍ່ໃຫ້ໄດ້ມາດຕະຖານນັ້ນ, ອາດໃຊ້ເວລາອີກດົນ ເນື່ອງຈາກບໍ່ມີງົບປະມານພຽງພໍໃນການກໍ່ ສ້າງ.

No comments:

Post a Comment