Ad

Ad

31 October 2014

ຮຽກຮ້ອງຜູ້ຂັບຂີ່ເຄົາລົບກົດສັນຈອນໄລຍະບຸນພະທາດຫລວງນີ້



    ເຈົ້າໜ້າທີ່ຕຳຫລວດຈະລາຈອນນະຄອນຫລວງວຽງຈັນ, ຂໍຮຽກຮ້ອງໃຫ້ຜູ້ໃຊ້ລົດ ໃຊ້ຖະໜົນກໍຄືປະຊາຊົນທີ່ຈະເດີນທາງ ມາທ່ຽວງານບຸນນະມັດສະການພະທາດຫລວງ ແລະ ງານວາງສະແດງສີນຄ້າທີ່ສູນການຄ້າລາວ-ໄອເຕັກ, ຈົ່ງເປັນເຈົ້າ ການຍົກສູງ ສະຕິເຄົາລົບລະບຽບຈະລາຈອນໃຫ້ເຂັ້ມງວດ ແລະ ໃຫ້ການຮ່ວມມືປະຕິບັດການ ຈອດລົດໃນໄລຍະດັ່ງກ່າວ ຕາມການກຳນົດຈັດສັນເພື່ອເຮັດໃຫ້ບຸນນະມັດສະ ການ ພະທາດຫລວງ ແລະ ງານຕະຫລາດນັດ ພສ 2557 ດຳເນີນໄປດ້ວຍ ບັນຍາກາດເບີກ ບານມ່ວນຊື່ນ, ຮັກສາໄດ້ເອກກະລັກວັດທະນາທຳອັນດີງາມຂອງຊາດ, ຮັບປະກັນ ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດຈົບງາມ.
     ທ່ານພັນຕີ ຍຸດຕະພົງ ສຸວັນນະແສງຫົວໜ້າພະແນກຈະລາຈອນນະຄອນຫລວງ ວຽງຈັນ ໃຫ້ສຳພາດຕໍ່ນັກຂ່າວພວກ ເຮົາໃນວັນທີ 30 ຕຸລານີ້ວ່າ: ເພື່ອຮອງຮັບການສັນຈອນທີ່ອາດຈະມີຄວາມແອອັດ ຢູ່ຫລາຍເສັ້ນທາງທັງວົງນອກ ແລະ ວົງໃນ ຕົວເມືອງໃນໄລຍະບຸນພະທາດ ຫລວງປີນີ້, ນະຄອນຫລວງ ຈຶ່ງໄດ້ຈັດວາງ ກຳລັງເຈົ້າໜ້າທີ່ຈະລາຈອນຫລາຍກວ່າ 600 ຄົນ ປະຈຳຢູ່ 90 ກວ່າຈຸດຕາມສາມ ແຍກ, ສີ່ແຍກໃນ 5 ຕົວເມືອງ
ໄວ້ຮຽບຮ້ອຍແລ້ວ, ເພື່ອຊ່ວຍລະ ບາຍການສັນ ຈອນໃຫ້ມີຄວາມສະດວກໂລ່ງລຽນ ແລະ ຮັບປະ ກັນຄວາມປອດໄພໂດຍ ສະເພາະແມ່ນສະກັດກັ້ນບໍ່ໃຫ້ເກີດອຸປະ   ຕິເຫດ. ສ່ວນການກຳນົດເສັ້ນທາງສັນຈອນ ແລະ ຈຸດຈອດລົດ ໃນບຸນດັ່ງກ່າວມີຄື: ລົດມີສະຕິກ ເກີ (P) ສາມາດເຂົ້າຈອດຢູ່ດ້ານ ໜ້າຫໍສະພາແຫ່ງຊາດ, (P1) ສາມາດເຂົ້າຈອດຢູ່ເດີ່ນດ້ານໜ້າ ແລະ ດ້ານຂ້າງຫໍສະພາແຫ່ງ ຊາດ ແລະ (P2) ເຂົ້າ ຈອດໄດ້ຢູ່ ເດີ່ນດ້ານຂ້າງຫໍສະພາແຫ່ງຊາດ ແລະ ເດີ່ນດາວແດງເກົ່າ, ສຳລັບ ລົດຂົນສົ່ງມວນຊົນເຊັ່ນ: ຕຸກໆ, ຈຳໂບ້, ລົດໂດຍສານປະຈຳ ທາງອະນຸຍາດໃຫ້ຈອດໄດ້ຊົ່ວຄາວເພື່ອສົ່ງ ຄົນໂດຍສານລົງຕາມຈຸດທີ່ກຳນົດຄື ເສັ້ນທາງຊ້າງເຜືອກ ເຂດບ້ານຮ່ອງໄກ່ແກ້ວ, ຕະຫລາດທາດຫລວງ, ເສັ້ນທາງ ຮ່ອມບ້ານສີສັງວອນ- ໂພນໄຊ, ປະຕູໄຊ, ໂພນສະອາດ ແລະ ຮ່ອມໂຮງຮຽນມັດທະຍົມໜອງສ້າງທໍ່, ສຳລັບລົດໃຫຍ່, ລົດຈັກ, ລົດຖີບທີ່ມີຈຸດປະສົງ ມາທ່ຽວບຸນ ແລະ ງານຕະຫລາດ ນັດແມ່ນໃຫ້ຈຸດຕາມສະຖານທີ່ຈອດລົດທີ່ ຄະນະກຳມະ ການຈັດງານກຳນົດໄວ້, ເຊິ່ງຈະ ມີເຈົ້າໜ້າທີ່ຄອຍໃຫ້ອຳນວຍ ຄວາມສະດວກ. ສ່ວນພາຫະນະທີ່ມາຈາກເສັ້ນທາງ 13 ເໜືອ ແມ່ນໃຫ້ຈອດຢູ່ເດີນຈອດລົດປະຕູໄຊ ຫລື ຫລັງຫ້ອງວ່າ ການປົກຄອງນະຄອນຫລວງວຽງຈັນ, ລົດທີ່ມາຈາກເສັ້ນ ທາງ 13 ໃຕ້, ເສັ້ນທາງເລກ 10 ບ້ານເກີນ ແລະ ເສັ້ນທາງທ່າ ເດື່ອແມ່ນອະນຸຍາດໃຫ້ຈອດຕາມທາງຮ່ອມ, ທາງ ຊອຍບ້ານສີບຸນເຮືອງ, ໂພນພະ ເນົາ, ສະພັງໝໍ້ ແລະ ໂພນສີນວນ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດ ຂວາງການສັນ ຈອນຂອງພາຫະນະອື່ນໆ.
    ສຳລັບການນຳໃຊ້ເສັ້ນທາງ ໃນຊ່ວງໄລຍະບຸນນັ້ນແມ່ນລົດທີ່ມາຈາກເສັ້ນທາງ 13 ໃຕ້, ເສັ້ນ ທາງເລກ 10 ຫລື ເສັ້ນທາງດອນໜູນຕໍ່ໃສ່ເສັ້ນທາງໄກສອນຖ້າບໍ່ມີຈຸດປະສົງມາທ່ຽວງານບຸນແມ່ນໃຫ້ລ້ຽວຊ້າຍເຂົ້າເສັ້ນທາງໜອງ ໜ່ຽງອອກໃສ່ວັງຊາຍ ຫລື ລ້ຽວຂວ້າອອກໃສ່ເສັ້ນທາງໂພນຕ້ອງ, ສະເພາະລົດບັນທຸກທີ່ມາ ແຕ່ເສັ້ນທາງເລກ 13 ເໜືອມີຈຸດ ປະສົງໄປຂົວມິດຕະພາບໃຫ້ໄປ ຕາມເສັ້ນທາງໜອງບຶກ-ດົງໂດກ ແລະ ລົດທີ່ມາແຕ່ຂົວມິດຕະ ພາບມີຈຸດປະ ສົງໄປຕາມເສັ້ນ ທາງ 13 ໃຕ້ໃຫ້ແລ່ນໄປເສັ້ນ ທາງ 450 ປີ, ສ່ວນລົດບັນທຸກທີ່ ມາແຕ່ເສັ້ນທາງ 13 ໃຕ້ມີຈຸດປະ ສົງໄປ ຂົວມິດຕະພາບມາຮອດໄຟແດງຫລັກ 21 ໃຫ້ລ້ຽວຊ້າຍ ເຂົ້າເສັ້ນທາງຫລັກ 21 ອອກ ໃສ່ເສັ້ນທາງ 450 ປີລ້ຽວຊ້າຍໄປ ຂົວມິດຕະພາບ ແລະ ເສັ້ນທາງ ທີ່ຫ້າມຈອດແມ່ນເສັ້ນທາງໄກ ສອນພົມວິຫານແຕ່ສາມແຍກ ໂພນພະເນົາຫາປະຕູໄຊ, ເສັ້ນ ທາງໜອງບອນແຕ່ໄຟແດງທາດຝຸ່ນຫາສາມແຍກນາໄຊ, ສາມ ແຍກສີສັງວອນ, ວົງວຽນ 450 ປີ, ສາມແຍກສະຖານທູດ ຫວຽດນາມຫາສີ່ແຍກໄຟແດງ ໂພນໄຊ ແລະ ສາມແຍກໄຟແດງ ຂົວຮ່ອງແຊງຫາສາມແຍກໄຟ ແດງໂພນທັນ ແລະ ໃນກໍລະ ນີເຈົ້າໜ້າທີ່ກວດກາພົບເຫັນການປະພຶດທີ່ເປັນການລະເມີດຕ້ອງ ໄດ້ສຶກສາອົບຮົມ, ກ່າວເຕືອນ, ປັບໃໝ ຫລື ດຳເນີນມາດ ຕະການຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ.

No comments:

Post a Comment