Ad

Ad

31 October 2014

ນາຍົກຊີ້ລະບົບງົບປະມານມີບັນຫາຜ່ານມາແມ່ນຍ້ອນຂອດຄຸ້ມຄອງອ່ອນແອ



     ໃນໂອກາດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມການເງິນ ທົ່ວປະເທດປະຈຳສົກປີ 2013- 2014 ເມື່ອຕົ້ນອາທິດນີ້ ຂອງທ່ານນາຍົກລັດຖະມົນຕີ ທອງ ສິງທຳມະວົງ ຊຶ່ງທ່ານໄດ້ຊີ້ໃຫ້ ເຫັນວ່າ: ໃນໄລຍະຜ່ານມາການທີ່ລະບົບງົບ ປະ ມານຂອງປະເທດເຮົາມີບັນຫາຫຍຸ້ງຍາກນັ້ນ ແມ່ນເກີດຈາກຂອດຄຸ້ມຄອງຂອງພວກເຮົາຍັງອ່ອນແອ, ຂະນະດຽວກັນການ ນຳໃຊ້ມາດຕະ ການດ້ານກົດໝາຍຕໍ່ພະນັກງານ-ລັດຖະກອນຜູ້ກະທຳຜິດຜູ້ລະເມີດລະບຽບການເງິນ, ສໍ້ລາດບັງຫລວງ ງົບປະມານແມ່ນບໍ່ ທັນເຂັ້ມງວດເທົ່າທີ່ຄວນຈຶ່ງເຮັດໃຫ້ຈຳນວນໜຶ່ງບໍ່ເກງກົວກົດໝາຍ.
     ທ່ານນາຍົກ ກ່າວວ່າ:ໃນ ຊຸມປີຜ່ານມາ, ການບໍລິຫານ ຈັດການໜີ້ສີນພາຍໃນ ແລະ ຕ່າງປະເທດມີຄວາມຜິດພາດ ຈຶ່ງກະທົບຕໍ່ລາຍຈ່າຍງົບປະມານ, ໝາຍວ່າລາຍຮັບພາຍໃນບໍ່ທັນ ຕອບສະໜອງກັບລາຍຈ່າຍ, ເຊິ່ງໃນຕົວຈິງແລ້ວ ເຫັນວ່າລະ ບົບການເງິນແຫ່ງຊາດພວກເຮົາຍັງບໍ່ທັນເຂັ້ມແຂງ, ງົບປະມານ ລັດຍັງຂາດດຸນສູງ, ບໍ່ສາມາດ ເປັນເຈົ້າ ການທາງດ້ານການ ເງິນ, ແຫລ່ງລາຍຮັບທີ່ມີພາຍໃນບໍ່ທັນໄດ້ຮັບການຂຸດຄົ້ນລະດົມນຳໃຊ້ເຕັມຄວາມສາມາດ ຕາມລະ ບຽບກົດໝາຍ, ຖານ ລາຍຮັບໝັ້ນທ່ຽງຖາວອນຍັງມີໜ້ອຍນັບທັງພາກສ່ວນເສດຖະກິດຂອງລັດ, ລວມໝູ່ ແລະ ພາກ
ສ່ວນເສດຖະກິດອື່ນກໍບໍ່ທັນເຂັ້ມແຂງ, ນະໂຍບາຍການເງິນຂອງພວກເຮົາທີ່ມີບໍ່ທັນເປັນເຄື່ອງມືທີ່ຕັ້ງໜ້າເພື່ອຊຸກຍູ້ສົ່ງ ເສີມການຜະລິດນັບແຕ່ຫົວໜ່ວຍທຸລະກິດຄອບຄົວ, ຊາວກະສິກອນ ແລະ ວິສາຫະກິດຕ່າງໆ, ໃນໂຄງປະກອບເສດຖະ ກິດແຫ່ງຊາດເຮົາຕາມທິດນຳໃຊ້ຊັບພະຍາກອນຂອງຊາດ, ການບໍລິຫານການເງິນຍັງຜ່ານຫລາຍຂັ້ນຫລາຍຂອດ, ມີຄວາມຊັກຊ້າ, ບໍ່ທັນອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ບໍລິການ, ບໍ່ທັນສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການສົ່ງເສີມ ການລົງທຶນພາຍໃນ ແລະ ຕ່າງປະເທດ, ການແບ່ງຂັ້ນຄຸ້ມຄອງການເງິນ,ງົບປະມານເປັນຕົ້ນລະຫວ່າງສູນກາງ ແລະ ທ້ອງຖິ່ນຕາມທິດສາມສ້າງຍັງບໍ່ທັນຈະແຈ້ງ, ການປະສານສົມທົບຍັງຫຍຸ້ງເຫຍືອງ ແລະ ມີການຖິ້ມຄວາມຮັບຜິດຊອບ ໃຫ້ກັນ, ກົນໄກການ ສ້າງແຜນງົບປະມານຍັງບໍ່ທັນມີການປ່ຽນແປງໃໝ່ຢ່າງແທ້ຈິງ, ຍັງເປັນແຜນການທີ່ອິງໃສ່ ຄວາມ ຕ້ອງການຈ່າຍເປັນຕົ້ນຕໍ ຈຶ່ງມອບແຜນລາຍຮັບໃຫ້ຂົງເຂດ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນປະຕິບັດແບບ ເພີ່ມ ທະວີຄູນສູງໂດຍບໍ່ອິງໃສ່ຖານລາຍຮັບທີ່ໝັ້ນຄົງ ແລະ ຖານຂໍ້ມູນຂອງການວິເຄາະວິໄຈທີ່ຖືກຕ້ອງຂອງບັນດາວິສາຫະ ກິດປະເພດຕ່າງໆ. ຈຶ່ງເຮັດໃຫ້ການເກັບລາຍຮັບບໍ່ຖືກຕ້ອງ, ເກັບບໍ່ໝົດ, ບໍ່ທັນເວລາ, ບໍ່ທັນສ້າງກົນໄກປຸກລະດົມ ໃຫ້ທົ່ວ ລະບົບການຈັດຕັ້ງການເມືອງ, ທຸກຂະແໜງການ ແລະ ທ້ອງຖິ່ນ ຕ່າງໆເຂົ້າຮ່ວມຢ່າງຕັ້ງໜ້າໃນການຊຸກຍູ້ການເກັບ ລາຍຮັບ, ປະຕິບັດແຜນລາຍຈ່າຍ ແລະ ສະ ກັດກັ້ນການຮົ່ວໄຫລຂອງງົບປະມານໃຫ້ເປັນຮູບປະທຳໄດ້, ນອກຈາກນີ້, ການປັບປຸງການຈັດຕັ້ງຂອງຂະແໜງການເງິນນັບແຕ່ສູນກາງລົງຮອດທ້ອງຖິ່ນ ເພື່ອຄຸ້ມຄອງພະນັກງານ, ແກ້ໄຂປະກົດ ການລະເມີດລະບຽບກົດໝາຍທາງດ້ານການເງິນຂອງພະນັກງານ, ລັດຖະກອນ ແລະ ການປະຕິບັດວິໄນຕໍ່ພະນັກງານທີ່ລະ ເມີດລະບຽບກົດໝາຍທີ່ໄດ້ມີການກວດກາແລ້ວ ນັ້ນກໍຍັງເຮັດບໍ່ທັນເຂັ້ມງວດ, ທັນເວລາ ແລະ ບໍ່ຖືກກັບລະບຽບ ກົດໝາຍ ກຳນົດໄວ້.

No comments:

Post a Comment