Ad

Ad

31 October 2014

ສຳ​​ເລັດ​ກອງ​ປະຊຸມ​ການ​ເງິນ​ທົ່ວ​ປະ​ເທດສົກ​ປີ 2013-2014



    ກອງ​ປະຊຸມ​ວຽກ​ງານ​ການ​ເງິນ​ທົ່ວ​ປະ​ເທດ ປະຈຳ​ສົກ​ປີ 2013-2014 ໄດ້ສຳ​ເລັດ​ລົງ​ໃນ​ວັນ​ທີ 30 ​​ຕຸລານີ້, ຢູ່ຫໍ​ປະຊຸມ​ ແຫ່ງຊາດ, ນະຄອນຫລວງວຽງຈັນ, ພາຍຫລັງ​ດຳ​ເນີນ​ມາ​ເປັນ​ເວລາ 2 ວັນ​ເຄິ່ງ​ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງທ່ານ ດຣ ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ນາ ຍົກລັດຖະມົນຕີ, ຜູ້​ຊີ້ນຳ​ວຽກ​ງ ານ​ເສດຖະກິດ​ມະຫາ​ພາກ ​ແລະ ການ​ບໍລິການ, ມີທ່ານ ດຣ ລຽນ ທິ​ແກ້ວ ລັດ ຖະມົນຕີ​ວ່າການ​ກະ ຊວງ​ການ​ເງິນ​ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.
     ກອງ​ປະຊຸມ​ໄດ້​ສະຫລຸບ​​ຄືນ​ການຈັດຕັ້ງປະຕິບັດ​ວຽກງານ​ຂອງ​ຂະ​ແໜງ​ການ​ເງິນ​ໃນ​ສົກ​ປີ 2013-2014 ​ແລະ ທິດ​ທາງ​ແຜນ ການ​ສົກ​ປີ 2014-2015 ພ້ອມ​ທັງ​ປະກອບ​ຄຳ​ເຫັນໃສ່​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ການ​ເງິນ​ແຫ່ງ​ລັດຮອດ​ປີ 2025, ວິ​ໄສ​ທັດ​ປີ 2030 ​ແລະ ວາງ​ແຜນ​ງົບປະມານ​ແຫ່ງ​ລັດ 5 ປີຄັ້ງທີ VIII.

      ຮອງ​ນາຍົກລັດຖະມົນຕີ ດຣ ບຸນ​ປອນ ບຸດ​ຕະນະ​ວົງ ​​ກ່າວ​​ປິດ​ກອງ​ປະຊຸມ​ວ່າ: ​ການຈັດຕັ້ງປະຕິບັດ​ແຜນ​ງົບປະມານໃນ​ສົກ​ປີ 2014-2015 ​ແມ່ນ​ໄລ​ຍະ​ທີ່​ມີ​ຄວາມ​ສຳຄັນ ​ເຊິ່ງ​ເປັນ​ປີ​ມ້ວນ ທ້າ​ຍຂອງ​ການຈັດຕັ້ງປະຕິບັດ​ແຜນ​ພັດທະນາເສດ ຖະກິດ-ສັງ ຄົມ 5 ປີ ຄັ້ງທີ VII ​​ໃຫ້​ຄະນະ​ພັກ, ຄະນະ​ນຳ​ກະຊວງ​ການ​ເງິນ​ສືບຕໍ່​ເປັນ​ເສນາ​ທິການ​ໃຫ້​ແກ່​ພັກ ແລະ ລັດຖະ ບານເຮັດ​ແນວ​ໃດ ຈະ​ຊີ້ນຳນຳພາ​ຂະ​ແໜງ​ການ​ເງິນ​ມີ​ຄວາມ​ຄ່ອງ​ຕົວ ​ແລະ ຂັບ​ເຄື່ອນ​ໄປ​ດ້ວຍ​ດີໄປ​ພ້ອມໆ​ກັບ​ຂະ​ແໜງການ​ອື່ນໆ​ໃນ​ທົ່ວ​ປະ​ເທດ, ສືບຕໍ່​ເອົາ​ໃຈ​ໃສ່​ຄົ້ນຄວ້າ​ຕັ້ງບັນຫາກ່ຽວ​ກັບ​ການຈັດຕັ້ງ ປະຕິບັດ​ພາລະ​ບົດບາດ​ຄຸ້ມ​ຄອງ​ມະຫາ​ພາກ​ໃຫ້​​ເລິກ​ເຊິ່ງ, ກະ ຊວງ ​ແລະ ບັນດາ​ກົມ​ ຈະ​ຕ້ອງ​ໄດ້​ລົງ​ເລິກຄົ້ນຄວ້າ​ດ້ານ​ວິຊາ​ສະ​ເພາະ, ວິຊາການ ​ເພື່ອ​​ກຳນົດ​ຍຸດ​ທະ​ສາດ​ໃຫ້​ຖືກຕ້ອງ​ຕາມ​ສະ ພາບ​ຄວາມ​ເປັນ​ຈິງ​​ໃນ​ປັດຈຸບັນ ພ້ອມ​ກັນນີ້ ກໍ​ໃຫ້​ເອົາ​ໃຈ​ໃສ່​ຕື່ມ​ໃນ​ການ​ປັບປຸງ​ກົງຈັກການຈັດ ຕັ້ງຂອງ​ຂະ​ແໜງ​ການ​ເງິນ​ໃຫ້​ກະທັດ​ຮັດ​ແຕ່​ມີ​ຄຸນ​ນະພາ​ບ, ຄົ້ນຄວ້າ​ບັນດາ​ກົນ​ໄກ, ​ລະບອບ ລະບຽບ​ການ​ຄຸ້ມ​ຄອງ​ການ​ເກັບ​ລາຍ​ຮັບ ຢ່າງ​ເປັນ​ລະບົບ ​ແລະ ໃຫ້​ກົມ​ກ່ຽວ​ລະອຽດ​ໃນ​ການ ເບີກ-ຈ່າຍເງິນ​ເດືອນ​ຂອງ​ທ້ອງ​ຖິ່ນ​ເມື່ອ​ໂອນ​ໄປ​ແລ້ວ​ທ້ອງ​ຖິ່ນ​ໃດ​ເອົາ​ເງິນ​ໄປລົງທຶນ​ເຮັດ​ທຸລະ​ກິດ, ເອົາ​ໄປ​​ລົງທຶນ ຫລື ຊຳລະ​ໂຄງການ​ກ່ອນຕ້ອງ​ໄດ້​ມີ​ການ​ລາຍ​ງານ​ຂັ້ນ​ເທິ່ງ. ນອກຈາກ​ນີ້, ກະຊວງ​ການ​ເງິນ​ຈະ​ຕ້ອງ​ໄດ້ຄົ້ນ ຄວ້າ​ຊ່ວຍລັດຖະບານໃນ​ການ​ປັບປຸງ​ຍຸດ​ທະ​ສາດ​ການ​ພັດທະ ນາ​ຂະ​ແໜງ​ການ​ເງິນ​ເພື່ອ​ເຊື່ອມ​ຈອດ​ເຂົ້າ​ກັບ​ພາກພື້ນ ​ແລະ ສາກົນ​ໃນຕໍ່ໜ້າ.
     ສຳລັບ​ຂະ​ແໜງ​ການ​ເງິນ​ໃນ​ຂັ້ນທ້ອງ​ຖິ່ນນັ້ນ, ທ່ານ​ຮອງ​ນາ ຍົກໄດ້​​ເນັ້ນໃຫ້​ຄະນະ​ພັກ, ຄະ​ນະ​ນຳ​ທ້ອງ​ຖິ່ນ​ສືບຕໍ່​່​ເອົາ​ໃຈ​ໃສ່​ໃນ​ການ​ຮັບປະກັນ​ການ​ເກັບ​ລາຍ​ຮັບ-ຄຸ້ມ​ຄອງ​ລາຍ​ຈ່າຍ​ໄປ​ຕາມ​ລະບຽບ​ແບບ​ແຜນ, ຕ້ອງ​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ພະນັກງານ​ການ​ເງິນ​ທ້ອງ​ຖິ່ນ ​ເພື່ອ​ຫລີກ​ລ່ຽງບໍ່​ໃຫ້​ເກີດ​ມີ​ປາກົດ​ການ​ຫຍໍ້​ທໍ້​ໃນ​ຂົງ​ເຂດ​ການ​ເງິນ ​ແລະ ​ເອົາ​ໃຈ​ໃສ່​ປະສານ​ສົມທົບ​ກັບ​ຄະນະ​ນຳ, ອຳນາດ​ການ​ປົກຄອງ​ໃນ​ການ​ເບີກ​ຈ່າຍ​ເງິນ​ເດືອນ​​ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ການ ​ແລະ ອື່ນໆ.

No comments:

Post a Comment