ກອງປະຊຸມລັດຖະມົນຕີອາຊຽນດ້ານສິ່ງແວດລ້ອມບໍ່ເປັນທາງການຄັ້ງທີ
15 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 30 ຕຸລານີ້, ຢູ່ສູນປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ,
ພາຍໃຕ້ການເປັນປະທານຂອງທ່ານ ໜູລິນ ສີນບັນດິດ ລັດຖະມົນ ຕີວ່າການກະຊວງຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ ຂອງລາວ ແລະ ໃຫ້ກຽດເຂົ້າ ຮ່ວມເປີດກອງປະຊຸມ ຂອງ ທ່ານ ອາຊາງ ລາວລີ ຮອງນາຍົກລັດ
ຖະມົນຕີ, ປະທານຄະນະກຳມະການສິ່ງແວດລ້ອມແຫ່ງຊາດລາວ, ມີບັນດາລັດຖະ ມົນຕີສິ່ງແວດລ້ອມຈາກປະເທດສະມາຊິກອາຊຽນ,
ກອງເລຂາອາ ຊຽນ, ທູຕານຸທູດ ແລະ ອົງການ ຈັດຕັ້ງສາກົນປະຈໍາລາວເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ອາຊາງ ລາວລີ ກ່າວປາໄສໃນພິທີເປີດກອງປະຊຸມວ່າ:
ປັດຈຸບັນ, ຂົງເຂດອາຊຽນຍັງມີຊັບ ພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະ ສິ່ງແວດລ້ອມທີ່ດີສາມາດ
ເປັນທ່າແຮງໃຫ້ແກ່ການພັດທະນາເສດຖະ
ກິດ-ສັງຄົມແບບຍືນຍົງ, ສຳລັບ ສປປ ລາວ ເປັນປະເທດທີ່ອຸດົມຮັ່ງມີດ້ວຍຊັບພະຍາກອນທຳມະຊາດອັນລ້ຳຄ່າ,
ອັນເປັນ ທ່າແຮງໃນ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ປະຊາຊົນສ່ວນຫລາຍໄດ້ນຳໃຊ້ຊັບພະກອນ ເຫລົ່ານີ້ເຂົ້າໃນການ ຜະລິດ,
ທັງເປັນແຫລ່ງສະບຽງອາຫານຕົ້ນຕໍ ແລະ ເປັນບ່ອນ ທຳມາຫາກິນແຕ່ໃດມາ, ສະນັ້ນ ເວລາໃດລັດຖະບານກໍຖືເອົາ
ການພັດທະນາເສດຖະກິດຕິດພັນກັບການປົກປັກຮັກສາສິ່ງ ແວດລ້ອມ, ໂດຍສະເພາະໄດ້ ເອົາໃຈໃສ່ໃນການຈັດຕັ້ງປະຕິ
ບັດແຜນຍຸດທະສາດອາຊຽນ ດ້ານສິ່ງແວດລ້ອມໂດຍຫັນເປັນແຜນງານ, ໂຄງການລະອຽດ ແລະ ຈັດຕັ້ງປະຕິບັດສຳເລັດ
ເປັນກ້າວໆມາ, ແຕ່ຢ່າງໃດກໍດີ, ປະຊາຄົມອາຊຽນພວກເຮົາຍັງຜະເຊີນໜ້າກັບການປ່ຽນແປງ ຢ່າງໄວວາ
ເປັນຕົ້ນ: ການເພີ່ມ ຂຶ້ນຂອງປະຊາກອນ, ດ້ານເສດຖະກິດໃນຂະແໜງການທີ່ບໍ່ໝັ້ນຄົງ, ບໍ່ຕິດພັນກັບການສ້າງ
ວຽກເຮັດງານທຳ, ສ້າງລາຍ ຮັບໃຫ້ສົມຄູ່ກັບປະຊາຊົນທີ່ທຸກ ຍາກ ແລະ ການເຄື່ອນຍ້າຍຂອງ ປະຊາຊົນຈາກຊົນນະບົດສູ່ຕົວ
ເມືອງແມ່ນນັບ ມື້ເພີ່ມຂຶ້ນ, ອັນເປັນສາເຫດໃຫ້ເກີດບັນຫາຫຍໍ້ທໍ້ທາງສັງຄົມຕ່າງໆໄປຄຽງຄູ່ກັບສະພາບຫລຸດໜ້ອຍລົງຂອງຊັບພະຍາກອນ
ປ່າໄມ້, ຊີວະນາໆພັນ ແລະ ຊັບພະຍາກອນທຳມະຊາດອື່ນໆຍ້ອນສະພາບການ ປ່ຽນແປງຂອງດິນຟ້າອາກາດ,
ມົນລະພິດ ໝອກຄວັນຂ້າມຜ່ານຊາຍແດນ, ໄພພິບັດທາງທຳມະ ຊາດເປັນຕົ້ນ: ພາຍຸ, ໄພນ້ຳຖ້ວມກະທັນຫັນ
ແລະ ໄພແຫ້ງແລ້ງ.
ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ໜູລິນ ສີນບັນດິດ ກ່າວວ່າ: ກອງປະ ຊຸມຄັ້ງນີ້, ຈະ ໄດ້ປຶກສາຫາລືບັນຫາສິ່ງແວດລ້ອມທີ່ພົ້ນເດັ່ນ
ແລະ ສິ່ງທ້າ ທາຍຕ່າງໆ ທີ່ອາຊຽນກໍຄືໂລກພວມຜະເຊີນ ໜ້າໃນປັດຈຸບັນກໍ ຄືຍາວນານ, ເພື່ອພ້ອມກັນຄົ້ນຄວ້າຊອກຫາວິທີ,
ມາດຕະການ ແລະ ເພີ່ມທະວີການຮ່ວມມືເຮັດ ໃຫ້ອາ ຊຽນມີຄວາມຍືນຍົງດ້ານສິ່ງແວດລ້ອມ ແລະ ຊັບພະຍາ
ກອນທຳມະຊາດ, ປະກອບ ສ່ວນສຳຄັນເຂົ້າໃນຂະບວນ ການພັດ ທະນາເສດຖະກິດ ແລະ ສັງຄົມຕາມທິດເສດຖະກິດສີ
ຂຽວ, ພ້ອມທັງຊ່ວຍອາຊຽນ ບັນລຸການພັດທະນາແບບຍືນຍົງ ແລະ ລຶບລ້າງຄວາມທຸກຍາກ.

No comments:
Post a Comment