Ad

Ad

3 November 2014

ປກສ ເມືອງລອງ ເລັ່ງສືບສວນຄະດີຍິງກັນເສຍຊີວິດຢູ່ບ້ານຫ້ວຍໝໍ້



     ເຈົ້າໜ້າທີ່ ປກສ ເມືອງລອງ, ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ປັດຈຸບັນ, ພວມເລັ່ງສືບສວນ- ສອບສວນຄະດີຍິງກັນເສຍ ຊີວິດຢູ່ໃນປ່າເຂດບ້ານຫ້ວຍໝໍ້, ເມືອງລອງເຊິ່ງຜູ້ເສຍຊີວິດຊື່ ທ້າວ ອາຕູ້ ອາຍຸ 49 ປີຢູ່ບ້ານ ຫ້ວຍໝໍ້ໂດຍສະພາບສົບຖືກຍິງ ດ້ວຍອາວຸດປືນບໍ່ຮູ້ຊະນິດເຂົ້າບໍລິເວນຂະໝັບເບື້ອງຊ້າຍ, ຜ່ານ ການສອບຖາມເມຍຂອງຜູ້ຕາຍຮູ້ວ່າ: ຜູ້ຕາຍໄດ້ອອກຈາກ ເຮືອນເພື່ອໄປລ່າສັດແຕ່ວັນທີ 21 ຕຸລາ 2014 ແລະ ມາຮອດວັນທີ 23 ຕຸ ລາກໍບໍ່ເຫັນມາກັບເຮືອນ, ຈຶ່ງໄດ້ໄປແຈ້ງຕໍ່ເຈົ້າໜ້າ ທີ່ ແລະ ອຳ ນາດການປົກຄອງບ້ານເພື່ອໃຫ້ຊ່ວຍຊອກຫາ ແລະ ຕົກມາຮອດວັນທີ 27 ຕຸລາ 2014 ຈຶ່ງພົບສົບຂອງທ້າວ ອາຕູ້ ເຊິ່ງຄາດວ່າ ເສຍຊີວິດມາໄດ້ 5-6 ວັນ ແລະ ພາຍຫລັງຜ່ານການສັນນະສູດສົບເປັນທີ່ຮຽບຮ້ອຍແລ້ວກໍໄດ້ມອບໃຫ້ ຄອບຄົວ ແລະ ຍາດພີ່ນ້ອງນຳໄປທຳພິທີທາງສາດສະໜາ, ສ່ວນສາເຫດຂອງການເສຍຊີວິດນີ້ເຈົ້າໜ້າທີ່ພວມເລັ່ງຕິດຕາມສືບ ສວນເພີ່ມເຕີມເພື່ອຄັດຈອນຂຶ້ນເປົ້າໝາຍຫາຕົວຄາດຕະກອນມາດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment