Ad

Ad

3 November 2014

ສານນະຄອນຫລວງຕັດສິນລົງໂທດຜູ້ຄ້າຢາເສບຕິດຈຳຄຸກ 5 ປີ



     ເມື່ອບໍ່ດົນມານີ້, ສານປະຊາຊົນນະຄອນຫລວງວຽງຈັນໄດ້ຕັດສີນລົງໂທດທ້າວ ວິລະກອນ ອາຍຸ 28 ປີ ຢູ່ບ້ານບຶງຂະ ຫຍອງ ເມືອງສີສັດຕະນາກ ນະຄອນຫລວງ ວຽງຈັນໃຫ້ຈຳຄຸກເປັນ ເວລາ 5 ປີ, ພ້ອມປັບໃໝ 10 ລ້ານກີບ, ໃນຂໍ້ຫາຄ້າ ຂາຍ ຢາເສບຕິດ, ໂດຍຖືກເຈົ້າໜ້າທີ່ຈັບ ໄດ້ຢູ່ເຮືອນເມື່ອຕົ້ນເດືອນມີນາ 2014 ພ້ອມ ຂອງກາງຢາໄອ ຈຳ ນວນ 5 ຖົງຊຸກ ເຊື່ອງໄວ້ຢູ່ໃນຫ້ອງນອນ. ໂດຍຜູ້ກ່ຽວຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າຢາໄອທັງໝົດເປັນຂອງຕົນເອງແທ້ໂດຍຊື້ ມາຈາກເຄືອ ຂ່າຍຂະບວນການຄ້າຢາເສບຕິດຢູ່ນະຄອນຫລວງວຽງຈັນເພື່ອຈະເອົາ ມາຂາຍໃຫ້ລູກຄ້າ ໃນນະຄອນຫລວງວຽງຈັນ ແລະ ຕົນເອງໄດ້ເລີ່ມເຄື່ອນໄຫວຄ້າຂາຍ ຢາເສບຕິດມາແຕ່ປີ 2013 ແລະ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຄືດັ່ງກ່າວ.

No comments:

Post a Comment