Ad

Ad

3 November 2014

ກອງທຶນປະກັນສັງຄົມແຫ່ງຊາດມອບສິນທົດແທນໃຫ້ຜູ້ເສຍຊີວິດ



     ໃນວັນທີ 31 ຕຸລາຜ່ານມາ, ທ່ານ ປະສົງ ວົງຄຳຈັນ ອຳນວຍການກອງທຶນປະ ກັນສັງຄົມແຫ່ງຊາດ (ກປຊ), ໄດ້ມອບເງິນ ຈຳນວນ 50 ລ້ານກີບ, ໃຫ້ຍາດພີ່ ນ້ອງ ຂອງທ້າວ ໜູມິດ ໄຊສະຫວັດ ຜູ້ເສຍຊີວິດ ເຊິ່ງຜູ້ກ່ຽວເປັນພະນັກງານຂອງບໍລິສັດ ຊີມັງລາວ ແລະ ໄດ້ເຂົ້າເປັນສະມາ ຊິກຂອງກອງທຶນປະກັນສັງຄົມ ແຫ່ງຊາດມາ ເປັນເວລາ 11 ປີ ແລ້ວ, ເຊິ່ງກໍລະນີນີ້ ເປັນກໍລະນີທຳອິດທີ່ມີການໃຫ້ເງິນອຸດໜູນ ຜູ້ເສຍຊີວິດ, ເຊິ່ງເປັນ 1 ໃນ 8 ປະ ເພດການອຸດໜູນທີ່ ກປຊ ໄດ້ຕອບສະໜອງ ໃຫ້ແກ່ຜູ້ປະກັນຕົນ.
     ກອງທຶນປະກັນສັງຄົມແຫ່ງ ຊາດ (ກປຊ), ໄດ້ຮັບການສ້າງຕັ້ງຂຶ້ນໂດຍການໂຮມຕົວຂອງ 2 ລະບົບປະກັນສັງຄົມຄື ປະກັນ ສັງຄົມພາກລັດຖະກອນ ແລະ ປະກັນສັງຄົມພາກວິສາຫະກິດ, ທັງນີ້ກໍເພື່ອຮັບປະກັນການສະໜອງເງິນອຸດໜູນປະ ກັນສັງຄົມໃນກໍລະນີຜູ້ປະກັນຕົນ ຫລື ສະມາຊິກເກີດເຫດການທີ່ພາໃຫ້ ຂາດລາຍຮັບເຊັ່ນ: ປິ່ນປົວສຸຂະພາບ, ປ່ວຍການ,
ອອກລູກ, ປະ ສົບອຸປະຕິເຫດແຮງງານ, ເປັນພະຍາດອາຊີບ, ເສຍອົງຄະ, ວ່າງງານ, ບຳນານ, ເສຍຊີວິດ ແລະ ອື່ນໆ. ນອກ ຈາກນີ້ຍັງມີເງິນອຸດໜູນມອບໃຫ້ສະມາຊິກຄອບຄົວຂອງຜູ້ເສຍຊີວິດນຳອີກ,​ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດການໃຫ້ເງິນອຸດ ໜູນປະກັນສັງຄົມພາຍໃຕ້ກົດໝາຍປະກັນສັງຄົມນັບແຕ່ວັນທີ 1 ຕຸລາ 2014 ເປັນ ຕົ້ນມາ. ປັດຈຸບັນ ກປຊ ມີສະມາຊິກທັງ ໝົດ 70 ພັນກວ່າຄົນ.

No comments:

Post a Comment