Ad

Ad

30 October 2014

ທະນາຄານໂລກຕີລາຄາວ່າ: ການດຳເນີນທຸລະກິດຢູ່ລາວມີ ຄວາມສະດວກດີຂຶ້ນ



    ກຸ່ມທະນາຄານໂລກ (WORLD BANK GROUP) , ໄດ້ເປີດເຜີຍຜົນການ ປະເມີນ ຄວາມສະດວກຂອງການດຳ ເນີນທຸລະກິດໃນທົ່ວໂລກຄັ້ງໃໝ່, ໄດ້ຊີ້ໃຫ້ ເຫັນວ່າ: ສະພາບແວດ ລ້ອມຂອງການດຳເນີນທຸລະກິດຢູ່ ສປປ ລາວ ຍັບດີຂຶ້ນ ເທື່ອລະກ້າວຈາກລຳດັບທີ 155 ໃນປີ ຜ່ານມາຂອງ 189 ປະເທດ, ມາ ຢູ່ລຳດັບ 148, ຊຶ່ງເປັນຜົນມາ ຈາກການປັບປຸງສະ ພາບແວດ ລ້ອມໃນການດຳເນີນທຸລະກິດ ເປັນຕົ້ນ: ການເສີມສ້າງຄວາມ ເຂັ້ມແຂງດ້ານກົດໝາຍຂອງຜູ້ກູ້ຢືມ ແລະ ຜູ້ໃຫ້ກູ້ ຢືມໂດຍການ ສ້າງຕັ້ງລະບົບການຂຶ້ນທະບຽນຫລັກຊັບຄ້ຳປະກັນ ແລະ ການ ປົກປ້ອງນັກລົງທຶນຜູ້ຖືຮຸ້ນລາຍ ຍ່ອຍ, ໂດຍ ການປັບປຸງມາດຕະຖານການເຜີຍແຜ່ຂໍ້ມູນຂອງ ບັນດາຜູ້ອຳນວຍການບໍລິສັດ ຕ່າງໆທີ່ໄດ້ຖືກຈົດທະບຽນໄວ້ ໃນຕະຫລາດ ຫລັກຊັບລາວ. ແຕ່ ແນວໃດກໍຕາມ, ຜົນການປະເມີນຍັງໄດ້ຢັ້ງຢືນໃຫ້ເຫັນວ່າ: ໃນຕົວຈິງແລ້ວບັນດາຜູ້ປະກອບການໃນ ລາວຍັງປະເຊີນບັນຫາ ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຫລາຍດ້ານເມື່ອທຽບກັບບັນດາປະເທດໃກ້ຄຽງໃນພາກພື້ນເຊັ່ນ: ມາເລ
ເຊຍ ລຳດັບທີ 18 ແລະ ໄທ ລຳດັບທີ 26, ເນື່ອງຈາກວ່າການ ດຳເນີນທຸລະກິດຍັງມີຄ່າໃຊ້ຈ່າຍຫລາຍຂອດ, ການອອກໃບ ອະນຸຍາດຫຍຸ້ງຍາກຊັກຊ້າ, ບາງ ລະບຽບການບໍ່ໄດ້ຮັບການປະຕິບັດຢ່າງຖືກຕ້ອງເຂັ້ມງວດ ແລະ ບໍ່ສະເໝີພາບກັນ.
    ທ່ານຫົວໜ້າຫ້ອງການທະ ນາຄານໂລກປະຈຳລາວ ນາງ ແຊລລີ ເບີນນິງແຮມ ກ່າວວ່າ: ພວກເຮົາມີຄວາມຍິນດີທີ່ເຫັນ ສ ປປ ລາວ ມີຄວາມຄືບໜ້າຂຶ້ນໃນ ລຳດັບຄວາມສະດວກຂອງການດຳເນີນທຸລະກິດ, ເຊິ່ງສິ່ງນີ້ຢັ້ງ ຢືນໃຫ້ເຫັນວ່າ ສປປ ລາວ ມີ ຄວາມມຸ່ງໝັ້ນໃນການປັບປຸງບັນດານິຕິກຳຕ່າງໆທີ່ກ່ຽວຂ້ອງ ເພື່ອໃຫ້ບັນຍາກາດການລົງທຶນ ແລະ ການດຳເນີນທຸລະກິດ ພາຍໃນປະເທດມີຄວາມສະດວກດີ ຂຶ້ນເທື່ອລະກ້າວ ແລະ ກຸ່ມທະນາຄານຈະສືບຕໍ່ໃຫ້ການສະໜັບສະໜູນບັນດາ ການປະ ຕິຮູບໃນ ຂົງເຂດເສດຖະກິດທີ່ສຳຄັນເພື່ອ ໃຫ້ການບໍລິການວຽກງານອາ ກອນມີຄວາມສະດວກງ່າຍດາຍຂຶ້ນ, ຊ່ວຍໃຫ້ຂະ ບວນການເລີ່ມ ຕົ້ນທຸລະກິດມີຄວາມຄ່ອງຕົວ ລວມເຖິງບັນດາຂັ້ນຕອນການ ນຳເຂົ້າ-ສົ່ງອອກຂອງລາວມີປະສິດທິຜົນ ກວ່າເກົ່າ.
     ກຸ່ມທະນາຄານໂລກໄດ້ຈັດ ໃຫ້ປະເທດສິງກະໂປຢູ່ໃນລຳດັບດີສູງສຸດຂອງຄວາມສະດວກໃນການດຳເນີນທຸລະກິ ດທົ່ວໂລກ ແລະ 10 ລຳດັບຂອງບັນດາ ຂອງປະເທດທີ່ມີສະພາບແວດ ລ້ອມເປັນມິດ ແລະ ເອື້ອອຳ ນວຍແກ່ການດຳນເນີນ ທຸລະກິດຫລາຍທີ່ສຸດໄດ້ແກ່: ປະເທດນູ ແວນເຊີລັງ, ຮົງກົງ, ດານມາກ, ສ ເກົາຫລີ, ນອກແວ, ສ ອາເມ ລິກາ, ອັງກິດ, ແຟງລັງ ແລະ ອົດສະຕຣາລີ.

No comments:

Post a Comment