Ad

Ad

30 October 2014

ກິລາກ໊ອຟອຸດົມໄຊເກມຈະແຂ່ງຂັນຢູ່ນະຄອນຫລວງ



     ການແຂ່ງຂັນກິລາກ໊ອຟໃນ ມະຫາກຳກິລາແຫ່ງຊາດຄັ້ງທີ X ຫລືເອີ້ນວ່າ: “(ອຸດົມໄຊເກມ)” ຈະໄດ້ມາແຂ່ງຂັນກິລາດັ່ງ ກ່າວຢູ່ນະຄອນຫລວງວຽງຈັນ, ເນື່ອງຈາກຢູ່ແຂວງເຈົ້າພາບບໍ່ມີສະໜາມກ໊ອຟ.
     ທ່ານປະທານສະຫະພັນກິ ລາກ໊ອຟແຫ່ງຊາດ ສູນທອນ ສິລິ ສັກໄດ້ກ່າວຕໍ່ສື່ ມວນຊົນໃນວັນທີ 29 ຕຸລານີ້, ຢູ່ສະໜາມ ກ໊ອຟລາວຄັນທຣີຄລັບ, ນະຄອນ ຫລວງວຽງຈັນວ່າ: ງານມະຫາ ກຳກິລາແຫ່ງຊາດຄັ້ງທີ X ຈະ ໄດ້ຈັດຂຶ້ນຢູ່ ແຂວງອຸດົມໄຊ ໃນວັນທີ 13-21 ທັນວາ 2014 ເຊິ່ງ ຈະມີການແຂ່ງຂັນກິລາຫລາຍ ປະເພດ, ໃນນັ້ນ ກິລາກ໊ອຟ ເຊິ່ງ ເປັນກິລາທີ່ໄດ້ຮັບ ຄວາມນິຍົມ ຫລີ້ນຫລາຍໃນທົ່ວໂລກກໍຄືຢູ່ປະເທດລາວເຮົາ ກໍຈະໄດ້ ບັນຈຸເຂົ້າໃນງານມະຫາກຳຄັ້ງນີ້, ແຕ່ ເນື່ອງຈາກ ແຂວງອຸດົມໄຊບໍ່ມີສະໜາມກ໊ອຟ, ຄະນະກຳມະການ ຈັດງານມະຫາກຳກິ ລາແຫ່ງ ຊາດຈຶ່ງໄດ້ຕົກລົງເຫັນດີເອົາກິ ລາປະເພດ ດັ່ງກ່າວມາແຂ່ງຂັນຢູ່ນະຄອນຫລວງວຽງຈັນ, ໂດຍ ເລືອກເອົາສະໜາມ
ກ໊ອຟລາວຄັນທຣີຄລັບ ສວນຊາວໜຸ່ມຫລັກ 14 ເປັນສະໜາມແຂ່ງຂັນແຕ່ວັນທີ  7-10 ທັນວາ 2014 ເຊິ່ງມີການ ຊິງ 2 ຫລຽນຄຳໃນປະເພດທີມ ຊາຍ ແລະ ບຸກຄົນຊາຍ, ນອກ ຈາກນີ້ຍັງຈັດໃຫ້ມີຊິງຂັນລາງ ວັນກຽດຕິຍົດຂອງຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງສຶກສາ ທິການ ແລະ ກິລາ ດຣ ພັນຄຳ ວິພາວັນ ໃນປະເພດມີແຕ້ມຕໍ່ ທັງປະເພດທີມ ແລະ ບກຸຄົນ. ການແຂ່ງຂັນຄັ້ງນີ້ ນອກ ຈາກມີນັກກິລາຈາກບັນ ດາສະຫະພັນກ໊ອຟຂອງແຂວງ ຕ່າງໆແລ້ວ, ຄະນະກຳມະການ ຈັດການແຂ່ງຂັນຍັງຕົກລົງໃຫ້ ບັນດາກະຊວງອ້ອມຂ້າງສູນ ກາງສາມາດສົ່ງທີມນັກກິລາ ຂອງຕົນເຂົ້າຮ່ວມ ແຂ່ງຂັນໄດ້ ແລະ ປັດຈຸບັນມີທັງໝົດ 38 ທີມ, ຈາກ 18 ແຂວງ, 18 ກະຊວງ, ພ້ອມດ້ວຍສູນກາງຊາວໜຸ່ມແລະ ທະນາຄານແຫ່ງ ສປປ ລາວ.

No comments:

Post a Comment