Ad

Ad

30 October 2014

ລັດຖະບານຍັງບໍ່ຮັບຮອງຮ່າງຍຸດທະສາດພັດທະນາຕະຫລາດທຶນ



     ໃນກອງປະຊຸມລັດຖະບານ ປະຈຳເດືອນຕຸລາ 2014 ທີ່ສຳ ເລັດລົງເມື່ອບໍ່ດົນນີ້, ພາຍໃຕ້ ການເປັນປະທານຂອງນາຍົກ ລັດຖະມົນຕີ ທອງສິງ ທຳມະວົງ ໂດຍກອງປະຊຸມໄດ້ຄົ້ນຄວ້າພິ ຈາລະນາຮ່າງຍຸດທະສາດເພື່ອ ພັດທະນາຕະຫລາດທຶນ. ຈຸດປະ ສົງເພື່ອ​ພັດທະນາ​ລະບົບຕະ ຫລາດ​ທຶນ​ໃຫ້​ເປັນ​ແຫ​ລ່ງລະດົມ​ທຶນ​​ໄລຍະ​ຍາວ​ຢ່າງ​ແທ້​ຈິງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ການ​ເງິນ​ໃຫ້​ໝັ້ນຄົງທັງ​ສ້າງ​ຄວາມ​ສາ ມາດ​ໃຫ້​ວິ​ສາ​ຫະກິດ​ສາມາດ​ເຊື່ອມ​ໂຍງ ​ແລະ ​ແຂ່ງຂັນ​ກັບ​ສາ ກົນ. ຮ່າງ​ຍຸດ​ທະ​ສາດ​ດັ່ງກ່າວ​ໄດ້​ກຳນົດ 8 ຄາດໝາຍ​ສູ້​ຊົນຄື (1) ມີ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ໃຫ້​ແກ່​ວິ​ສາ​ຫະກິດ​ສາມາດ​ລະດົມ​ທຶນ​ຜ່ານ​ຕະຫລາດ​ທຶນ ​ເພື່ອ​ຍົກ​ສູງ​ສະມັດ ຖະພາບ​ການ​ຜະລິດ ​ແລະ ການ​ບໍລິການ. (2) ມີ​ກົນ​ໄກ ​ແລະ ເຄື່ອງມື​ຕະຫລາດ​ທຶນ​ເພື່ອ​ສະ ໜັບສະໜູນ​ການ​ປັບປຸງ​ວິ​ສາ​ຫະ ກິດ​ໃຫ້​ເຂັ້ມ​ແຂງ. (3) ມີ​ພື້ນຖານ​ນິຕິ​ກຳ​ທີ່​ຄົບ​ຖ້ວນ​ແທດ​ເໝາະ​ກັບ​ສະພາບ​ຂອງ ສປປ ລາວ ​ແລະ ມາດຕະຖານ​ສາກົນ. (4) ຕະ ຫລາດ​ຫລັກ​ຊັບ, ສູນ​ຮັບ​ຝາກ​ຊັບ ​ແລະ ສະ​ຖາ​ບັນ​ສື່​ກາງ​ດ້ານ​ຫລັກ​ຊັບ​ເຄື່ອນ​ໄຫວ​ຄ່ອງ​ຕົວ, ຈຳກັດ​ຄວາມ​ສ່ຽງ ​ແລະ ສາມາດ​ເຊື່ອມ​ໂຍງ​ກັບ​ພາກພື້ນ ​ແລະ ສາກົນ. (5) ຮັບປະກັນ​ພັດທະນາ​ເຕັກ​ໂນ​ໂລ​ຊີ-ຂໍ້​ມູນ​ຂ່າວສານ ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ຫລັກ​ຊັບ​ໃຫ້​ທັນ​ສະ​ໄໝ ​ແລະ ​ເໝາະ​ສົມ​ກັບ​ລະດັບ​ການ​ຂະຫຍາຍ​ໂຕ​ຂອງ​ຕະຫລາດ​ທຶນ. (6) ທຸກ​ພາກສ່ວນ​ໃນ​ສັງຄົມ​ເຂົ້າ ຮ່ວມ​ເຄື່ອນ​ໄຫວຖານ​ຜູ້​ລົງທຶນ​ມີ​ການ​ຂະຫຍາຍ​ໂຕ ​ແລະ ສົມ​ດູ​ນທາງ​ດ້ານ​ໂຄງ​ປະກອບ.
(7) ມີ​ບຸກຄະລາ​ກອນ​ຄຸ້ມ​ຄອງ, ບຸກຄະ ລາ​ກອນ​ຂອງ​ຕະຫລາດ​ຫລັກ​ຊັບ ​ແລະ ສະ​ຖາ​ບັນ​ສື່​ກາງ​ຕ່າງໆ​ໃນ​ຈຳນວນ ​ແລະ ລະດັບ​ທີ່​ຮັບປະ ກັນ. (8) ສາມາດ​ເຊື່ອມ​ໂຍງ​ຕະ ຫລາດ​ທຶນ ສປປ ລາວ ​ເຂົ້າກັບ​ພາກພື້ນ ​ແລະ ສາກົນ ແລະ ສຳ ລັບ 4 ຫລັກການມີ​ຄື ການ​ພັດທະ ນາ​ຕ້ອງ​ແທດ​ເໝາະ​ກັບ​ສະພາບ ແລະ ລະດັບ​ການ​ຂະຫຍາຍ​ໂຕ​ທາງ​ດ້ານ​ເສດຖະກິດ-ສັງຄົມ​ຂອງ ສປປ ລາວ; ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍ​ດຂອງ​ຜູ້​ລົງ ທຶນ, ມີ​ຄວາມ​ສະ​ເໝີ​ພາບ,​ ໂປ່​ງ​ໃສ ​ແລະ ຍຸຕິ​ທຳ, ປ້ອງ​ກັນ ​ແລະ ຫລຸດຜ່ອນ​ຄວາມ​ສ່ຽງ​ຕໍ່​ລະບົບ​ການ​ເງິນ. ພ້ອມ​ນັ້ນຮ່າງ​ນະ​ໂຍ ບາຍ​ດັ່ງກ່າວ​ຍັງ​ໄດ້​ກຳນົດ 12 ແຜນ​ງານ ​ແລະ 39 ​ໂຄງການ. ຕໍ່​ບັນຫາ​ດັ່ງກ່າວ, ກອງ​ປະຊຸມ ບໍ່ໄດ້ຮັບຮອງເອົາຮ່າງດັ່ງກ່າວ ພ້ອມທັງ​​ຊີ້ນຳ​ໃຫ້ພາກສ່ວນກ່ຽວຂ້ອງ​ປັບປຸງ​ຄືນ​ຕາມ​ການ​ປະ ກອບ​ຄຳ​ເຫັນ​ຂອງ​ກອງ​ປະຊຸມ ເປັນຕົ້ນ: ຕ້ອງ​ພັດທະນາ​ຕະ ຫລາດ​ຫລັກ​ຊັບ​ໃຫ້​ມີ​ການ​ຂະ ຫຍາຍ​ໂຕ ​ແລະ ​ເຂັ້ມ​ແຂງ ​ເພື່ອ​ສ້າງ​ຕະ   ຫລາດ​ທຶນ ​ແລະ ກະຈາຍ​ທຶນ​ເຂົ້າ​ໃນ​ການ​ພັດທະນາ​ເສດ ຖະກິດ-ສັງຄົມ​ຂອງ​ຊາດ. ພ້ອມ​ກັນນັ້ນ ການ​ກຳນົດ​ທິດ​ທາງ, ຈຸດໝາຍ, ຄາດໝາຍ​ສູ້​ຊົນຕ້ອງ​ໄດ້​ຄົ້ນຄວ້າ​ລະອຽດ​ໃຫ້​ແທດ​ເໝາະ​ກັບ​ສະພາບ, ຄວາມ​ດຸ່ນ ດ່ຽງ ​ແລະ ສຳຄັນ​ແມ່ນ​ການ​ຮ່ວມ​ມື​ຂອງ​ທຸກ​ພາກສ່ວນ​ໃນ​ການ​ແຈ້ງ​ຂໍ້​ມູນ​ລາຍ​ຮັບ-ລາຍ​ຈ່າຍ​ດ້ວຍ​ຄວາມ​ໂປ່​ງ​ໃສ. ທັງ​ ໝົດ​ນັ້ນ ກໍ​ເພື່ອ​ສ້າງ​ຕະຫລາດ​ທຶນ​ໃຫ້​ເຂັ້ມ​ແຂງ ​ແລະ ໝັ້ນຄົງສາ ມາດ​ປະກອບສ່ວນ​ທຶນຮອນ​ເຂົ້າ​ໃນ​ການ​ພັດທະນາເສດຖະກິດ- ສັງ​ຄົມ​ຂອງ​ຊາດ.

No comments:

Post a Comment