Ad

Ad

30 October 2014

ລົດບັນທຸກເບຼກແຕກໄຫລລົງເຫວບົນເສັ້ນທາງເລກທີ 11 ວຽງ ຈັນ-ຊະນະຄາມມີຜູ້ບາດເຈັບ 3 ຄົນ



     ເຈົ້າໜ້າທີ່ຈະລາຈອນເມືອງ ຊະນະຄາມ, ແຂວງວຽງຈັນ ໃຫ້ ຮູ້ວ່າ: ເວລາປະ ມານ 14:00 ໂມງ ຂອງວັນທີ 27 ຕຸລາຜ່ານ ມານີ້, ໄດ້ເກີດອຸປະຕິເຫດລົດບັນທຸກ 6 ລໍ້ໝາຍເລກທະບຽນ ບຂ 0732 ກຳແພງນະຄອນ, ຂັບໂດຍທ້າວ ວົງ ອາຍຸ 32 ປີ ແລະ ມີໝູ່ນັ່ງມາ ນຳສອງຄົນ, ເຊິ່ງໄດ້ບັນທຸກ ເຫລັກມາແຕ່ນະຄອນຫລວງ ວຽງຈັນ ເພື່ອມຸ້ງໜ້າໄປເມືອງ ປາກລາຍ, ແຂວງ ໄຊຍະບູລີ, ພໍຮອດຈຸດເກີດ ເຫດໃນເສັ້ນທາງ ເລກ 11 ບ້ານໂຄກເຂົ້າດໍ, ເມືອງ ຊະນະຄາມ, ເຊິ່ງເປັນເສັ້ນທາງ ຄ້ອຍສູງຊັນ ຍາວຜູ້ຂັບລົດຈຶ່ງໄດ້ຄ່ອຍໆໃຫ້ລົດໄຫລລົງຄ້ອຍຊ້າໆ, ແຕ່ລົດບັນທຸກ ໜັກຈຶ່ງເຮັດໃຫ້ ເບລກແຕກ ແລະ ເສຍການຄວບ ຄຸມ ຈຶ່ງໄຫລຕົກລົງເຫວເລິກປະ ມານ 40 ແມັດ, ຫລັງຈາກນັ້ນ, ມີ ຜູ້ບາດເຈັບ 2 ຄົນໄດ້ປີນຂຶ້ນພູ ເພື່ອມາຂໍຄວາມ ຊ່ວຍ ເຫລືອນຳ ປະຊາຊົນຜູ້ທ່ຽວທາງ ແລະ ແຈ້ງຕໍ່ເຈົ້າໜ້າທີ່ເພື່ອມາຊ່ວຍ ເຫລືອຜູ້ບາດເຈັບອີກຄົນໜຶ່ງທີ່ ຕິດຢູ່ໃນລົດ, ເຊິ່ງແມ່ນ ໜ່ວຍກູ້ ໄພມູນນິທິຊ່ວຍເຫລືອຄົນທຸກ ຍາກແຫ່ງປະເທດລາວ
ໄປຊ່ວຍ ເຫລືອ ແລະ ຈົນຮອດເວລາ 3 ໂມງຂອງມື້ຕໍ່ມາຈຶ່ງ ສາມາດນຳ ຜູ້ບາດເຈັບທີ່ຕິດໃນລົດຂຶ້ນມາໄດ້ ແລະ ນຳສົ່ງ ໂຮງໝໍຢ່າງຮີບ ດ່ວນ.
    ເຈົ້າໜ້າທີ່ບອກວ່າ: ອຸປະຕິ ເຫດຄັ້ງນີ້, ອາດເກີດຈາກການ ບັນທຸກໜັກເກີນຄວາມສາມາດ ຂອງລົດຮັບໄດ້ບວກກັບສະ ພາບຂອງລົດບໍ່ຮັບປະກັນດ້ານເຕັກ ນິກຈຶ່ງເຮັດໃຫ້ລະບົບເບຼກລົດ ແຕກ.

No comments:

Post a Comment