Ad

Ad

30 October 2014

ຈຳຄຸກ 2 ປີກວ່າຍ້ອນມີອາວຸດ ເສີກຄອບຄອງ



    ເມື່ອບໍ່ດົນມານີ້, ສານປະຊາ ຊົນນະຄອນຫລວງວຽງຈັນ, ໄດ້ຕັດສີນລົງໂທດທ້າວ ນ້ອຍ ອາຍຸ 23 ປີຢູ່ບ້ານວັດນາກ, ເມືອງສີສັດຕະນາກ, ນະຄອນ ຫລວງວຽງຈັນ ຈຳຄຸກເປັນເວ ລາ 2 ປີກັບ 3 ເດືອນ, ພ້ອມ ປັບໃໝ 2 ລ້ານກີບ ໃນຂໍ້ຫາມີອາ ວຸດເສີກໄວ້ໃນຄອບຄອງ, ເຊິ່ງຜູ້ ກ່ຽວຖືກເຈົ້າໜ້າທີ່ຈັບຕົວເມື່ອ ຕົ້ນປີ 2013 ພ້ອມຂອງກາງປືນ ສັ້ນໜຶ່ງກະບອກໄວ້ຄອບ ຄອງໂດຍບໍ່ໄດ້ຮັບອະນຸຍາດ, ຍ້ອນຜູ້ ກ່ຽວໄດ້ລັກເອົາມາເມື່ອທ້າຍປີ 2012 ແລະ ມາຮອດ ຕົ້ນປີ 2013 ຜູ້ກ່ຽວໄດ້ໃຊ້ປືນ ດັ່ງກ່າວມາໄລ່ຍິງໝູ່ທີ່ເປັນເຈົ້າຂອງປືນຍ້ອນ ຄວາມໂມໂຫ ທີ່ທວງຖາມເອົາ ປືນຄືນຫລາຍຄັ້ງ, ແຕ່ຍິງບໍ່ຖືກ ເນື່ອງຈາກເອົາຕົວ ໜີໄດທັນ ແລະ ຕໍ່ມາຈຶ່ງ ຖືກເຈົ້າໜ້າທີ່ຈັບ ຕົວມາດຳເນີນຄະດີຕາມລະບຽບກົດໝາຍ.
   ເຈົ້າໜ້າທີ່ໃຫ້ຮູ້ວ່າ : ຜູ້ກ່ຽວ ເຄີຍຕ້ອງໂທດມາແລ້ວໜຶ່ງຄັ້ງ ເປັນເວລາ 1 ປີກັບ 9 ເດືອນໃນປີ 2011 ໃນຂໍ້ຫາມີອາວຸດເສີກ ໄວ້ຄອບຄອງເຊັ່ນດຽວກັນ.  

No comments:

Post a Comment