Ad

Ad

30 October 2014

ເພີ່ມ​ຄວາມ​ເຂົ້າ​ໃຈກ່ຽວ​ກັບ​ການ​ດຳ​ເນີນ​ທຸລະ​ກິດ​ໃຫ້​ມີ​ຄວາມ​ຍືນ​ຍົງ



        ບໍລິສັດ​ຜະລິດ​ໄຟຟ້າ​ລາວ​ ມະຫາຊົນ ​ແລະ ອົງການ​ການ​ເງິນ​ສາກົນ (IFC) ສຳ​ເລັດ​ການ ຈັດ​ສຳ​ມະ​ນາ​ໃຫ້​ແກ່​ພະ ນັກງານວິຊາ​ການຂອງ​ບໍລິສັດ​ໄຟຟ້າ ລາວ ​ແລະ ບໍລິສັດ​ຂາ​ຮຸ້ນ ​ໃນ​ວັນ​ທີ 28 ​ຕຸລານີ້, ຢູ່ນະຄອນຫລວງ​ວຽງ​ຈັນ ພາຍຫລັງ​ດຳ​ເນີນ​ມາ​ເປັນ​​ເວລາ 5 ວັນ ​ເຊິ່ງຜູ້​ເຂົ້າ​ຮ່ວມ​ໄດ້​ຮຽນ​ຮູ້ ​ແລະ ​ເສີມ​ສ້າງ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ກໍລະນີ​ສຶກສາ ຕ່າງໆ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ໃຫ້​ມີ​ຄວາມ​ຍືນ​ຍົງ ​ແລະ ວິທີ​ການ​ນຳ​ໃຊ້​ມາດຕະຖານ​ການ​ດຳ​ເນີນ​ງານ​ຂອງ​ອົງການ IFC ເຊິ່ງ​ເປັນ​ມາດຕະຖານ​ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ ທີ່​ໃຫ້​ຄຳ​ແນະນຳ​ແກ່​ບໍລິສັດຕ່າງໆ​ກ່ຽວ​ກັບ​ວິທີ​ການ​ຫລຸດຜ່ອນ​ຄວາມ​ສ່ຽງ ​ແລະ ການ​ດຳ​ເນີນ​ທຸລະ​ກິດ​ໃຫ້​ມີ​ຄວາມ​ຍືນ​ຍົງ.
    ທ່ານ​ນາງ ສຸກ​ສັນ ພົງ​ພິລາ ຫົວໜ້າ​ຝ່າຍ​ສະໜັບສະໜູນ​ອົງ​ກອນ ​ແລະ ບໍລິຫານ ​ໄດ້​ກ່າວ​ວ່າ: ການ​ຝຶກ​ອົບຮົມ​ຄັ້ງນີ້ ຈະ​ຊ່ວຍ​ໃຫ້ພະນັກງານວິຊາ​ການ ຂອງ​ບໍລິສັດ​ໄຟຟ້າລາວ ​ແລະ ບໍລິສັດ​ຂາ​ຮຸ້ນ ​ເຂົ້າ​ໃຈ​ກ່ຽວ​ກັບ​ວິທີ​ການ​ກຳນົດ​ຄວາມ​ສ່ຽງ​ໄດ້​ດີ​ຂຶ້ນກວ່າ​ເກົ່າ ​ແລະ ຮຽນ​ຮູ້​ວິທີ​ການ​ນຳ​ໃຊ້​ມາດຕະຖານ​ການ​ດຳ​ເນີນ​ງານ​ຂອງ​ອົງການ IFC ເຂົ້າ​ໃນ​ການຈັດຕັ້ງປະຕິບັດ​ວຽກ​ງານ​ທີ່​ຖືກ​ມອບ​ໝາຍ ​ເຊິ່ງ​ໃນ​ປັດຈຸບັນ ​ພວກ​ເຮົາ​ກຳລັງ​ວາງ​  ແ​ຜນສ້າງຕັ້ງທີ​ມງານ​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ ​ເພື່ອ​ໃຫ້ການ​ສະໜັບສະໜູນ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ແບບ​ຍືນ​ຍົງ ພ້ອມ​ທັງ​ໃຫ້ການ​ຊ່ວຍ​ເຫລືອ​ຊຸມ​ຊົນ​ທີ່ຢູ່​ອ້ອມ​ຂ້າງ​ສະຖານ​ທີ່​ໂຄງ ການ​ຕ່າງໆ.

     ອົງການ IFC ​ແມ່ນ​ສະມາຊິກ​ຂອງ​ກຸ່ມ​ທະນາຄານ​ໂລກ ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ ບໍລິສັດ​ຜະລິດ​ໄຟຟ້າ​ລາວ​ ມະຫາຊົນ ​ໃນ​ການ​ປັບປຸງ​ວຽກ​ງານ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ ​ເພື່ອ​ເຮັດ​ໃຫ້​ບໍລິສັດ​ດັ່ງກ່າວ​ສາມາດ​ດຳ​ເນີນ​ງານ​ຢ່າງ​ມີ​ຄວາມ​ຍືນ​ຍົງ. ສຳລັບ ​ໃນ​ຂົງ​ເຂດພາກພື້ນ​ແມ່ນ້ຳ​ຂອງ​, ອົງການ IFC ​ໄດ້​ໃຫ້ການ​ສະໜັບສະໜູນ​ເຄື່ອງມື​ແກ່​ບໍລິສັດ​ຕ່າງໆ ​ເພື່ອ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ດ້ານ​ສິ່ງ​ແວດ​ລ້ອມ ແລະ ສັງຄົມ, ຫລຸດຜ່ອນ​ຜົນ​ກະ ທົບ​ທີ່​ຈະ​ປະສົບ​ພົບ​ພໍ້​ກັບ​ການ ພັດທະນາ​ເຂື່ອນ​ໄຟຟ້າ​ພະລັງ ງານ​ນ້ຳຕົກ.

No comments:

Post a Comment