Ad

Ad

30 October 2014

ອຸຕຸນິຍົມແຈ້ງໄລຍະນີ້ສະພາບອາກາດຈະໜາວລົງ



     ກົມອຸຕຸນິຍົມ ແລະ ອຸທົກກະ ສາດໃຫ້ຮູ້ວ່າ: ສະພາບອາກາດ ແຕ່ວັນທີ 29-31 ຕຸລານີ້, ບໍລິເວນ ຄວາມກົດດັນອາກາດ ເຢັນຈະມີກຳລັງອ່ອນຫາປານກາງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງໃຕ້ພັດປົກຄຸມ, ຊຶ່ງລັກສະນະ ເຊັ່ນນີ້ຈະເຮັດໃຫ້ອອາກາດສືບຕໍ່ໜາວເຢັນຢູ່ຕື່ມອີກ, ໂດຍສະ ເພາະແຂວງພາກເໜືອດ້ານຕາ ເວັນອອກຄື ແຂວງໄຊສົມບູນ, ຫລັກ 20, ພູພຽງບໍລະເວນປາກ ຊ່ອງ ແລະ ເຂດເມືອງດາກຈຶງ, ທ່າແຕງພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ. ຈາກນັ້ນວັນທີ 1-4 ພະຈິກ 2014, ບໍລິເວນຄວາມກົດ ດັນສູງຂອງອາກາດຈະມີທ່າ ອ່ຽງເພີ່ມກຳລັງແຮງຂຶ້ນ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງ ລາວ, ເຊິ່ງຈະເຮັດໃຫ້ອາກາດ ເຢັນລົງຕື່ມອີກໃນແຕ່ລະພາກ, ພ້ອມຍັງຈະມີຝົນຕົກ ກະຈາຍໃນລະດັບຄ່ອຍ ແລະ ຕົກປານກາງ ເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ນັບທັງນະຄອນ ຫລວງວຽງຈັນ.
     ສະພາບອຸນຫະພູມໃນໄລຍະນີ້ ອາກາດຈະເຢັນໜາວຕື່ມອີກ ໂດຍສະເພາະແຂວງພາກເໜືອ ຫາພາກກາງດ້ານຕາເວັນ ອອກ, ເຂດພູດອຍ, ແຂວງໄຊສົມບູນ, ຫລັກ 20, ພູພຽງບໍລະເວນປາກ ຊ່ອງ ແລະ ເຂດເມືອງດາກຈຶງ, ທ່າແຕງ, ພ້ອມທັງ
ມີໝອກປົກ ຄຸມໃນຕອນເຊົ້າ, ສະເພາະ ແຂວງພາກເໜືອດ້ານຕາເວັນ ຕົກລົງຫາພາກກາງ ແລະ ພາກໃຕ້ອາກາດຈະເຢັນໃນ ຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກ ບາງປົກຄຸມຢູ່ທົ່ວໄປ ແລະ ມີລົມ ພັດແຮງເປັນບາງໂອກາດໃນຕອນບ່າຍຫາ ຕອນ ຄ່ຳ. ໃນໄລຍະວັນທີ 29-31 ຕຸລາ ຈະມີຝົນ ຕົກກະຈາຍໃນລະດັບຄ່ອຍ ແລະ ຕົກປານກາງເປັນບາງໂອກາດ ຢູ່າບາງທ້ອງຖິ່ນ ໃນແຕ່ລະພາກ. ຈາກນັ້ນ ວັນທີ 1 ພະຈິກ 2014 ຈະມີຝົນຕົກກະຈາຍຫລາຍຂຶ້ນຢູ່ແຕ່ລະພາກ, ນັບທັງນະຄອນ ຫລວງວຽງ ຈັນຍ້ອນກະແສລົມ ຕາເວັນອອກສ່ຽງໃຕ້ຈະມີກຳລັງແຮງເພີ້ມຂຶ້ນພັດປົກຄຸມ. ດັ່ງນັ້ນ ຈຶ່ງແຈ້ງເຕືອນໃຫ້ປະຊາຊົນມີສະຕິໃນ ການຮັກສາສຸຂະພາບຂອງຕົນເອງ ແລະ ມີຄວາມລະມັດ ລະວັງໃນການສັນຈອນໄປມາ.

No comments:

Post a Comment