Ad

Ad

29 October 2014

ນາຍົກລັດຖະມົນຕີ ທອງສິງ ທຳມະວົງເນັ້ນກະຊວງການເງິນ ເພີ່ມຄວາມເຂັ້ມງວດຄຸ້ມຄອງງົບປະມານ



     ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ໂອ້ລົມຕໍ່ກອງປະຊຸມການເງິນທົ່ວປະ ເທດປະຈຳສົກປີ 2013-2014 ໃນວັນທີ 28 ຕຸລານີ້, ໂດຍທ່ານເນັ້ນວ່າ: ໃຫ້ຄະນະພັກ, ຄະນະນຳກະຊວງການເງິນຕ້ອງໄດ້ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມ ການເມືອງ ແນວຄິດໃຫ້ແກ່ພະນັກງານ, ລັດຖະກອນໃຫ້ຫລາຍກວ່າເກົ່າເພື່ອຍົກສູງຄວາມຮັບຜິດຊອບ ທາງດ້ານການເມືອງ, ໜ້າທີ່ຂອງຂະແໜງການ ແລະ ຕີຖອຍປະກົດການຫຍໍ້ທໍ້ທີ່ເກີດ ຂຶ້ນໃຫ້ໄດ້ຢ່າງຈະແຈ້ງ ແລະ ເປັນຮູບປະທຳເທື່ອລະກ້າວ, ສືບ ຕໍ່ປັບປຸງກົງຈັກການ ຈັດຕັ້ງຂອງກະຊວງໃຫ້ກະທັດຫັດ, ມີປະສິດທິຜົນ, ໂປ່ງໃສ, ຫັນເປັນວິຊາສະເພາະ ທັນສະໄໝ ແລະ ຕອບສະໜອງຄວາມຕ້ອງການ, ເອົາໃຈໃສ່ຢ່າງແຂງແຮງຕໍ່ການພັດທະ ນາຊັບພະຍາກອນມະນຸດໃຫ້ມີຄຸນສົມບັດ, ມີຈັນຍາ ບັນຈັນຍາທຳ ແລະ ມີຄວາມຮູ້ທາງດ້ານວິຊາສະເພາະ, ສ້າງ ແລະ ປັບປຸງລະບອບລະບຽບ, ມາດຕະຖານການຄັດເລືອກ, ເລືອກເຟັ້ນ, ການຄຸ້ມຄອງ ແລະ ວິໄນທາງດ້ານວິຊາສະເພາະຂອງ ຂະແໜງການເງິນເປັນຕົ້ນແມ່ນ 3 ຂະແໜງສາຍຕັ້ງເພື່ອໃຫ້ ກະຊວງ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນເຂົ້າ ຮ່ວມຕິດຕາມການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ສ້າງກົດ ໝາຍ ແລະ ນິຕິກຳຕ່າງໆເພື່ອຄຸ້ມຄອງຂະແໜງການເງິນ
ທົ່ວປະເທດ, ສ້າງຍຸດທະສາດ, ວິໄສທັດໃນການພັດທະນາຂະແໜງ ການເງິນພ້ອມດຽວກັນນັ້ນກໍສຸມໃສ່ສ້າງແຜນງົບປະມານ 5 ປີໃຫ້ສຳເລັດຕາມລະດັບຄາດໝາຍ, ແກ້ ໄຂຈຸດອ່ອນ ແລະ ຂໍ້ບົກຜ່ອງຂອງຂະແໜງການເງິນຜ່ານມາ, ປຸກລະດົມຂະບວນ ການທົ່ວຂະແໜງການໃນການຈັດຕັ້ງປະຕິບັດແຜນງົບປະມານ 2014-2015 ໃຫ້ມີຜົນສຳເລັດຢ່າງຈະແຈ້ງ, ເອົາໃຈໃສ່ຢ່າງ ຕັ້ງໜ້າໃນການນຳໃຊ້ເຄື່ອງມືທີ່ທັນສະໄໝເພື່ອຄຸ້ມຄອງການເງິນ, ແນໃສ່ເຮັດໃຫ້ຂະແໜງການເງິນມີຄວາມເຂັ້ມແຂງ, ປັບປຸງການສ້າງແຜນງົບປະມານ ແລະ ກົນໄກ ປະສານງານລະຫວ່າງ ສູນກາງ ແລະ ທ້ອງຖິ່ນໃນການສ້າງແຜນງົບປະ ມານໃຫ້ມີຄວາມເປັນເອກະພາບ ແລະ ສາມາດຈັດສັນແຫລ່ງທຶນເຂົ້າໃສ່ ແຜນພັດທະນາວຽກບຸລິມະສິດຕ່າງໆ ຂອງລັດຖະບານ.
    ທ່ານນາຍົກລັດຖະມົນຕີ ກ່າວວ່າ: ສະພາບງົບປະມານໃນສົກປີຜ່ານມາແມ່ນມີຄວາມຫຍຸ້ງຍາກຫລາຍ, ສາເຫດຕົ້ນ ຕໍ່ແມ່ນຍ້ອນພາຍໃນເຮົາເອງ ເຊັ່ນ: ການຄຸ້ມຄອງການລົງທຶນຂອງລັດ, ຄຸ້ມຄອງໜີ້ສີນ ແລະ ງົບປະມານແຫ່ງລັດອ່ອນແອ, ມີບາງດ້ານບໍ່ຖືກທິດ ແລະ ການບໍລິຫານມີຄວາມຜິດພາດ, ອັນເນື່ອງມາຈາກລະບົບການເງິນແຫ່ງຊາດບໍ່ທັນເຂັ້ມແຂງ, ຖານ ລາຍຮັບຖາວອນໝັ້ນທ່ຽງບໍ່ຫລາຍ, ນະໂຍບາຍດ້ານການເງິນບໍ່ທັນເປັນເຄື່ອງມືສົ່ງເສີມການຜະລິດຢ່າງຕັ້ງໜ້າ, ການບໍລິການ ທາງດ້ານການເງິນຍັງມີຫລາຍຂອດ, ກົງຈັກການຈັດຕັ້ງບໍ່ໄດ້ຮັບການປັບປຸງຢ່າງຕັ້ງໜ້າ, ກົນໄກສ້າງແຜນງົບປະມານຍັງບໍ່ມີ ການປ່ຽນແປງໃໝ່ຢ່າງແທ້ຈິງ, ບໍ່ທັນສາມາດຈຳກັດການຮົ່ວໄຫລຂອງລາຍຮັບ ແລະ ມີການລະເມີດລະບຽບການເງິນຂອງ ພະນັກງານ, ລັດຖະກອນເປັນຈຳນວນບໍ່ໜ້ອຍ, ຂະນະດຽວກັນການປະຕິບັດວິໄນຕໍ່ຜູ້ກະທຳຜິດຍັງບໍ່ທັນເຂັ້ມງວດເທົ່າ ທີ່ຄວນ.

No comments:

Post a Comment