Ad

Ad

29 October 2014

ກຳນົດການນຳໃຊ້ເສັ້ນທາງ ແລະ ຈຸດຈອດລົດໄລຍະບຸນພະທາດຫລວງປີນີ້



        ເພື່ອເຮັດໃຫ້ບຸນນະມັດສະການພະທາດຫລວງ ແລະ ງານຕະຫລາດນັດ ພສ 2557 ດຳເນີນ ໄປດ້ວຍບັນຍາກາດແຫ່ງ ຄວາມເບີກບານມ່ວນຊື່ນ, ຮັກສາໄດ້ເອ ກະລັກວັດທະນາທຳອັນດີງາມຂອງຊາດ, ຮັບປະກັນ ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດຈົບງາມ, ກອງບັນຊາການ ປກສ ນະຄອນຫລວງວຽງຈັນ, ຈຶ່ງອອກແຈ້ງການເພື່ອກຳນົດຈຸດຈອດລົດປະ ເພດຕ່າງໆຂອງມວນຊົນທີ່ຈະ ມາຮ່ວມທ່ຽວຊົມງານບຸນດັ່ງ ກ່າວຄື ລົດມີສະຕິກເກີ (P) ສາມາດເຂົ້າຈອດຢູ່ ດ້ານໜ້າຫໍສະ ພາແຫ່ງຊາດ, (P1) ສາມາດເຂົ້າຈອດຢູ່ເດີນດ້ານໜ້າ ແລະ ດ້ານຂ້າງຫໍສະພາແຫ່ງຊາດ ແລະ (P2)  ເຂົ້າຈອດໄດ້ຢູ່ເດີນດ້ານ ຂ້າງຫໍສະພາແຫ່ງຊາດ ແລະ ເດີນດາວແດງເກົ່າ, ສຳລັບລົດຂົນສົ່ງມວນຊົນເຊັ່ນ: ຕຸກໆ, ຈຳ ໂບ້, ລົດໂດຍສານປະຈຳທາງ ອະນຸຍາດໃຫ້ຈອດໄດ້ຊົ່ວຄາວ ເພື່ອສົ່ງຄົນໂດຍສານລົງຕາມຈຸດທີ່ກຳນົດຄື:ເສັ້ນທາງຊ້າງເຜືອກ
ເຂດບ້ານຮ່ອງໄກ່ແກ້ວ, ຕະ ຫລາດທາດຫລວງ, ເສັ້ນທາງ ຮ່ອມບ້ານສີສັງວອນ-ໂພນໄຊ, ປະຕູໄຊ, ໂພນສະອາດ ແລະ ຮ່ອມໂຮງຮຽນມັດທະຍົມໜອງ ສ້າງທໍ່, ສຳລັບລົດໃຫຍ່, ລົດຈັກ, ລົດຖີບທີ່ມີຈຸດປະສົງມາທ່ຽວບຸນ ແລະ ງານຕະຫລາດ ນັດແມ່ນໃຫ້ຈຸດຕາມສະຖານທີ່ ຈອດລົດທີ່ຄະນະກຳມະການຈັດງານກຳນົດໄວ້, ເຊິ່ງຈະມີເຈົ້າໜ້າທີ່ຄອຍ ໃຫ້ອຳນວຍຄວາມ ສະດວກ. ສ່ວນພາຫະນະທີ່ ມາຈາກເສັ້ນທາງ 13 ເໜືອ ແມ່ນໃຫ້ຈອດຢູ່ເດີນຈອດລົດປະຕູໄຊ ຫລື ຫລັງ ຫ້ອງວ່າການປົກ ຄອງນະຄອນຫລວງວຽງຈັນ, ລົດທີ່ມາຈາກເສັ້ນທາງ 13 ໃຕ້, ເສັ້ນທາງເລກ 10 ບ້ານເກີນ ແລະ ເສັ້ນທາງ ທ່າເດື່ອແມ່ນອະ ນຸຍາດໃຫ້ຈອດຕາມທາງຮ່ອມ, ທາງຊອຍບ້ານ ສີບຸນເຮືອງ, ໂພນພະເນົາ, ສະພັງໝໍ້ ແລະ ໂພນສີນວນ ທີ່ເຫັນ ວ່າມີຄວາມ ປອດໄພ ແລະ ບໍ່ເປັນການກີດ ຂວາງການສັນຈອນຂອງພາຫະນະອື່ນໆ.

    ສຳລັບການນຳໃຊ້ເສັ້ນທາງໃນໄລຍະບຸນນັ້ນແມ່ນລົດທີ່ມາຈາກເສັ້ນທາງ 13 ໃຕ້, ເສັ້ນ ທາງເລກ 10 ຫລື ເສັ້ນທາງດອນ ໜູນຕໍ່ໃສ່ເສັ້ນທາງໄກສອນຖ້າບໍ່ມີຈຸດປະສົງມາທ່ຽວງານບຸນ ແມ່ນໃຫ້ລ້ຽວຊ້າຍເຂົ້າເສັ້ນທາງໜອງໜ່ຽງອອກໃສ່ວັງຊາຍ ຫລື ລ້ຽວຂວ້າອອກໃສ່ເສັ້ນທາງໂພນຕ້ອງ, ສະເພາະລົດບັນທຸກທີ່ມາ ແຕ່ເສັ້ນທາງເລກ 13 ເໜືອມີຈຸດ ປະສົງໄປຂົວມິດຕະພາບ ໃຫ້ໄປຕາມເສັ້ນທາງໜອງບຶກ-ດົງໂດກ ແລະ ລົດທີ່ມາແຕ່ຂົວມິດຕະ ພາບມີຈຸດປະສົງໄປຕາມເສັ້ນ ທາງ 13 ໃຕ້ໃຫ້ ແລ່ນໄປ ເສັ້ນທາງ 450 ປີ, ສ່ວນລົດບັນທຸກ ທີ່ມາແຕ່ເສັ້ນທາງ 13 ໃຕ້ມີຈຸດ ປະສົງໄປຂົວມິດຕະພາບມາ ຮອດໄຟແດງຫລັກ 21 ໃຫ້ລ້ຽວ ຊ້າຍເຂົ້າເສັ້ນທາງຫລັກ 21 ອອກໃສ່ເສັ້ນທາງ 450 ປີລ້ຽວ ຊ້າຍໄປຂົວມິດຕະພາບ ແລະ ເສັ້ນທາງທີ່ຫ້າມຈອດ ແມ່ນເສັ້ນທາງໄກສອນພົມວິຫານແຕ່ສາມແຍກໂພນພະເນົາຫາປະຕູໄຊ, ເສັ້ນທາງໜອງບອນແຕ່ໄຟແດງທາດຝຸ່ນຫາສາມ ແຍກນາໄຊ, ສາມແຍກສີສັງວອນ, ວົງວຽນ 450 ປີ, ສາມແຍກສະຖານທູດຫວຽດນາມຫາສີ່ແຍກໄຟແດງໂພນໄຊ ແລະ ສາມແຍກໄຟແດງຂົວຮ່ອງແຊງຫາສາມແຍກໄຟແດງໂພນທັນ ແລະ ໃນກໍລະນີເຈົ້າໜ້າທີ່ກວດກາພົບເຫັນການປະພຶດທີ່ເປັນ ການລະເມີດຕ້ອງ ໄດ້ສຶກສາອົບຮົມ, ກ່າວເຕືອນ, ປັບໃໝ ຫລື ດຳເນີນມາດຕະການຕາມກົດລະບຽບຈະລາຈອນຢ່າງເຂັ້ມ ງວດ ແລະ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດຂໍ້ກຳນົດດັ່ງກ່າວມີຜົນສັກສິດນະຄອນຫລວງໄດ້ຈັດວາງກຳ ລັງເຈົ້າໜ້າທີ່ ຈະລາຈອນຫລາຍກວ່າ 600 ຄົນປະຈຳຢູ່ 90  ກວ່າ ຈຸດຕາມສາມແຍກ, ສີ່ແຍກໃນ 5 ຕົວເມືອງຂອງນະຄອນຫລວງ ວຽງຈັນໄວ້ຮຽບຮ້ອຍແລ້ວ.

No comments:

Post a Comment