Ad

Ad

29 October 2014

ອົງການສາກົນທີ່ບໍ່ສັງກັດລັດໄດ້ປະກອບສ່ວນສຳຄັນຕໍ່ການພັດທະນາເສດຖະກິດ ແລະ ຫລຸດ ຜ່ອນຄວາມທຸກຍາກຢູ່ລາວ



      ໃນວັນທີ 28 ຕຸລານີ້, ຢູ່ນະຄອນຫລວງວຽງຈັນ,  ຮອງນາ ຍົກລັດຖະມົນ ຕີລັດຖະມົນຕີວ່າການກະຊວງການຕ່າງປະ ເທດ ທອງລຸນ ສີສຸລິດ ໄດ້ເປັນປະທານ ກອງປະຊຸມ​ທົບ​ທວນຄືນ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ລາວກັບອົງການ​ຈັດ​ຕັ້ງສາ ກົນທີ່ບໍ່ສັງກັດລັດຖະບານ (INGOs) ຄັ້ງ​ທີ II ເພື່ອ​ຕີ​ລາຄາ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມືລະ ຫວ່າງລັດຖະບານລາວກັບ​ອົງ ການ​ຈັດ​ຕັ້ງ​ດັ່ງກ່າວ​ທີ່​ກຳ​ລັງປະຕິບັດ​ໜ້າ​ທີ່ຢູ່ ສປປ ລາວ ທັງໝົດ 171 ອົງການ​, ໃນ​ນີ້​ 78 ອົງການ​ມີ​ຫ້ອງການ​ຜູ້ຕາງ ໜ້າ ​ແລະ ຫ້ອງການ​ໂຄງການ​ປະ​ຈຳ​ຢູ່ລາວທີ່ມາ​ຈາກ 21 ປະ​ເທດ, ເຊິ່ງ ໂຄງການ​ຮ່ວມ​ມື​ຂອງ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ບໍ່​ສັງກັດ​ລັດຖະ ບານ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຢູ່ທຸ​ກ​ແຂວງ​ໃນ​ທົ່ວ​ປະ​ເທດ. ໃນ​ນີ້​​ຂະ​ແໜງ​ສະຫວັດດີ​ການ​-ສັງຄົມ ປະກອບມີການພັດທະນາ​ຊົນນະ ບົດ,​ ເກັບ​ກູ້​ລະ​ເບີດບໍ່ທັນແຕກ, ຄົນ​ພິການ,​ ໄພ​ສຸກ​ເສີນກວມ 33,16%, ສາທາລະນະສຸກ 24%,​ການ​ສຶກສາ-ກິລາ
25,73%, ກະ​ສີ​ກຳ 17,11%, ລວມມູນ​ຄ່າ​ການ​ຮ່ວມ​ມື​ໃນ​ປີ 2010 ມີ 61 ລ້ານ​ໂດ​ລາ​ສະຫະລັດ, ປີ 2011 ມີ 80      ລ​້ານ​ໂດ​ລາ​ສະຫະລັດ, ປີ 2012 ມີ 77 ລ້ານ​ໂດ​ລາ​ສະຫະລັດ, ປີ 2013 ມີ 70,5 ລ້ານ​ໂດ​ລາ​ສະຫະລັດ ​ແລະ ​ໃນ 9 ​ເດືອນ​ປີ 2014 ນີ້ ມີ​ປະມານ 40 ລ້ານ​ໂດ​ລາ​ສະຫະລັດ ແລະ ລວມມູນ​ຄ່າ​ໄລ​ຍະ 5 ປີ ມີ​ທັງ​ໝົດ 328,5 ລ້ານ​ໂດ​ລາ​ສະຫະລັດ, ສະ​ເລ່ຍ​ເປັນ​ປີ​ລະ 66 ລ້ານ​ໂດ​ລາສະຫະລັດ, ອັນໄດ້​​ປະກອບສ່ວນສຳຄັນ​ເຂົ້າ​ໃນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ແກ່​ປະຊາຊົນ​ບັນດາ​ເຜົ່າກໍ​ຄື​ໄດ້​ປະກອບສ່ວນ​ໃນ​ການຈັດ​ຕັ້ງ​ປະຕິບັດ​​ແຜນ​ພັດທະນາ​ເສດຖະກິດ-ສັງຄົມຂອງລາວ, ໂດຍ​ສະ​ເພາະ​ແມ່ນ​ຊ່ວຍ​ໃຫ້ລາວສາມາດ​ບັນລຸ​ບາງ​ເປົ້າ​ໝາຍ​ດ້ານ​ການ​ພັດທະນາ ແລະ ກອງ​ປະຊຸມ​ຍັງ​ໄດ້ສະ​ເໜີ​​​ຮັບຮອງ​ເອົາ​​ຂໍ້​ແນະ​ນຳ​ໃນ​ການຈັດ​ຕັ້ງ​ປະຕິບັດ​ດຳລັດ​ນາຍົກລັດຖະມົນຕີວ່າ​ດ້ວຍ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ບໍ່​ສັງ​ກັດລັດຖະບານ, ສະບັບ​ເລ​ກທີ 013/ນຍ ເພື່ອແນ​ໃສ່​ເຮັດ​ໃຫ້ການ​ຮ່ວມ​ມື​ ​ແລະ ການ​ຊ່ວຍ​ເຫລືອ​ຈາກອົງການຈັດຕັ້ງສາກົນ​ໄດ້​ຮັບ​ໝາກຜົນ​ສູງ​ສຸດ.

No comments:

Post a Comment