Ad

Ad

29 October 2014

ອາຊຽນຫາລືມາດຕະການຫລຸດຜ່ອນມົນລະພິດທາງອາກາດ



   ຄະນະຜູ້ແທນຈາກບັນດາປະເທດອາຊຽນ, ກອງເລຂາອາຊຽນ, ໄດ້ຫາລືຮ່ວມ ກັນກ່ຽວກັບຂໍ້ຕົກລົງອາຊຽນວ່າດ້ວຍ ມົນລະພິດໝອກຄວັນຂ້າມຜ່ານຊາຍແດນ, ໂດຍໄດ້ທົບທວນຄືນບັນຫາສະພາບໝອກຄວັນ ແລະ ການພະຍາກອນອາກາດ, ເຊິ່ງ ຄະນະຜູ້ແທນແຕ່ລະປະເທດສະມາຊິກອາຊຽນໄດ້ມີການລາຍ ງານກ່ຽວກັບ ສະຖານະການໄຟປ່າ ແລະ ມົນລະພິດທາງອາກາດທີ່ເກີດຂຶ້ນຢູ່ໃນປະເທດ ຕົນໃຫ້ ກອງປະຊຸມຮັບຊາບ, ພ້ອມທັງລາຍງານແຜນການຮັບມືກັບບັນ ຫາດັ່ງກ່າວໃນ ຕໍ່ໜ້າ, ຂະນະດຽວກັນ, ຜູ້ແທນຈາກປະເທດ ມາເລເຊຍ ແລະ ອິນໂດເນເຊຍ ກໍໄດ້ລາຍງານກ່ຽວກັບຄວາມຄືບໜ້າ ການ ປັບປຸງລະບົບເຕືອນໄພຄວາມອັນຕະລາຍຂອງການເກີດໄຟໃໝ້ປ່າ. ນອກຈາກນີ້ ກອງປະຊຸມຍັງໄດ້ຫາລືກົນໄກການປະກອບ ສ່ວນເຂົ້າໃນກອງທຶນຄວບຄຸມມົນລະພິດໝອກຄວັນຂ້າມຜ່ານຊາຍແດນອາຊຽນເພື່ອນຳໃຊ້ເຂົ້າໃນວຽກງານຄວບຄຸມ ແລະ ຫລຸດຜ່ອນສະພາບມົນລະພິດທາງອາກາດໃນພາກພື້ນ.

     ບັນຫາດັ່ງກ່າວໄດ້ມີການປຶກສາຫາລືໃນກອງປະຊຸມພາຄີຄັ້ງທີ 10 ກ່ຽວກັບຂໍ້ຕົກລົງອາຊຽນວ່າດ້ວຍມົນລະພິດໝອກ ຄວັນຂ້າມຊາຍແດນທີ່ຈັດຂຶ້ນໃນວັນທີ 28 ຕຸລານີ້, ຢູ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ໂດຍການເປັນປະ ທານຂອງທ່ານນາງ ມອນມະນີ ຍອຍບົວກ່ອງ  ລັດຖະມົນຕີຊ່ວຍ ວ່າການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ, ທັງເປັນຫົວໜ້າຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ.

No comments:

Post a Comment